ຂປລ. ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງສອງຫ້ອງວ່າການ ສະພາແຫ່ງຊາດລາວ-ຫວຽດນາມ ຄັ້ງທີ IX ໄດ້ຈັດຂຶ້ນ ໃນວັນທີ 25 ກໍລະກົດ 2017 ທີ່ນະຄອນດາໜັງ ສສ.ຫວຽດນາມ ໂດຍການພັດປ່ຽນການເປັນ ປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ເລຂາທິການສະພາແຫ່ງຊາດ ສປປ ລາວ ແລະ ສະຫາຍ ຫງວຽນ ແຮ໋ງ ຟຸກ (Nguyen Hanh Phuc) ຫົວໜ້າຫ້ອງວ່າ ການສະພາແຫ່ງຊາດ ສສ.ຫວຽດນາມ; ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້, ມີສະຫາຍ ຕ໋ອງ ທິ ຝ໋ອງ (Tong Thi Phong) ຮອງປະທານຜູ້ປະຈຳການ ສະພາແຫ່ງຊາດ ສສ.ຫວຽດນາມ, ສະຫາຍ ຫງວຽນ ຊວນ ແອ໋ງ ປະທານສະພາປະຊາຊົນນະຄອນດາໜັງ, ພ້ອມດ້ວຍພະນັກງານພາຍໃນ ສະພາແຫ່ງຊາດ ຂອງສອງປະເທດ.
|
ສະຫາຍ ນາງ ສວນສະຫວັນ ວິຍະເກດ ກ່າວວ່າ: ການພົບປະແລກປ່ຽນບົດຮຽນ ລະຫວ່າງສອງຫ້ອງວ່າການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມໃນຄັ້ງນີ້ ເປັນການປະກອບ ສ່ວນສຳຄັນ ເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ຫວຽດນາມ ກໍຄື ສະພາແຫ່ງຊາດລາວ-ຫວຽດນາມ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ທັງເປັນການຜັນ ຂະຫຍາຍຜົນການພົບປະແລະ ຢ້ຽມຢາມສັນທະວະໄມຕີ ຢ່າງເປັນທາງການຂອງ ຄະນະຜູ້ແທນຂັ້ນສູງ ສອງສະພາແຫ່ງຊາດລາວ ແລະ ຫວຽດນາມ ໄດ້ເຫັນດີກັນກ່ຽວກັບການສ້າງເງື່ອນໄຂ ໃຫ້ກົງຈັກເສນາທິ ການຂອງສອງສະພາແຫ່ງຊາດ ສືບຕໍ່ພົບປະແລກປ່ຽນບົດຮຽນຮ່ວມກັນ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ກົງຈັກເສນາທິການ ແນໃສ່ເຮັດໃຫ້ການເປັນເສນາທິການ ໃຫ້ແກ່ສະພາ ແຫ່ງຊາດນັບມື້ນັບມີປະສິດ ທິພາບສູງຂຶ້ນທັງສ້າງເງື່ອນໄຂໃຫ້ມີການ ແລກປ່ຽນບົດຮຽນກັນໃນເງື່ອນໄຂ ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ; ພ້ອມກັນນັ້ນ, ກໍເປັນການສ້າງຂະບວນການ ເພື່ອສະເຫລີມສະຫລອງ 2 ວັນປະ ຫວັດສາດຄື: ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການພົວພັນຮ່ວມມື ຂອງສອງຊາດ ລາວ-ຫວຽດນາມ ຄົບຮອບ 40 ປີ.
ພ້ອມດຽວກັນນັ້ນ, ທ່ານຮອງເລຂາທິການສະພາແຫ່ງຊາດລາວ ແລະ ຫວຽດນາມ ໄດ້ຕີລາຄາການຈັດຕັ້ງປະຕິບັດບົດ ບັນທຶກການຮ່ວມມື ລະຫວ່າງສອງຫ້ອງ ວ່າການສະພາແຫ່ງຊາດ ຂອງຕົນໃນໄລຍະຜ່ານມາ ແລະ ທິດທາງ, ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ.