ທ່ານ ສົມບັດ ເຢຍ ລີເຮີ ເລຂາທິການສູນກາງ ພັກ, ເລຂາຄະນະພັກເຈົ້າຄອງ ນະຄອນຫລວງວຽງຈັນພົບປະ ພະນັກງານບຳນານ ແລະພະນັກງານຫລັກແຫລ່ງ ທົ່ວນະຄອນຫລວງວຽງຈັນ ທີ່ອອກຮັບບຳນານໃນສົກປີ 2009 - 2010 ໃນວັນທີ 6 ກັນຍາ 2010
ທ່ານເຈົ້າຄອງພົບປະພະນັກງານບຳນານ
ແລະພະນັກງານຫລັກແຫລ່ງ
ທ່ານ ສົມບັດ ເຢຍ ລີເຮີ ເລຂາທິການສູນກາງ ພັກ, ເລຂາຄະນະພັກເຈົ້າຄອງ ນະຄອນຫລວງວຽງຈັນພົບປະ ພະນັກງານບຳນານ ແລະ ພະນັກງານຫລັກແຫລ່ງ ທົ່ວນະຄອນ ຫລວງວຽງຈັນ ທີ່ອອກຮັບບຳນານໃນສົກປີ 2009 - 2010 ໃນວັນທີ6ກັນຍາ 2010
ທີ່ໂຮງແຮມອ່າງຄຳ ນະຄອນຫລວງວຽງຈັນ ເພື່ອເປັນການຮັດແຫນ້ນ ຄວາມສາມັກຄີ ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ.
ທ່ານເຈົ້າຄອງນະຄອນໄດ້ຖືໂອກາດດັ່ງກ່າວຮຽກຮ້ອງໃຫ້ພະນັກງານບຳນານ ແລະ ພະນັກງານຫລັກແຫລ່ງທົ່ວນະຄອນຫລວງຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງ
ພັກ ແລະ ຊ່ວຍຕິດຕາມສ່ອງແສງແນະນຳ, ສຶກສາອົບຮົມແນວຄິດ ແລະເປັນແບບຢ່າງທີ່ດີ ໃຫ້ແກ່ພະນັກງານ ຜູ້ປະຈຳການ ອັນໃດບໍ່ສອດຄ່ອງ, ບໍ່ເຫມາະສົມໃນການປະຕິບັດຫນ້າທີ່ກໍ່ໃຫ້ຕຳນິສົ່ງຂ່າວ ເພື່ອປັບປຸງຈຸດອ່ອນ ແລະ ແກ້ໄຂຂໍ້ຄົງຄ້າງ, ຊ່ວຍປະກອບຄຳຄິດຄຳເຫັນ ໃນການປະຕິບັດວຽກງານ ໃນແຕ່ລະດ້ານຢູ່ ແຕ່ລະຂັ້ນຂອງ ການປົກຄອງໃຫ້ນັບມື້ດີຂຶ້ນ,ສືບຕໍ່ເປັນແບບຢ່າງ ໃຫ້ແກ່ພະນັກງານ ລຸ້ນໃຫມ່ກໍ່ຄື ປະຊາຊົນ, ເປັນແບບຢ່າງຮອບດ້ານ ລວມທັງແບບແຜນ ການດຳລົງຊີວິດ ແລະ ການສ້າງ ເສດຖະກິດຄອບຄົວ ຕາມແນວທາງ ນະໂຍບາຍ ຂອງພັກ - ລັດ.