ເຖິງຈະມີຄວາມແຕກຕ່າງລະຫວ່າງ ເຂດສາມຫຼ່ຽມພັດທະນາຕ່າງໆ,ແຕ່ຂໍຍົກເອົາແຕ່ຈຸດທີ່ຄືກັນມາສະເໜີ, ເຂດສາມຫຼ່ຽມພັດທະນາ ໂດຍລວມແລ້ວຕ້ອງກວມເອົາສາມຊາດຂຶ້ນເມືອ, ເຖິງວ່າມີພຽງບາງສວ່ນຂອງປະເທດທີ່ນອນໃນເຂດສາມຫຼ່ຽມພັດທະນາ. ເຂດສາມຫຼ່ຽມພັດທະນາບໍ່ແມ່ນບັນດາກຸ່ມການຄ້າ.
ເຂດສາມຫຼ່ຽມພັດທະນາ ປົກກະຕິແມ່ນເລີ່ມຈາກລັດຖະບານ ແລະ ການປະກອບສ່ວນຂອງບັນດາອຳນາດການປົກຄອງທ້ອງຖິ່ນ ສຳລັບການຄ້າ ແລະ ການລົງທຶນ. ລັດຖະບານມີບົດບາດສ້າງສະພາບແວດລ້ອມ ແລະ ນະໂຍບາຍ ເພື່ອອຳນວຍຄວາມສະດວກໃນການພັດທະນາ ເຂດສາມຫຼ່ຽມພັດທະນາ, ເຊັ່ນວ່າຂອບຂອງກົດໝາຍ, ບັນດາຂໍ້ກຳນົດ, ນະໂຍບາຍສົ່ງເສີມການລົງທຶນໃນເຂດດິນຂອງປະເທດຕົນ, ກວດກາພາສີ, ການນຳເຂົ້າ-ສົ່ງອອກ, ຄຸ້ມຄອງການເຂົ້າອອກເມືອງ,ສ້າງບັນດາພື້ນຖານໂຄງລ່າງ ຄື: ໄຟຟ້, ນ້ຳປະປາ, ເສັ້ນທາງຄົມມະນາຄົມ...
ບົດບາດສຳຄັນໜຶ່ງຂອງລັດ ແມ່ນການສ້າງສາຍສຳພັນ ລະຫວ່າງສະມາຊິກຮ່ວມ ໃນເຂດສາມຫຼ່ຽມ ພັດທະນາ ແລະ ກ້າວຂຶໜເຖິງການເປັນເອກະພາບກ່ຽວກັບຮູບແບບໂດຍພື້ນຖານຂອງເຂດສາມຫຼ່ຽມພັດ ທະນາ.
ເມື່ອລັດໄດ້ສ້າງສະພາບແວດລ້ອມເອືອອຳນວຍແລ້ວ ການດຳເນີນທຸລະກິດ, ການສ້າງວຽກເຮັດງານທຳ, ການຜະລິດສິນຄ້າສົ່ງອອກ ແມ່ນບົດບາຂອງບໍລິສັດທຸລະກິດ.
ບົດຮຽນຂອງບັນດາປະເທດກ່ຽວກັບການສ້າງເຂດສາມຫຼ່ຽມພັດທະນາ ແລະ ປະສົບຜົນສຳເລັດ ແມ່ນຂຶ້ນກັບການປະສົມປະສານລະຫວ່າງລັດ ແລະ ເອກະຊົນ.
