Skip Ribbon Commands
Skip to main content



Date 26/07/2017-14:47:00 PM
ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ກໍລະກົດ 2017

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກໍລະກົດ 2017 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ແລະ ປິດລົງໃນວັນທີ 25 ກໍລະກົດ 2017 ຢູ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ກ່ອນເຂົ້າວາລະດຳເນີນກອງປະຊຸມ ບັນດາສະມາຊິກລັດຖະບານ ໄດ້ຮັບຟັງການລາຍງານສະພາບການທີ່ພົ້ນເດັ່ນຢູ່ພາຍໃນ ແລະ ຕ່າງປະເທດຈາກກະຊວງທີ່ກ່ຽວຂ້ອງ. ສຳລັບກອງປະຊຸມລັດຖະບານສະໄໝສາມັນຄັ້ງນີ້ ບັນດາສະມາຊິກລັດຖະບານ ໄດ້ພ້ອມກັນສຸມໃສ່ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ມີຄວາມຮັບຜິດຊອບສູງ ແລະ ຮັບຮອງເອົາດ້ານຫຼັກການບັນດາຮ່າງກົດໝາຍຈຳ ນວນ 5 ສະບັບຄື: ຮ່າງກົດໝາຍວ່າດ້ວຍການຈັດຊື້ຂອງລັດ; ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ, ຮ່າງກົດໝາຍວ່າດ້ວຍການກວດກາລັດ ສະບັບປັບປຸງ; ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບປັບປຸງ; ຮ່າງກົດໝາຍວ່າດ້ວຍແຮ່ທາດ ສະບັບປັບປຸງ. ສຳລັບຮ່າງກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບປັບປຸງ ກອງປະຊຸມໄດ້ຕົກລົງຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າ ແລະ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ແລ້ວຈຶ່ງນຳມາຜ່ານກອງປະຊຸມລັດຖະ ບານໃນຄັ້ງຕໍ່ໄປ ກ່ອນທີ່ຈະສະເໜີສະພາແຫ່ງຊາດພິຈາລະນາຮັບຮອງ.

ສຳລັບບົດລາຍງານຄວາມຄືບໜ້າຂອງ ການກໍ່ສ້າງທາງລົດໄຟແຕ່ຊາຍແດນລາວ – ຈີນ ຫານະຄອນຫຼວງວຽງຈັນ ນັ້ນ, ຕໍ່ບັນຫາດັ່ງກ່າວ ກອງປະຊຸມໄດ້ຊີ້ນຳໃຫ້ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຄຸ້ມຄອງຢ່າງເປັນເຈົ້າການ ພ້ອມທັງໂຄສະນາຜົນສຳເລັດການກໍ່ສ້າງ ແລະ ໃຫ້ປະຊາຊົນມີສ່ວນຮ່ວມໃນການກໍ່ສ້າງທາງລົດໄຟ ເພື່ອແກ້ໄຂຄວາມທຸກຍາກ. ສຳຄັນແມ່ນຄຸ້ມຄອງກວດກາການນຳເຂົ້າວັດຖຸອຸປະກອນ, ພາຫະນະ, ນ້ຳມັນເຊື້ອໄຟ ລວມທັງເອົາໃຈໃສ່ການສ້າງຊັບພະຍາກອນມະນຸດ. ສຳລັບຄວາມຄືບໜ້າໂຄງ ການກໍ່ສ້າງທາງລົດໄຟລາວ – ໄທ ໄລຍະທີ 2 ແຕ່ສະຖານີທ່ານາແລ້ງ ຫາບ້ານຄຳສະຫວາດ (ສະຖານີວຽງຈັນ) ຄວາມຍາວ 7,5 ກິໂລແມັດ (ມູນຄ່າ 994 ລ້ານກວ່າບາດ) ກອງປະຊຸມ ໄດ້ຊີ້ນຳໃຫ້ສືບຕໍ່ດຳເນີນຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນການ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງສະພາບການປະຕິບັດ ວຽກງານຈຸດສຸມທີ່ສຳຄັນຂອງລັດຖະບານໂດຍສັງເຂບ ໃນ 1 ເດືອນຜ່ານມາ ເຊິ່ງເຫັນວ່າ ລັດຖະບານສາມາດປະຕິບັດຫຼາຍວຽກງານທີ່ພົ້ນເດັ່ນ. ພ້ອມດຽວກັນນີ້, ທ່ານນາຍົກ ລັດຖະມົນຕີກໍໄດ້ຊີ້ນຳ ແລະ ເນັ້ນໜັກໃຫ້ບັນດາສະມາຊິກລັດຖະບານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດ ບັນດາວຽກງານຈຸດສຸມສຳຄັນໃນເດືອນສິງຫາ 2017 ນີ້ເປັນຕົ້ນ:

1. ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະຖຽນລະພາບທາງດ້ານການເມືອງໃຫ້ໝັ້ນທ່ຽງ. ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ເປັນຕົ້ນແມ່ນໜໍ່ແໜງຂອງອາຊະຍາກຳ, ບັນຫາຢາ ເສບຕິດ, ການຂີ້ລັກງັດແງະ, ການມົ້ວສຸມຂີ່ລົດກວນເມືອງ, ອັນຄີໄພ ແລະ ບັນຫາອື່ນໆ ການເຄື່ອນໄຫວທີ່ບໍ່ສອດຄ່ອງ ກັບກົດໝາຍ ແລະ ລະບຽບການ.
2. ສືບຕໍ່ຕິດຕາມຢ່າງໃກ້ຊິດສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໄຈຢ່າງລະອຽດ. ເລິກເຊິ່ງກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບຕໍ່ປະເທດເຮົາ ພ້ອມນີ້ກໍສືບຕໍ່ການເຄື່ອນໄຫວວຽກງານຕ່າງປະເທດຢ່າງເປັນເຈົ້າການ.
3. ຮີບຮ້ອນປັບປຸງບັນດາຮ່າງກົດໝາຍທີ່ລັດຖະບານໄດ້ຮັບຮອງດ້ານຫຼັກການ ໃນກອງປະຊຸມລັດຖະບານໃນຄັ້ງນີ້ ເພື່ອໃຫ້ສາມາດນຳສະເໜີຕໍ່ສະພາແຫ່ງຊາດໃຫ້ທັນຕາມກຳນົດເວລາ.
4. ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ຄຸ້ມຄອງອັດຕາເງິນເຟີ້, ອັດຕາແລກປ່ຽນໃຫ້ຢູ່ໃນເກນປົກກະຕິ; ຕິດຕາມ ແລະ ຄຸ້ມຄອງການເຄື່ອນໄຫວຂອງທະນາຄານທຸລະກິດ ແລະ ບັນດາສະຖາບັນການເງິນ ໃຫ້ດຳເນີນ ການຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ຕິດຕາມຢ່າງໃກ້ຊິດ ແລະ ຄົ້ນຄວ້າທິດທາງແກ້ໄຂຢ່າງຮອບຄອບ ແລະ ທັນການຕໍ່ການເຄື່ອນໄຫວລະດົມທຶນທີ່ບໍ່ຖືກລະບຽບ; ເອົາໃຈໃສ່ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ແລະ ກົນໄກການສະໜອງທຶນ ເພື່ອຊຸກຍູ້ສົ່ງເສີມການຜະລິດພາຍໃນ ໂດຍສະເພາະໃນການສ້າງເງື່ອນໄຂທີ່ພາກທຸລະກິດພາຍໃນ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນ; ຄຸ້ມຄອງລາຄາສິນຄ້າຕາມທ້ອງຕະຫຼາດ ໂດຍສະເພາະສິນຄ້າອຸປະໂພກ ແລະ ບໍລິໂພກ ທີ່ກະທົບຕໍ່ພື້ນຖານການດຳລົງຊີວິດຂອງປະຊາຊົນ, ເປັນຕົ້ນແມ່ນເຂົ້າ, ຊີ້ນ, ປາ ແລະ ອື່ນໆ; ສືບຕໍ່ປັບປຸງລັດວິສາຫະກິດທີ່ມີບັນຫາ ໃຫ້ສາມາດເຄື່ອນໄຫວຢ່າງມີປະ ສິດທິຜົນໂດຍໄວ; ສົ່ງເສີມການລົງທຶນຂອງຕ່າງປະເທດ ເພື່ອເປັນມາດຕະການໜຶ່ງໃນການກະຕຸ້ນເສດຖະກິດ. ລັດຖະບານໄດ້ມອບໃຫ້ຄະນະ (ທີມງານເສດຖະກິດ) ລົງເລິກ ຄົ້ນຄວ້າບັນຫາດັ່ງກ່າວ ແລະ ລາຍງານຕໍ່ກອງປະຊຸມສະເພາະ ໃນຕົ້ນເດືອນສິງຫາທີ່ ຈະມາເຖິງນີ້.
