Skip Ribbon Commands
Skip to main content



Date 03/08/2017-14:41:00 PM
ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານເອກອັກຄະຣາຊະທູດ ກຳປູເຈຍ ປະຈຳລາວ ຄົນໃໝ່

ໃນຕອນເຊົ້າຂອງວັນທີ 03 ກໍລະກົດ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈງ ມານິດ (Cheng Manith), ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ປະຈໍາ ສປປ ລາວ ຄົນໃໝ່. ທ່ານເອກອັກຄະຣາຊະທູດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 04 ພືດສະພາ 2017 ຜ່ານມາ.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕໍ່ ທ່ານເອກອັກຄະຣາຊະທູດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ວຽກງານການທູດ ຢູ່ ສປປ ລາວ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານທູດຈະສືບຕໍ່ເຄື່ອນໄຫວຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ກຳປູເຈຍ. ໂອກາດດຽວກັນ, ທ່ານເອກອັກຄະຣາຊະທູດ ກຳປູເຈຍ ປະຈໍາລາວ ຄົນໃໝ່ ກໍໄດ້ສະແດງຄວາມຂອບໃຈ ທີ່ທ່ານລັດຖະມົນຕີ ໃຫ້ກຽດຕ້ອນຮັບ ແລະ ໄດ້ຢໍ້າຄືນເຖິງການຈະປະກອບສ່ວນທຸກຄວາມສາມາດຂອງຕົນ ເຂົ້າໃນການປະຕິບັດວຽກງານການທູດ ຢູ່ ສປປ ລາວ ໃຫ້ມີຜົນສຳເລັດຢ່າງຈົບງາມ, ພ້ອມນ້ັນ, ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2016 ຜ່ານມາ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ຕໍ່ການເປີດນຳໃຊ້ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ ຢ່າງເປັນທາງການ ໃນຕົ້ນປີ 2017 ນີ້ ແລະ ການນຳໃຊ້ໜັງສືຜ່ານແດນນຳກັນ, ຊຶ່ງຈະມີຄວາມສຳຄັນຫຼາຍໃນການເພີ່ມທະວີການຮ່ວມມື, ອໍານວຍຄວາມສະດວກໃນການໄປມາຫາສູ່ກັນ ແລະ ສົ່ງເສີມການທ່ອງທ່ຽວ ລະຫວ່າງປະຊາຊົນຂອງສອງປະເທດໃຫ້ຫຼາຍຂຶ້ນ. ພ້ອມນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນນຳກັນກ່ຽວກັບ ວຽກງານຊາຍແດນ, ການທ່ອງທ່ຽວ, ການຈັດກອງປະຊຸມຄະນະກຳມາທິການຮ່ວມ (JC) ລາວ-ກຳປູເຈຍ, ການລົງທຶນໃນເຂດເສດຖະກິດສະເພາະ ສະຫວັນປາກ (Savan Park) ແລະ ການຄ້າຊາຍແດນ ເພື່ອຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂເຮັດໃຫ້ການຄ້າຂາຍ ລະຫວ່າງສອງປະເທດ ມີມູນຄ່າເພີ່ມຂຶ້ນ, ໂດຍສະເພາະການສ້າງເສັ້ນທາງຄົມມະນາຄົມ ເປັນຕົ້ນແມ່ນ ການສ້າງຂົວເຊລຳເພົາ ເພື່ອເຊື່ອມໂຍງການຄ້າ, ການລົງທຶນ, ການອຳນວຍຄວາມສະດວກໃນການນຳເຂົ້າ ແລະ ສົ່ງອອກສິນຄ້າ.

    Viewed: 2341
  •  

Đánh giá

(Di chuột vào ngôi sao để chọn điểm)
  

ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la