1.ຕ້ອງສ້າງເຄືອຄ່າຍສື່ສານລະຫ່ວາງສອງຝ່າຍ ແລະ ຊ່ອງຕິດຕໍ່ສື່ສານແບບບໍ່ເປັນທາງການໃນ ເຂດສາມຫຼ່ຽມພັດທະນາກ
ການພົວພັນຮ່ວມມືສອງຝ່າຍ ແມ່ນບາດກ້າວທຳອິດເພື່ອຜັນຂະຫຍາຍ ການຮ່ວມມືຫຼາຍຝ່າຍໃນ ເຂດສາມຫຼ່ຽມພັດທະນາ. ຕາໜ່າງ ແລະ ຊ່ອງທາງສື່ສານສອງຝ່າຍ ຈະມີຫຼາຍລະດັບແຕກຕ່າງກັນ: ລະຫ່ວາງບັນດປະເທດ, ລະຫ່ວາງບໍລິສັດ. ຢູ່ໃນລະດັບລັດຖະບານ, ການພົວພັນຮ່ວມມືສອງຝ່າຍມີຄວາມຈຳເປັນເພື່ອສ້າງເຂດສາມຫຼ່ຽມພັດທະນາ ກໍຄືສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາຂ້າມຊາດ. ສະນັ້ນ, ຢາກໃຫ້ເຂດສາມຫຼ່ຽມພັດທະນາປະສົບຜົນສຳເລັດ ຕ້ອງຮັກສາຄວາມສຳພັນລະຫ່ວາງປະເທດ ກໍຄືການຮ່ວມມືລະຫ່ວາງທ້ອງຖິ່ນໃຫ້ໝັ້ນຄົງ ແລະ ຕາໜ່າງການສຕິດຕໍ່ສື່ສານທີ່ບໍ່ເປັນທາງການລະຫ່ວາງບໍລິສັດ ກໍ່ແມ່ນປັດໃຈສຳຄັນ.
ລັດ ແລະ ວິສາຫະກິດຕ້ອງບັນລຸແນວຄວາມຄິດທີ່ເປັນເອກະພາບ ຜ່ານບັນດາແລກປ່ຽນຂ່າວສານ, ຄວາມຕ້ອງການ ກໍຄືຄວາມສົນໃຈຂອງສອງຝ່າຍ.
2.ການຮ່ວມມືພັດທະນາແບບສະເໝີພາບມີການອຸ້ມຊູຊ່ວຍເຫຼືອກັນມີບົດບາດສຳ ຄັນເຖິງຄວາມ ສຳເລັດຂອງເຂດສາມຫຼ່ຽມພັດທະນາ.
ໃນຄວາມເປັນຈິງການຮ່ວມມືທີ່ສະເໝີພາບແມ່ນສິ່ງທີ່ເປັນຕາຍຂອງການພັດທະນາ ແລະ ທຸລະກຳ ທາງ ເສດຖະກິດຊາຍແດນ,ຢ່າງໃດກໍຕາມໃນເອກະສານກ່ຽວກັບ ສ້າງເຂດສາມຫຼ່ຽມພັດທະນາຈະພິຈາລະນາພຽງແຕ່ກໍລະນີດຽວຄືຄວາມສາມາດ ຮ່ວມມືຊ່ວຍເຫຼືອກັນດ້ານຂອງຊັບພະຍາກອນທຳມະຊາດທີ່ມີຢູ່ແລະບັນຫາທີ່ກ່ຽວ ຂ້ອງເຖິງຜົນປະໂຫຍດແລະສິ່ງທ້າທາຍ.
ການຮ່ວມມືຊ່ວຍເຫຼືອກັນຂອງບັນດາສະມາຊິກໃນເຂດສາມຫຼ່ຽມພັດທະນາຈະມີຂຶ້ນກໍຕໍ່ເມື່ອເຫັນວ່າຜົນປະໂຫຍຈະບໍ່ສາມາດໄດ້ຮັບຖ້າດຳເນີນການແຕ່ຝ່າຍດຽວ ແລະ ການຜ່ານຜ່າສິ່ງທ້າທາຍຖ້າສະມາຊິກທຸກຝ່າຍບໍ່ແກ້ໄຂຮ່ວມກັນກໍ່ຈະບໍ່ສຳເລັດໄດ້.