5. ໃຫ້ບັນດາຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ຕິດຕາມ, ກວດກາການບໍລິການປະຕູດຽວຂອງຂະແໜງການຕົນຮັບຜິດຊອບ ຖ້າພົບເຫັນອຸປະສັກສິ່ງກີດຂວາງ ແລະ ຖ່ວງດຶງ ບໍ່ວ່າຈະເປັນກົນໄກ ຫຼື ບຸກຄົນກໍໃຫ້ຮີບແກ້ໄຂໄວ ເພື່ອຊຸກຍູ້ການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ພ້ອມນີ້ກໍໃຫ້ສືບຕໍ່ຮັບຟັງຄຳຄິດຄຳເຫັນຂອງປະຊາຊົນ ທີ່ສ່ອງແສງຜ່ານສາຍດ່ວນ ແລະ ຄວນມີກ່ອງປ່ອນຄວາມ ເຫັນຕໍ່ການບໍລິການປະຕູດຽວ ເພື່ອເປັນຂໍ້ມູນໃຫ້ການປະເມີນ ຜົນການໃຫ້ບໍລິການຮັບໃຊ້ ສັງຄົມຂອງພາກສ່ວນຕົນ.
6. ໃຫ້ເອົາໃຈໃສ່ເພີ່ມທະວີການແກ້ໄຂພາຫະນະນຳເຂົ້າບໍ່ຖືກຕ້ອງ ຕາມແຈ້ງການແນະນຳເພີ່ມຕື່ມຂອງກະຊວງການເງິນ; ໃຫ້ເຂັ້ມງວດການຄຸ້ມຄອງ, ກວດກາສິນຄ້າຂອງບັນດາຮ້ານຄ້າປອດພາສີ ແລະ ສະກັດກັ້ນການລັກລອບສິນຄ້າໜີພາສີໃນດ່ານ ແລະ ນອກ; ສືບຕໍ່ຕິດຕັ້ງເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການຂອງຂະແໜງສ່ວຍສາອາກອນໃຫ້ສຳເລັດໄວ ພ້ອມດຽວກັນກໍ ໃຫ້ເອົາໃຈໃສ່ລົງກວດກາການຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ ຢູ່ບັນດາວິສາຫະກິດຈຳນວນ 30 ຫົວໜ່ວຍ ທີ່ຂຶ້ນກັບການຄຸ້ມຄອງຂອງສູນກາງ.
7. ເອົາໃຈໃສ່ກະກຽມກອງປະຊຸມລັດຖະບານ ຮ່ວມກັບບັນດາເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງ ຈະໄດ້ຈັດຂຶ້ນໃນເດືອນກັນຍາ 2017 ເພື່ອຮັບປະກັນການກະກຽມທີ່ດີ, ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງກ່ຽວຂ້ອງ ກະກຽມເນື້ອໃນໃຫ້ດີ. ບັນຫາທີ່ຈະນຳມາປຶກສາຫາລືໃນກອງປະຊຸມປະກອບມີ:
– ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ແຜນການເງິນ ແລະ ແຜນເງິນຕາ ປີ 2018, ແຜນການລົງທຶນຂອງລັດ.
– ສະພາບການແກ້ໄຂໜີ້ສິນ, ການເກັບລາຍຮັບ-ຄຸ້ມ ຄອງລາຍຈ່າຍຂອງບັນດາແຂວງ ໃນທົ່ວປະເທດໃນ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການໃນຕໍ່ໜ້າ.
– ສະຫຼຸຸບຕີລາຄາ ແລະ ຖອດຖອນບົດຮຽນກ່ຽວກັບ ການປະຕິບັດຄຳສັ່ງ ເລກທີ 15/ນຍ, ການແກ້ໄຂບັນຫາໄມ້ ແລະ ການດັດສົມໂຮງງານປຸງ ແຕ່ງໄມ້.
– ສະຫຼຸຸບຕີລາຄາການຈັດຕັ້ງປະຕິບັດຄຳສັ່ງ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ເລກທີ 09/ນຍ ລົງວັນທີ 19 ພຶດສະພາ 2017.
– ການຜັນຂະຫຍາຍຜົນການເຄື່ອນໄຫວວຽກງານຕ່າງປະເທດຂອງພັກ-ລັດຖະບານ ໃນປີ 2017.
