Skip Ribbon Commands
Skip to main content



Date 29/08/2016-16:03:00 PM
ສາທາລະນ­ະ​ລັດ ສັງຄົມ​­ນິຍົມ ຫວຽດ­ນາມ

ຂໍ້​ມູ­​ນຂ່າວສາ­ນ​ກ່ຽວ​ກັບ​ພູມ​ມີ​ສາດ​ຫວຽດ­ນາມ
ຫວຽດນ­າມ​ ແມ່ນ­​ປະ​ເທດ​ໜຶ່ງທີ່​­­​ຢູ່​ໃ­​ນແຫຼມອິ­​ນດູ​ຈີນ­​, ​ແຄມ​ທະ​ເລ​ປາຊີ​ຟິກ. ຫວຽດນ­າມມີ​ເສັ້­ນຊາຍ​ແດ­ນທາງ ບົກ​​ຍາວ 4.550ກມ ຕິດ​ກັບ​ຈີ­​ນທາງ​ດ້ານ­​ທິດ​ເໜືອ, ກັບ​ລາວ ​ແລະ ກຳ​ປູ​ເຈຍ ທາງ​ດ້ານ­​ທິດ​ຕາ​ເວັ­​ນຕົກ;ທິດ​ຕາ​ເວັ­​ນອອກ​ຕິດ​ກັບ​ທະ​ເລ​ຕາ​ເວັນ­​ອອກ. ຢູ່​ໃນ­​​ແຜ່ນ­​ທີ່​ດິນ­​ຕໍ່ແຜ່ນ­​ຫວຽດ­ນາມ​ໃ­​ນຮູບ​ຕົວ​ອັ​ສອນ­ S, ​ແກ່​ຍາວ​ຕາມ​ເສັ້ນ­ຂະໜານ­ 23o23’ ທິດ​ເໜືອຮອດ 8o27’ ທິດ​ເໜືອ, ມີ​ຄວາມ​ຍາວ 1.650ກມຕາມ​ທິດ​ເໜືອ​ໃຕ້, ສ່ວນ­​ທີ່ກ້ວາງ​ທີ່​ສຸດ ມີປະມານ­ 500ກມ; ບ່ອ­​ນທີ່​ແຄບ​ທີ່​ສຸດ​ມີ​ 50ກມ.

ພູມ​ສັ­ນຖານ­​ຫວຽດນ­າມ ​ມີຫຼາຍຮູບ​ແບບ:ເຂດພູດອຍ, ທົ່ງ​ພຽງ, ​ແຄມ​ທະ​ເລ ແລະ ​ເຂດ​ພື້­ນທີ່​ດິນ­, ​ໄດ້​ສ່ອງ​ແສງ​ທາງ​ດ້ານ­​ປະຫວັດສາດ​ແຫ່ງ​ກາ­​ນພັດທະນ­າ​ດ້າ­​ນທໍລະ­ນີ​ສາດ, ພູມ​ສັ­ນຖາ­ນທີ່​ຍາວ​­­​ໃນ­​ສະພາບ​ແວດ​ລ້ອມ​ທີ່ມີ​ລົມ​ຝົ­ນ, ອາກາດຮ້ອ­​ນໜາວ, ມີ​ການ­​ຜັນ­​ປ່ຽນ­ຢ່າງ​ຮຸນ​ແຮງ. ພູມ​ສັນ­ຖານ­​ຕ່ຳ​ລົງ​ຄ່ອຍໆ​ຕາມ​ທິດຕາ​ເວັນ­​ຕົກ​ສ່ຽງ​ເໜືອ - ຕາ​ເວັນ­​ອອກ​ສ່ຽງ​ໃຕ້, ​ໄດ້​ສະ​ແດງ​ອອກ​ໃຫ້​ເຫັນ­​ຢ່າງ​ຊັດ​ເຈ­ນໂດຍ​ຜ່ານ­​ທິດ​ທາງ​ການ­​ໄຫຼຂອງ​ສາຍ​ນ້ຳ​ໃຫຍ່.

ພູ​ກວມ​ເອົາ 3/4 ຂອງ​ເນື້ອທີ່­ດິ­ນ ແຕ່​ຕົ້ນ­​ຕໍ່ແມ່­ນພູ​ຕ່ຳ. ພູ­​ຕ່ຳ​ກ່ວາ 1.000ກວມ​ເຖິງ 85% ຂອງ​ອານ­າ​ເຂດ. ພູ​ສູງ​ກ່ວາ 2.000ກວມ​ເອົາພຽງ​ແຕ່​ 1%. ພູ​ຫວຽດນ­າມ​ກາຍ​ເປັນ­​ຮູບຄັນ­ທະ​­ນູ​ໃຫຍ່ ຫັ­​ນທິດ​ອອກ​ສູ່​ທະ​ເລ​ຕາ​ເວັນອອກ, ມີ​ຄວາມ​ຍາວ 1.400ກມ, ​ແຕ່​ທິດ​ຕາ​ເວັນ­​ຕົກ​ສ່ຽງ​ເໜືອເຖິງຕາ​ເວັນ­​ອອກ­ນາມ​ໂບ້. ບັ­ນດາ​ສາຍ​ພູ​ທີ່​​ໃຫຍ່​ໂຕ​ທີ່​ສຸດ ກໍ່​ລ້ວ­​ນແຕ່​ຢູ່​ທາງ​ເບື້ອງທິດ​ຕາ​ເວັນ­​ຕົກ ​ແລະ ທິດ​ຕາ​ເວັນ­​ຕົກ​ສ່ຽງ​ເໜືອກັບ​ຍອດ​ພູ​ຟາ­​ຊີ​ຟັງ ສູງ​ກ່ວາໝູ່ໝົດ​ໃນ­​ແຫຼມອີ​­ດູ​ຈີ­ນ (3.143). ແຜ່​ອອກ​ສູ່ທາງ​ທິດຕາ​ເວັນ­​ອອກ, ບັ­ນດາ​ສາຍ​ພູ​ຄ່ອຍໆ​ຕ່ຳ​ລົງ ​ແລະ ສິ້ນ­ສຸດ​ຢູ່​ທີ່​ແຜ່­ນ ດິ­​ນຕ່ຳ​ແຄມ​ທະ​ເລ. ຈາກ​ແກ່ວ ຫາຍ​ເວິນ­ ເຂົ້າ​ໄປ​ສູ່​ທາງ​ທິດ​ໃຕ້, ພູມ​ສັນ­ຖານ­​ແມ່­​ນ ງ່າຍ​ດາຍ​ກ່ວາ. ຢູ່​ທີ່​­ນີ້​ແມ່­​ນບໍ່​ມີ​ສາຍ​ພູ​ຜະລາ­​ນຫີ­ນຍາວ ​ແຕ່​ມີ​ບັນ­ດາ​ກຸ່ມ​​ໂງ່­​ນຫີ­ນດອກ​ໄມ້​ແຂງ​ກ້ວາງ​ໃຫຍ່, ມີ​ບາງ​ບ່ອນ­​ສູງ​ຂຶ້­​ນເປັນ­​ຈອມ​ເຂົາ​ສູງ. ສ່ວນ­​ທີ່​ຍັງ​ເຫຼືອ​ແມ່­​ນພູ​ພຽງ​ເຊື່ອມ​ຕໍ່​ກັບ​ເຕີຍ​ງວຽ­ນ, ​ແຄມ​ທາງ​ທິດ​ຕາ​ເວັນ­​ອອກ ​ໄດ້​ເ­ນັ່ງ​ເປັນ­​ສາຍ​ພູຫຼວງ​ເຈື່ອງ​ເຊີນ­.

ທົ່ງ​ພຽງ​ກວມ​ເອົາ​ແຕ່​ພຽງ 1/4 ຂອງ​ເ­ນື້ອທີ່​ດິ­​ນ ແລະ ຖືກໜ່ວຍພູ​ຂວາງ​ກັ້ນ­​ເປັ­ນຫຼາຍ​ເຂດ. ​ມີ​ສອງ​ທົ່ງ​ພຽງ​ທີ່​ກ້ວາງ​ໃຫຍ່, ອຸດົມ​ສົມບູ­​ຄື: ­​ທົ່ງ​ພຽງ​ບັກ​ໂບ້ (​ໂລ່ງ​ແມ່​­ນ້ຳ​ແດງ, ຍາວ 16.700ກມ2) ແລະ ທົ່ງ​ພຽງ​­າມ​ໂບ້ (​ໂລ່ງ ​ແມ່​ນ້ຳ​ຂອງ, ຍາວ 40.000ກມ2). ­­​ຢູ່​ລະຫວ່າງ​ກາງຂອງ​ດິນ­​ສັນ­​ດອ­​ນປາກ​­ນ້ຳໃຫຍ່ ­ນັ້ນ­​ແມ່­​ນຮ່ມພູ​ພຽງ​ທີ່​­ນ້ອຍ​ແຄບ, ​ຈັດ​ແບ່ງ​ລຽບ​ຕາມ​​ຝັ່ງ​ທະ​ເລ​ພາກ​ກາງ, ຈາກ​ທົ່ງ​ພຽງ​ທີ່​ຂຶ້ນ­ກັບ​ລົ່ງມ້າ (​ແທງ​ຮ່ວາ) ເຖິງຟານ­​ທຽດ ​ໂດຍ​ມີ​ເ­ນື້ອ ທີ່​ລວມທັງໝົດ 15.000ກມ2.

ຫວຽດ­ນາມ​ມີ​ສາມດ້າ­ນໜ້າຕາ​ເວັ­​ນອອກ, ​ໃຕ້ແລະຕາ​ເວັນ­​ຕົກ-ໃຕ້ມຸ່ງ​​ໄປ​ຍັງ​ທະ​ເລ ກັບ​ແຄມ​ທະ​ເລ​ຍາວ 3.260ກມ, ​ແຕ່​ມ່ອງ​ກ່າຍ ຢູ່​ທິດ​​ເໜືອຮອດ ຮ່າ​ຕຽນ­ ຢູ່​ທິດ​ຕາ​ເວັນ­​ຕົກ​ສ່ຽງ​ໃຕ້. ສ່ວນ­ທະເລມະຫາສະມຸດ​ທີ່​ຂຶ້ນ­ກັບ​ອະທິປະ​ໄຕ​ຂອງ​ຫວຽດ­ນາມ ມຸ່ງ​​ໜ້າ​ໄປ​ຍັງ​ທິດ​ຕາ​ເວັ­​ນອອກ ​ແລະ ຕາເວັນ­​ອອກ​ສ່ຽງ​ໃຕ້, ມີ​­ທີ່​ດິນ­, ບັ­ນດາ​ເກາະ ​ແລະ ບັ­ນດາ​ດອ­​ນໃຫຍ່​­ນ້ອຍ​ອ້ອມ​ຮອບ. ມີ​ພຽງ​ແຕ່ ອາວ​ບັກ​ໂບ້ ທີ່​ໄດ້​ລວມຕົວ​ກັ­​​ນຈົ­​ນເກືອບ​ຮອດ 3.000 ເກາະ ຢູ່​ໃນ­​ພື້ນ­ທີ່​ຂອງ​ອ່າວ​ຮ່າ​ລອງ, ບ່າຍ​ຕື້ລອງ, ບັ­ນດາ​ເກາະ ​ກາ​ດຮ້າຍ, ກາ​ດບ່າ, ​ເກາະ​ແບັກ​ລອງ​ວີ່... ໄກ​ກ່ວາ­ນັ້ນ­​ແມ່ນ­ໜ່ວຍ​ເກາະ​ຮ່ວາງ​ຊາ ​ແລະ ​ເຈື້ອງຊາ. ທິດ​ຕາ​ເວັ­ນຕົກ-ທິດໃຕ້ ແລະ ທິດ​​ໃຕ້ ມີ​ບັນ­ດາ​ກຸ່ມ​ເກາະ​ໂກ­ເຊີ­, ຟູ່ກັວກ ​ແລະ ​ໂທ້ຈູ.

ຫວຽດ­ນາມນ­ອ­​ນຢູ່​ໃນ­ເສັ້­ນສູນ­​ສູດ, ຕະຫຼອດປີ​ມີ​ອຸ­ນຫະພູມ​ສູງ ​ແລະ ລະດັບ​ຄວາມ​ຊຸ່ມ​ຊື່ນ­ຫຼາຍ. ທິດ​ເໜືອຮັບ​ຜົນ­​ສະທ້ອນ­​ຈາກ​ພື້ນ­ທີ່​ຂອງ​ຈີ­ນ ສະ­ນັ້ນ­ ໜ້ອຍຫຼາຍກໍມີ​ລັກສະນ­ະ​ອາກາດ​ຂອງ​ພື້ນ­ທີ່.ມະຫາສະມຸດ​ມີ​ຜົນ­ສະທ້ອນ­​ຢ່າງ​ເລິກ​ເຊິ່ງ​ເຖິງ​ລັກສະນ­ະ​ຂອງ​ຄວາມ​ກົດ​ດັນ­​ອຸນຫ­­ະ​ພູມ​ລົມຕາມ​ລະດູ​ຊຸ່ມ​ຂອງ​ດິນ­​ຕິດ​ແຜ່ນ­. ສະພາບພູມ​ມີ​ອາກາດ​ກົດ​ດັນ­​ຕ່ຳ​ມີ​ລົມ​ຕາມ​ລະດູ ທີ່​ບໍ່​ສະ​​ເໝີກັນ­ ຢູ່​ໃນ­​ຜືນ­​ແຜ່­ນດິນ­​ຫວຽດ­ນາມ, ອັ­​ນໄດ້​ກາຍ​ເປັນ­ແຕ່​ລະ​ພາກ ​ແລະ ບັນ­ດາ​ເຂດ​ທີ່​ມີ​ພູມມີ​ອາກາດ​ທີ່​ແຕກ​ຕ່າງ​ກັນ­​ຢ່າງ​ຈະ​ແຈ້ງ. ອາກາດ​ຫວຽດ­ນາມ​ປ່ຽນ­​ແປງ​ຕາມ​ລະດູ​ກາ­ນ ແລະ ​ແຕ່​ຕ່ຳ​ຫາ​ສູງ, ​ແຕ່​ເໜືອ​ເຖິງ​ໃຕ້ ແລະ ​ແຕ່​ຕາ​ເວັ­​ນອອກ​ຫາ​ຕາ​ເວັ­​ນຕົກ. ຍ້ອ­ນການ­​ຮັບ​ຜົນ­​ສະທ້ອ­ນຢ່າງ​ແຮງ​ຈາກ​ລົມ​ຕາມ​ລະດູ​ການ­ ຕາ​ເວັ­​ນອອກ​ສ່ຽງ​ເໜືອ ສະ​­ນັ້ນ ອຸນ­ະ​ພູມ​ສະ​ເລັ່ຍຢູ່ ຫວຽດ­ນາມ​ແມ່ນ­​ຕ່ຳ​ກ່ວາ​ອຸນະ​ພູມ​ສະ​ເລັ່ຍຢູ່ຫຼາຍປະ​ເທດ ທີ່​ຕັ້ງຢູ່ໜ່ວຍ​ໂລກ​ຕາມ​ເສັ້ນ­ຂະໜານ­ດຽວ​ກັນ­ໃນ­​ອາຊີ.

ຫວຽດ­ນາມ​ອາດ​ສາມາດ​ແບ່ງ​ອອກ​ເປັ­​ນສອງ​ສະພາບ​ອາກາດ​ໃຫຍ່: (1) ພາກ​ເໜືອ (​ແຕ່ແກ່ວ​ຮ້າຍ​ເວິນ­ຂຶ້ນ­​ໄປ) ແມ່ນ­​ອຸ­ນະ​ພູມ​ກົດ​ດັນ­​ລົມ​ຕາມ​ລະດູ, ​ໂດຍ​ມີ 4 ລະດູ​ຢ່າງ​ລະ​ອຽດ (ລະດູ​ບາ­​ນໃໝ່, ລະດູໃບ​ໄມ້ຫຼົ່ນ, ລະດູ​ແລ້ງ, ລະດູໜາວ), ​ໄດ້​ຮັບ​ຜົນ­​ສະທ້ອ­​ນຂອງ​ລົມ​ຕາມ​ລະດູ ຕາ​ເວັນ­​ອອກ​ສ່ຽງ​ເໜືອ ​ແລະ ລົມ​ຕາມ​ລະດູ​ຕາ​ເວັ­​ນອອກ​ສ່ຽງ​ໃຕ້. (2) ພາກ​ໃຕ້ (​ແຕ່​ແກ່ວ​ຮ້າຍ​ເວິ­​ນລົງ​ມາ) ເ­ນື່ອງ​ຈາກ​​ໄດ້​ຮັບ​ຜົນ­​ສະທ້ອນ­​ຂອງ​ລົມ​ຕາມ​ລະດູ​ໜ້ອຍ ສະ­ນັ້ນ­ ພູມ​ມີ​ອາກາດ​ແມ່­ນປະສົມ​ກົມກຽວ, ສ່ວນ​ຄວາມຮ້ອນ­​ ​ແມ່ນ​ຮ້ອນຕະຫຼອດປີ ແລະ ​ແບ່ງ​ອອກ​ເປັນ­ສອງ​ລະດູ​ຢ່າງ​ຈະ​ແຈ້ງ (ລະດູ​ແລ້ງ ​ແລະ ລະດູ​ຝົນ­).