3.ບົດບາດຂອງ”ສູນ” ຫຼື “ຂົ້ວເຕີບໂຕ”
ຄວາມສຳເລັດຂອງບັນດາເຂດສາມຫຼ່ຽມພັດທະນາ ປົກກະຕິຕ້ອງມີ “ສູນ” ໜຶ່ງທີ່ທັນສະໄໝ, ຮັ່ງມີ, ມີຄວາມສາມາດຊ່ວຍໜູນທ້ອງຖິ່ນອື່ນໆໃນການພັດທະນາ. ແຕ່ກໍ່ບໍ່ແມ່ນທຸກໆ ເຂດສາມຫຼ່ຽມພັດທະນາ ລ້ວນແຕ່ມີສູນ ຫຼື ຂົ້ວເຕີບໂຕ ຄື ຢູ່ ຮົງກົງ ຫຼື ສິງກະໂປ, ດ້ວຍເຫດນັ້ນຕ້ອງມີແຜນຍຸດທະສາດເພື່ອດຳເນີນການພັດທະນາເຂດສາມຫຼ່ຽມ. ເນື່ອງຈາກຄວາມອາດສາມາດຂອງອຳນາດການປົກຄອງຂັ້ນຕ່າງໆ ມີຈຳກັດ ແລະ ຍ້ອນບໍ່ມີສູນກາງການພັດທະນາເປັນຫຼັກແຫຼ່ງ ສະນັ້ນຄວນຍົກສູງຄວາມອາດສາມາດຂອງບັນດາວິສາຫະກິດ ດ້ວຍວິທີສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ການເຄື່ອນໄຫວທຸລະກິດເຂດຊາຍແດນ.
4. ຄວາມໃກ້ສິດດ້ານພູມສາດ: ມີຄວາມສຳຄັນ ແຕ່ຄວາມໝາຍຂອງມັນນັບມື້ນັບຫາຍໄປ
ແຜ່ນດິນຕິດຈອດກັນນັ້ນຄືຄວາມໃກ້ສິດທີ່ມີຄວາມສຳຄັນສຳລັບເຂດທີ່ມີຄວາມຫຍຸ້ງ ຍາກດ້ານພື້ນຖານໂຄງລ່າງແລະເຕັກໂນໂລຢີທີ່ທັນສະໄໝ,ເພາະວ່າບັນດາເຂດນີ້ ບໍ່ສາມາດທີ່ຈະນຳໃຊ້ບັນດາທ່າແຮງ ທີ່ມີໃນໂລກ. ແຕ່ເຖິງວ່າດິນແດນຈະບໍ່ຕິດຈອດ ຫຼື ບໍ່ໄດ້ຢູ່ໃກ້ຄຽງກັນກໍ່ບໍ່ໄດ້ເປັນອຸປະສັກໃນການແກ້ໄຂຂໍ້ຫຍຸ້ງຍາກໃນເຂດ.
5. ການປະກອບສ່ວນສຳຄັນຂອງວິສາຫະກິດ
ເຖິງວ່າບັນດາລັດຖະບານເປັນຜູ້ສາງເຂດສາມຫຼ່ຽມພັດທະນາຂື້ນ ແຕ່ບົດບາດໃນການພັດທະນາເຂດດັ່ງກ່າວພັດແມ່ນບໍລິສັດ. ຜົນສຳເລັດຂອງບັນດາເຂດສາມຫຼ່ຽມພັດທະນາ ຢູ່ເຂດອາຊີເຫັນວ່າ ລັດຖະບານມີບົບາດໃນການສົ່ງເສີມບໍລິສັດປະກອຍບສ່ວນເຂົ້າໃນການພັດທະນາເຂດສາມຫຼ່ຽມ.
ໃນປະຈຸບັນບັນດາວິສາຫະກິດຫາກໍ່ເລີ່ມກໍ່ຕັ້ງໃໝ່ຍັງບໍ່ທັນເຂັ້ມແຂງ, ເມື່ອມີກາສ້າງເຂດສາມຫຼ່ຽມພັດທະນາ ຂື້ນ ຕ້ອງປັບປຸງ ບັນດາວິສາຫະກິດພາຍໃນໃຫ້ເຂັ້ມແຂງສາມາດເປັນເສົາຫຼັກໃນການພັດທະນາເສດຖະກິດ ແລະ ສ້າງຄວາມເຕີບໂຕ. ອຳນາດການປົກຄອງ ແລະ ລັດຖະບານຈະສ້າງເງື່ອນໄຂສະດວກໃນດ້ານໂຄງລ່າງພີ້ນຖານ: ການສຶກສາ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ.
