ຄະນະຜູ້ຊ່ຽວຊານ ສູນຂໍ້ມູນຂ່າວສານ
ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ. ຫວຽດນາມ
ມາເຮັດວຽກຮ່ວມກັບ ຄະນະວິຊາການ ສປປລາວ ແລະ ຈັດການຝຶກອົບຮົມ ການນຳໃຊ້ເວັບໄຊ໌
ເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ
ໃນວັນທີ 21 - 23 ພະຈິກ 2012 ຄະນະຜູ້ແທນ ສສ. ຫວຽດນາມ ນຳໂດຍ ທ່ານ ມາຍ ຫິວ ຢຸງ Mr. Mai Huu Dzung ຫົວຫນ້າສູນຂ່າວສານ, ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະວິຊາການ IT ໄດ້ເດີນທາງມາ ສປປລາວ ເພື່ອເຮັດວຽກ ແລະ ຈັດຝຶກອົບຮົມວຽກງານ IT ຂອບການຮ່ວມມືເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ທີ່ ກະຊວງການຕ່າງປະເທດ ;
ຈຸດປະສົງຂອງການມາເຮັດວຽກຂອງ ຄະນະຄະນະຜູ້ຊ່ຽວຊານ ສູນຂໍ້ມູນຂ່າວສານຄັ້ງນີ້ ແມ່ນເພື່ອປັບປຸງ ເວັບໄຊ໌ CLV ແລະ ນຳເອົາອຸປະກອນຈຳນວນໜຶ່ງ ມາມອບໃຫ້ ກະຊວງການຕ່າງປະເທດ ແຫ່ງ ສປປລາວ ເພື່ອນຳໃຊ້ເຂົ້າໃນການເຄື່ອນວຽກງານຂອບການຮ່ວມມື CLV.
ທ່ານ Mai Huu Dzung ດ້ານຊ້າຍ ແລະ ທ່ານ ທອງຜ່ານ ສະຫວັນເພັດ ດ້ານຂວາ
ພິທີມອບອຸປະກອນຮັບໃຊ້ ເວັບໄຊ໌ CLV ໄດ້ຈັດຂຶ້ນໃນວັນທີ 22 ພະຈິກ 2012 ທີ່ ຫ້ອງປະຊຸມຊັ້ນ 2 ຂອງ ກະຊວງການຕ່າງປະເທດ, ໂດຍແມ່ນ ທ່ານ ມາຍ ຫິວ ຢຸງ Mr. Mai Huu Dzung ຫົວຫນ້າສູນຂ່າວສານ, ກະຊວງແຜນ ການ ແລະ ການລົງທຶນ ແຫ່ງ ສສ. ຫວຽດນາມ ເປັນຝ່າຍມອບ ແລະ ທ່ານ ທອງຜ່ານ ສະຫວັນເພັດ, ຫົວຫນ້າກົມເສດຖະກິດ, ຕາງໜ້າ ໃຫ້ກະຊວງການຕ່າງປະເທດ ແຫ່ງ ສປປລາວ ເປັນຜູ້ຮັບ ແລະ ບັນດາ ພະນັກງານວິຊາການ ຈາກພະແນກ IT ຫ້ອງການ ແລະ ກົມເສດຖະກິດ ຈຳນວນນຶ່ງເຂົ້າຮ່ວມ.
ໃນວັນທີ 23 ພະຈິກ 2013, ໄດ້ມີການຈັດຝຶກອົບຮົມກ່ຽວກັບການນຳໃຊ້ ເວັບໄຊ໌ CLV ຂຶ້ນ ທີ່ ຫ້ອງສູນເວັບໄຊ໌ CLV ທີ່ ກະຊວງການຕ່າງປະເທດ ແລະ ມີພະນັກງານວິຊາການລາວ ເຂົ້າຮ່ວມຈຳນວນ 10 ທ່ານ. ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ, ຫົວຫນ້າກົມເສດຖະກິດ, ຕາງໜ້າໃຫ້ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຂອບອົກຂອບໃຈ ແລະ ຊົມເຊີຍມາຍັງ ທ່ານ ມາຍ ຫິວ ຢຸງ Mr. Mai Huu Dzung ຫົວຫນ້າສູນຂ່າວສານ, ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ. ຫວຽດນາມ ແລະ ຄະນະ ທີ່ໄດ້ມາຊ່ວຍໃນການປັບປຸງ ເວັບໄຊ໌ CLV ແລະ ນຳເອົາອຸປະກອນມາຊ່ວຍເຫລືອໃນຄັ້ງນີ້ ເຊິ່ງຈະເປັນການປະກອບສ່ວນເຂົ້າໃນການເຜີຍແຜ່ຂໍ້ມູນຕ່າງໆ ຂອງຂອບການຮ່ວມມື CLV ໃຫ້ແກ່ ພາກລັດ ແລະ ພາກເອກະຊົນ ແລະ ພາກສ່ວນຕ່າງໆ ຂອງ ສັງຄົມ ຂອງ ສາມປະເທດ ແລະ ພາກພື້ນ ແລະ ຮ່ວມກັນພັດທະນາ ເວັບໄຊ໌ CLV ໃຫ້ມີປະສິດທິພາບດີຂຶ້ນເລື້ອຍໆ.