ຂປລ. ທ້າຍເດືອນມິຖຸນາ ຜ່ານມາ ຢູ່ແຂວງຄຳມ່ວນ, ຜູ້ຕາງໜ້າພະແນກອຸດສາຫະກຳ ແລະ ການຄ້າ 7 ແຂວງພາກກາງ ແລະ ພາກໃຕ້ ເຊິ່ງປະກອບມີ ນະຄອນຫລວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ອັດຕະປື, ເຊກອງ ແລະ ແຂວງຄຳມ່ວນ ໄດ້ຮ່ວມປຶກສາຫາລືແຜນພັດທະນາ ແລະ ຄຸ້ມຄອງຕາໜ່າງການຄ້າພາຍໃນ, ພ້ອມທັງເຜີຍແຜ່ບາງນິຕິກຳ ແລະ ລະບຽບການ, ວິທີການຈັດ ຕັ້ງປະຕິບັດ ວຽກງານການຄ້າພາຍໃນເຊັ່ນ: ການຄຸ້ມຄອງສິນຄ້າ ແລະ ລາຄາ, ການຄຸ້ມຄອງ ແລະ ພັດທະນາຕາໜ່າງສິນຄ້າ, ວຽກງານປົກປ້ອງຜູ້ຊົມໃຊ້, ວຽກງານຄຸ້ມຄອງການແຂ່ງຂັນທາງທຸລະກິດ, ສະຖິຕິ, ການກວດກາການຄ້າ ແລະ ການວິເຄາະວິໄຈວຽກງານການຄ້າ.