6. ບົດບາດຂອງອຳນາດການປົກຄອງໃນເຂດສາມຫຼ່ຽມພັດທະນາ
ກ) ຫຼຸດຜ່ອນສິ່ງກີດຂວາງຈາກບັນດາຂໍ້ກຳນົດກົດລະບຽບ ທີ່ບໍ່ແທດເໝາະ, ເສີມບັນດາກົດໝາຍທີ່ຈຳເປັນ.
ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ດ້ວຍການຫຼດຸຜ່ອນຂັ້ນຕອນເອກະສານ ແລະ ແບບແຜນວິທີເຮັດວຽກດ້ານການລົງທຶນ, ການຄ້າ ທີ່ງ່າຍດາຍ (ລວມມີບັນດາການບໍລິການອອກໃບອະນຸຍາດທຸລະກິດ ແລະ ລົງທຶນ...ລວມທັງວຽກປະຕູດຽວ), ຫຼຸດຜ່ອນຄ່າໃຊ້ຈ່າຍໃນການພົວພັນທີ່ບໍ່ຈຳເປັນ. ວາງບັນດາຂໍ້ກຳນົດກົດລະບຽບສຳລັບວິສາຫະກິດ, ວາງກົນໄກໃນການແກ້ໄຂຂໍ້ຂັດແຍ່ງຕ່າງໆ.
ຂ) ຫ້າມກຳນົດຜູ້ຊະນະ:
ອຳນາດການປົກຄອງຄວນອຳນວນຄວາມສະດວກແລະ ສ້າງສະພາບແວດລ້ອມໃນການດຳເນີນທຸລະກິດທີ່ງ່າຍດາຍ ເຫຼືອນັ້ນໃຫ້ໄປຕາມກົນໄກຕະຫຼາດ ຕັດສິນວ່າວຽກງານໃດຄວນເຂົ້າໄປມີບົດບາດໃນເຂດສາມຫຼ່ຽມພັດທະນາ.
ຄ) ການສືບຕໍ່ຫັນເປັນເສລີພາບແມ່ນປັດໄຈຕົ້ນຕໍ່:
ການຫັນເປັນເສລີພາບດ້ານເສດຖະກິດແຫ່ງຊາດ ຈະສ້າງຜົນປະໂຫຍດຫຼາຍບໍ່ສະເພາະຕໍ່ກັບບັນດາວິສາຫະກິດພາຍໃນເຂດສາມຫຼ່ຽມ ແຕ່ຍັງມີຜົນປະໂຫຍດຕໍ່ປະເທດຊາດອີກດ້ວຍ.
ງ) ເພີ້ມທະວີບັນດາປັດໄຈດ້ານຈຸລະພາກ ກ່ຽວກັບການແຂ່ງຂັນຊຶ່ງບໍ່ແມ່ນເອື້ອຍອິງໃສ່ແຕ່ບັນດາປັດໄຈດ້ານມະຫາພາກ.
7. ທ່າແຮງບົ່ມຊ້ອນສຳລັບເຂດເສດຖະກິດພິເສດ.
ກະແສຂອງການຈາລະຈອນສິນຄ້າ ແລະ ແຮງງານທີ່ນັບມື້ນັບເພີ່ມຂຶ້ນຢູ່ໃນເຂດສາມຫຼ່ຽມພັດທະນາ ສະນັ້ນອຳນາດການປົກຄອງຕ້ອງມີນະໂຍບາຍດ້ານເສດຖະກິດພິເສດ, ດ້ວຍສອງເຫດຜົນຄື: 1) ວາງບັນດນະໂຍບາຍດ້ານເສດຖະກິດພິເສດ, ອຳນາດການປົກຄອງຕ້ອງສະແດງອອກຢ່າງຈະແຈ້ງໃນຄຳໝັ້ນສັນຍາຂອງຕົນມີຕໍ່ເຂດສາມຫຼ່ຽມພັດທະນາ. 2) ວາງບັນດາເງື່ອນໄຂສະດວກໃນການລົງທຶນເພື່ອໃຫ້ມີການຜະລິດສິນຄ້າໃນເຂດຊາຍແດນ.