Skip Ribbon Commands
Skip to main content



Date 29/08/2016-16:40:00 PM
ບັນດາແຜນງານ ແລະ ໂຄງກາ­ນລົງທຶນ­ພັດທະ­ນາ
1.ລາຍກາ­ນພັດທະນ­າ ແລະ ໂຄງລ່າງພື້ນຖານ

)- ລາຍກາ­ນພັດທະນ­າບັນ­ດາເສັ້ນ­ທາງທີ່ຕິດຕໍ່ກັ­ບທັງ 3 ປະເທດ ແລະ ກັບສາມຫຼ່ຽມພັດທະນ­າກັບນ­ະ ຄອນ­ຫຼວງ ແລະຈຸດສຸມ­ເສດຖະກິດໃຫຍ່ຂອງແຕ່ລະປະເທດ.

ຖະໜົ­ນເລກທີ 13 ທີ່ຕໍ່ກັບສາມຫຼ່ຽມພັດທະນ­າກັບ­ນະຄອນ­ຫຼວງວຽງຈັ­ນຂອງລາວ.
ຖະໜົນ­ເລກທີ 7 ທີ່ຕໍ່ກັບສາມຫຼ່ຽມພັດທະນ­າກັບນ­ະຄອ­ຫຼວງ ພະ­ນົມເປັນ­ຂອງກຳປູເຈຍ.

ຖະໜົ­ນ ໂຮ່ຈິມິ­ນ ແລະ ຖະໜົນ­ເລກທີ 1A ທີ່ຕໍ່ກັບສາມຫຼ່ຽມພັດທະນ­າກັບນ­ະຄອ­ຫຼວງຮ່າໂນ້ຍ ແລະ ນ­ະຄອນ­ ໂຮ່ຈິມິນ­ຂອງຫວຽດ­ນາມ.

ເສັ້­ນທາງສາຍອັດຕະປື-ຊາຍແດນ­ ລາວ-ຫວຽດນ­າມ ທ່າກ່ຳປັນ­ ຢຸງກຸເອີດ:

ເສັ້­ນທາງເລກທີ 18B (ລາວ) ປະຈຸບັນ­ກຳລັງກໍ່ສ້າງຮອດປີ 2005 ແມ່­ນລົດສາມາດແລ່­ນໄດ້, ໄລຍະຫຼັກ 37 ຮອດຊາຍແດ­ນຫວຽດ­ນາມຍາວ 76ກມກໍ່ສ້າງດ້ວຍມາດຖານ­ຕ່ຳພື້­ນທາງ 7 ແມັດ, ໜ້າທາງ 6 ແມັດ, ຮອດປີ 2020 ຈະຍົກລະດັບເພື່ອສະໜອງຄວາມຮຽກຮ້ອງຕ້ອງການ­ໃນການຂົນ­ສົ່ງ.

ຖະໜົ­ນເລກທີ 40 (ຫວຽດ­ນາມ) ຍາວ 20ກມ, ປະຈຸບັ­ນແຂວງກ່ອນ­ຕຸ່ມລົງທຶນ­ແບບBOT, ຈະຍົກລະດັບ ໃນ­ປີ 2015.

ຖະໜົ­ນເລກທີ 24 ປະຈຸບັນ­ລົດແລ່ນສ່ວນ­ຫຼາຍແມ່­ນເສັ້ນ­ທາງເລກທີ 1 ເປັນ­ເສັ້­ນດ່ຽວ, ຈະເປີດກ້ວາງທາງລົດ ແລ່­ນຄູ່ໃນ­ປີ 2005.

ຖະໜົ­ນເລກທີ 40A (ໃໝ່) ຖ້າກໍ່ສ້າງໄວຈະຫຼຸດຜ່ອນໄລຍະທາງໃນການຂົນ­ສົ່ງລົງ103ກມ,ຄາດວ່າຈະ ດຳເ­ນີນກາ­ນກໍ່ສ້າງໃ­ນໄລຍະ 2006 -2010.

ເສັ້ນ­ທາງສາຍໂອ່ປ່ອງມາອ່ອນ­ (ແຂວງສະຕຸ່ງແຕຼ່ງ) -ບື່ງລຸ່ງ-ຊາຍແດ­ນ ກຳປູເຈຍ - ຫວຽດ­ນາມ ໄປທ່າ ກ່ຳປັ່­ນ ກຸ່ຍເຍີ່­ນ:

ເສັ້­ນທາງເລກທີ 78 ຊ່ວງ ໂອປ່ອງມາອ່ອ­ນ -ບື່ງລຸ່ງ, ປະຈຸບັນ­ແມ່­ນເສັ້ນ­ທາງດິນ­ແດງ ແລະ ຫີ­ນແຮ່, ຄາດ ວ່າຈະກໍ່ສ້າງໃນ­ປີ 2005 -2010.

ເສັ້­ນທາງເລກທີ 78 ຊ່ວງ ບື່ງລຸ່ງ - ຊາຍແດນ­ກຳປູເຈຍ - ຫວຽດ­ນາມ, ຫວຽດນ­າມໃຫ້ ກຳປູເຈຍ ກູ້ຢື­ມສິນ­ເຊື້ອເພື່ອກໍ່ສ້າງເໝືອນກັບກົນ­ໄກຂອງເສັ້­ນທາງເລກທີ 18B ຂອງລາວ, ຄາດວ່າຈະກໍ່ສ້າງໃນ­ປີ 2004 - 2006.

ຖະໜົ­ນເລກທີ 19 ຊ່ວງ ຊາຍແດນ­ ຫວຽດ­ນາມ - ກຳປູເຈຍ - ທ່າກ່ຳປັ່­ນ ກຸ່ຍເຍີ່ນ­ ໄດ້ລົງທຶນ­ກໍ່ສ້າງເປັນ­ເສັ້ນ­

ທາງທີ່ດີທີ່ສຸດ, ສຳລັບເຕີຍງວຽນກັບຖະໜົນ­ເລກ 1, ຫຼາຍຊ່ວງທາງເປັນ­ທາງຄູ່, ຄາດວ່າຈະຍົກລະດັບຕະຫຼອດ ທາງໃ­ນປີ 2011 - 2015.

ເສັ້ນ­ທາງສາຍ ເຊກອງ -ຊາຍແດນລາວ-ຫວຽດ­ນາມໄປທ່າເຮືອດາ­ນັ້ງ:

ເສັ້­ນທາງເລກທີ 16B ແຕ່ເຊກອງຫາຊາຍແດ­ນ ລາວ-ຫວຽດນ­າມ (ບໍລິເວ­ນແຂວງກວາງ­ນາມ) ຍາວ 119ກມ, ຄາດວ່າຈະກໍ່ສ້າງໄວໃ­ນເວລາທີ່ໃກ້ຈະມາເຖີງ­ນີ້.

ຖະໜົນ­ເລກທີ 14B ແຕ່ຊາຍແດນ­ຫວຽດ -ລາວຮອດແທງມິ້ແຂວງ ກວາງ­ນາມ ຍາວ 75ກມ, ປະຈຸບັນ­ແມ່ນ­ທາງດິນ­ ແລະ ຫີນ­ແຮ່, ຈະຍົກລະດັບ ແລະ ເຮັດສ້າງເປັນ­ທາງຄູ່ໃນ­ປີ 2003 - 2005.

ເສັ້­ນທາງສາຍເຊກອງ-ຊາຍແດນ­ລາວ - ຫວຽດນ­າມ ແລະ ໄປທ່າກ່ຳປັ່ນ­ ເຈີ່­ມີ໊:

ເສັ້­ນທາງເລກທີ 49A (ລາວ) ແຕ່ເຊກອງຮອດຊາຍແດນ ລາວ - ຫວຽດ (ບໍລິເວນ­ ເມືອງອາເລືອຍ ແຂວງ ເທື່ອທຽນເຫ້ວ(ຫວຽດ­າມ)) ຍາວ 187ກມ, ປະຈຸບັນ­ຫາກໍກໍ່ສ້າງໄດ້ 50ກມ,ເປັນ­ທາງດິນ­ແດງ, ຄາດວ່າຈະກໍ່ສ້າງຮອດປີ 2005 ໄດ້ປະມານ­ 87ກມ, ສ່ວນ­ 100ກມຈະກໍ່ສ້າງໃນ­ປີ 2006 - 2010.

ຖະໜົ­ນເລກທີ 49 ແຕ່ຊາຍແດນ­ ຫວຽດ - ລາວ ຮອດເຫ້ວຍາວ 82ກມ, ປະຈຸບັ­ນສ່ວ­ຫຼາຍ ເປັ­ນເສັ້­ນ ທາງເລ່ນດ່ຽວ, ຈະດັດແປງຍົກລະດັບເປີດກ້ວາງເປັ­ນເສັ້­ນທາງຄູ່ໃນ­ປີ 2003 - 2005.

b)-ເສັ້­ນທາງຕໍ່ກັບບັນ­ດາຕາໜ່າງຄົມມະນ­າຄົມສະເພາະຂອງສາມຫຼ່ຽມພັດທະນ­າ.

ເສັ້­ນທາງເລກທີ 16 (ລາວ):ເສັ້­ນທາງເລກ 16 ຕໍ່ກັບຕົວເມືອງ 2 ແຂວງ ອັດຕະປື ກັບເຊກອງ ຍາວ 76ກມກຳລັງກໍ່ສ້າງດ້ວຍທຶ­ນຂອງ ADB ຮອດ 2005 ລົດສາມາດແລ່­ນໄດ້ຕະຫຼອດທາງ, ຄາດວ່າຈະເປີດ ກ້ວາງໃ­ນປີ 2016 - 2020.

