ສະໜາມບິນສາກົນຊາງງີ ສິງກະໂປ ໃຊ້ເຕັກໂນໂລຊີສຸດທັນສະໄໝ ເຊັກອິນ-ຜ່ານ ຕ.ມ ອັດຕະໂນມັດ
(27/07/2017-10:17:00 AM) ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ກໍລະກົດນີ້ວ່າ ອາຄານຜູ້ໂດຍສານແຫ່ງໃໝ່ (T4) ຂອງສະໜາມບິນສາກົນຊາງງີ ປະເທດສິງກະໂປ ຈະເປີດໃຫ້ບໍລິການຢ່າງເປັນທາງການພາຍໃນປີນີ້ ແມ່ນຈະນຳໃຊ້ເຕັກໂລໂລຊີຈື່ຈຳໃບໜ້າຜູ້ໂດຍສານທີ່ທັນສະໄໝ ເປັນແຫ່ງທຳອິດໃນພາກພື້ນອາຊີ ເຮັດໃຫ້ຜູ້ໂດຍສານຜ່ານອາຄານສະໜາມບິນດັ່ງກ່າວ ສາມາດຜ່ານຂັ້ນຕອນການເຊັກອິນ ໂຫລດກະເປົາ ຜ່ານດ່ານກວດຄົນເຂົ້າເມືອງ ໄປຈົນເຖິງການຂຶ້ນເຮືອບິນໂດຍສານ ແບບອັດຕະໂນມັດດ້ວຍຕົນເອງ ໂດຍບໍ່ຈຳເປັນຈະຕ້ອງມີເຈົ້າໜ້າທີ່ສະໜາມບິນ ມາເຮັດຂັ້ນຕອນຕ່າງໆໃຫ້ຫຍຸ້ງຍາກ.