– ສະຫຼຸຸບການເຄື່ອນໄຫວ ວຽກງານຂອງລັດຖະບານ 6 ເດືອນຕົ້ນປີ ແລະ ການປະຕິບັດ ທິດທາງແຜນການ 6 ເດືອນ ທ້າຍປີ 2017.
8. ຊຸກຍູ້ຂະແໜງການ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ເອົາໃຈໃສ່ວຽກງານຕ້ານແລ້ງ, ຕ້ານຖ້ວມ, ກະກຽມ ຮອບດ້ານໃຫ້ແກ່ການຜະລິດ ລະດູຝົນ; ສືບຕໍ່ຕິດຕາມເຝົ້າ ລະວັງການລະບາດຂອງສັດຕູ ພືດຢູ່ບັນດາແຂວງທີ່ມີຄວາມສ່ຽງ; ສືບຕໍ່ຈັດຕັ້ງເຝົ້າລະວັງ ແລະ ປ້ອງກັນເຊື້ອພະຍາດສັດຕາມລະດູການ.
9. ຮີບຮ້ອນລົງຕິດຕາມກວດກາສະພາບເສັ້ນທາງທີ່ຖືກເຊາະເຈື່ອນ-ເປ່ເພໃນຂອບເຂດທົ່ວປະເທດ ພ້ອມທັງມີແຜນກະກຽມສ້ອມແປງໃຫ້ທັນການ ເພື່ອບໍ່ໃຫ້ກະທົບຕໍ່ການສັນຈອນ-ຂົນສົ່ງ. ໃຫ້ເອົາໃຈໃສ່ກວດກາການບັນທຸກສິນຄ້າຂົນສົ່ງເກີນນ້ຳໜັກ ແລະ ຈຳກັດຊ່ອງວ່າງໃຫ້ເຈົ້າໜ້າທີ່ສວຍໂອກາດເກັບເງິນ ໂດຍບໍ່ຖືກຕ້ອງ ແລະ ກາຍເປັນປະກົດການຫຍໍ້ທໍ້ໃນສັງຄົມ. ສຸດທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ເຝົ້າລະວັງການລະບາດພະຍາດລະດູຝົນ ແລະ ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ສ້າງກິດຈະກຳຕ່າງໆໃຫ້ນັກຮຽນໃນຍາມພັກຮຽນ ແລະ ເອົາໃຈໃສ່ການກະກຽມແຂ່ງຂັນງານມະຫາກຳກິລາແຫ່ງຊາດ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້ ບົນພື້ນຖານການປະຢັດ ສຳລັບການກະກຽມປີທ່ອງທ່ຽວ ແມ່ນໃຫ້ລິເລີ່ມຈັດຕັ້ງປະຕິບັດບັນດາກິດຈະກຳ ເພື່ອໃຫ້ມີບັນຍາກາດຟົດຟື້ນ ໃນເວລາເປີດປີທ່ອງທ່ຽວ ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີກໍຍັງໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດ ຖະບານສືບຕໍ່ຊີ້ນຳ, ຕິດຕາມ, ຊຸກຍູ້ ແລະ ກວດກາການຈັດ ຕັ້ງປະຕິບັດບັນດາວຽກງານຈຸດສຸມ ພາຍໃຕ້ຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິຜົນ ພ້ອມທັງມີການສະຫຼຸຸບລາຍງານມາຍັງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ກ່ອນກອງປະຊຸມລັດຖະບານ ໃນເດືອນສິງຫາ ພ້ອມນີ້ ພວກເຮົາຈະໄດ້ທົບທວນ ແລະ ປະເມີນການຈັດຕັ້ງປະຕິບັດບັນ ດາມະຕິ, ຄຳສັ່ງ, ແຈ້ງການ ແລະ ທິດຊີ້ນຳທີ່ສຳຄັນຕ່າງໆ ຂອງລັດຖະບານຕໍ່ກອງປະຊຸມ ໃນເດືອນສິງຫານີ້.


aopost.com

    Viewed: 1089
  •  

Đánh giá

(Di chuột vào ngôi sao để chọn điểm)
  

ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la