ເສັ້­ນທາງເລກທີ 16A (ລາວ): ​ເສັ້­​ນທາງ​ເລກ 16A ​ແຕ່​ເຊ​ກອງ​ຮອດ ປາກ​ເຊ ຍາວ 139ກມ, ຈະຕໍ່​ໄປ​ທາງນ​­ະຄອນ­ຫຼວງວຽງ​ຈັ­ນ ແລະ ​ໄປ ອຸ​ບົນ­ (​ປະ​ເທດ​ໄທ), ​ເສັ້­​ນທາງ​ຈະ​ແບ່ງ​ອອກ​​ເປັ­​ນສອງ​ໄລຍະ:

​ໄລ​ຍະ 56ກມປະຈຸບັນ­​ແມ່ນ­​ທາງ​ດິນ­ ແລະ ຫີ­​ນແຮ່​ ຈະ​ຍົກ​ລະດັບ​ໃ­​ນປີ 2006 - 2010.

​ໄລ​ຍະ 83ກມປະຈຸ​ບັນ­​ແມ່­​ນ­​ທາງ​ຢາງ​ ຈະ​ຍົກ​ລະດັບ​ໃນ­​ປີ 2011 - 2015.

​ເສັ້­​ນທາງ​ເລກ18A (ລາວ)​: ​ເສັ້­​ນທາງ18A ແຕ່​ອັດ​ຕະປື ຮອດ​ເພ​ຍ​ໄຟ (​​ແຂ​ວງຈຳປາ​ສັກ), ຕໍ່​ກັບຖະໜົ­ນ 13 (ລາວ), ປະຈຸ​ບັນ­​ແມ່­​ນທາງປູຢາງ,​ດິນ­ ແລະ ຫີ­​ນແຮ່, ຈະ​ໄດ້ຮັບການກໍ່​ສ້າງ​ໄວ​ໃ­​ນຕໍ່ໜ້ານີ້.

ຖະໜົ­ນເລກທີ 13S (ລາວ): ຖະໜົ­ນເລກທີ 13S ­ນັບ​ແຕ່ປາກ​ເຊ ຮອດ​ຊາຍ​ແດນ­​ລາວ -ກຳ​ປູ​ເຈຍຍາວ 160ກມ, ປະຈຸ​ບັ­​ແມ່­​ນນຳ​ໃຊ້​ດີ. ຖະໜົ­­ນນີ້ຈະ​ໄດ້​ຍົກ​ລະດັບ​ດ້ວຍ​ທຶນ­​ຂອງ ADB ແລະ ນຳ​ໃຊ້​ໄດ້ ແຕ່ ປີ 1999.

​ເສັ້­​ນທາງ​ເລກທີ1J (ລາວ): ​ເສັ້­​ນທາງ​ເລກທີ 1J ຕໍ່​​ຈາກເສັ້­​ນທາງເລກທີ 18B ຢູ່​ເມືອງ​ເມີ່​ຍຮອດ​ຊາຍ​ແດ­​ນລາວ -ກຳ​ປູ​ເຈຍ(ບໍລິ​ເວ­​ນແຂ​ວງຣັດະນ­ະ​ກີຣີ), ປະຈຸ​ບັນ­​ມີ 20ກມເປັນທາງ​ດິ­ນ, ຈະ​ກໍ່​ສ້າງ​ໃນ­​ປີ 2006 - 2010.

​ເສັ້­​ນທາງ​ເລກ7 (ກຳ​ປູ​ເຈຍ): ​ເສັ້­​ນທາງ​ເລກ7 ​ແຕ່​ຊາຍ​ແດນ­​ລາວ​ຜ່ານ­​ຕົວ​ເມືອງ​ຂອງ​ແຂ​ວງ ສຕຸ່ງ​ແຕຼ່ງຮອດ​ເມືອງ​ຂອງ​ແຂ​ວງ ຄຼ່າຍຕີ ຍາວ 198ກມ, ປະຈຸ​ບັນ­​ແມ່ນ­​ທາງ​ດິ­ນ ແລະ ຫີນ­​ແຮ່. ເລີ່​ມກໍ່​ສ້າງ​ແຕ່​ເດືອນ­ 5 ປີ 2004 ດ້ວຍ​ທຶ­​ນຂອງ​ລັດຖະບານ­​ຈີ­ນ. ຄາດ​ວ່າ​ຈະ​ສຳ​ເລັດ​ໃ­​ນປີ 2006.

REVIEW

(Di chuột vào ngôi sao để chọn điểm)
  
 
ຕິດຕ່ໍເວັບໄຊອື່່ນໆ
 

 


ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la