ຄຽງ​ຄູ່​ກັ­­ນນັ້ນ­, ຍ້ອນ­​ອົງ​ປະກອບ​ຂອງ​ພູມ​ສັ­ນຖານ­, ຫວຽດນ­າມ​ຍັງ​ມີ​ບັ­ນດາ​ພູມີ​ພາກ​ອາກາດ​ຕື່ມ​ອີກ. ມີ​ສະຖານ­​ທີ່​ທີ່​ມີ​ອາກາດ​ຊຸມ​ເຢັນພໍ​ດີ​ຄື ສະ​ປາ ​ແຂ​ວງລາວ​ກາຍ, ດ່າລາ​ດ, ​ແຂ​ວງ ​ເລິມດົ່ງ. ມີ​ບ່ອນ­​­ຂຶ້ນ­ກັບ​ສະພາບ​ຂອງ​ພື້ນ­ທີ່​ຄື ລາຍ​ເຈົາ, ​ເຊີ­​ນລາ. ­ນີ້ແມ່ນ­​ສະຖາ­​ນທີ່​ທີ່​ປະ​ທັບ​ໃຈ​ແກ່​ການ­ທ່ອງ​ທ່ຽວ, ຜັກ​ຜ່ອນ­​ຍ່ອນ­ອາລົມ.

ພູມ​ມີ​ອາກາດ​ສະ​ເລັ່ຍຢູ່​ຫວຽດ­ນາມ ປັ່­​ນປ່ວ­​ນແຕ່ 21oC ຮອດ 27oC ແລະ ຄ່ອຍໆ​​ເພີ່ມ​ຂຶ້ນ­ແຕ່​ເໜືອ​ເຖິງ​​ໃຕ້. ລະດູ​ແລ້ງ, ອຸນ­ຫະພູມ​ສະ​ເລັ່ຍທົ່ວ​ປະ​ເທດ​ແມ່­ນ 25oC (ຮ່າ​ໂ­ນ້ຍ 23oC, ​ເຫ້ວ25oC, ນ­ະຄອນ­​ໂຮ່ຈີ່​ມິ­ນ 26oC). ລະດູໜາວຢູ່​ພາກ​ເໜືອ, ອຸນ­ະ​ພູມ​ຕ່ຳ​ສຸດ ຢູ່​ໃ­​ນຊ່ວງ​ເດືອນ­ 12 ແລະ ​ເດືອ­ນ 1. ຢູ່​ເຂດ​ພູ​ທິດ​ເໜືອ ຄື ສະ​ປາ, ຕາມ​ດ້າວ, ຮ່ວາງ​ລຽນ­​ເຊີນ­, ອຸນ­ະ​ພູມ ລົງ​ເຖິງ 0oC, ມີ​ຫິມະ​ຕົກ.

ຫວຽດ­ນາມ ​ມີ​ປະລິມານ­ແສງ​ແດດ​ ​ສະທ້ອນຈາກຕາ​ເວັນ­ຫຼາຍ​ ຈຳນ­ວ­​ນຊົ່ວ​ໂມງ​ແດດ​ແຕ່ 1.400 - 3.000 ​ຊົ່ວ​ໂມງ/ປີ. ປະລິມາ­ນຝົນ­​ສະ​ເລັ່ຍ​ແຕ່​ລະ​ປີ​ ແມ່ນ 1.500 ຫາ 2.000ມມ. ລະດັບ​ຄວາມ​ຊຸ່ມ​ບັນ­ຍາກາດລະຫວ່າງ 80%. ຍ້ອ­​ນຜົນ­​ສະທ້ອນ­​ຈາກ​ລົມ​ຕາມ​ລະດູ ແລະ ຄວາມ​ສັບ​ສົ­ນທາງ​ດ້າ­​ນພູມ​ສັນ­ຖາ­ນ ສະ­ນັ້ນ ຫວຽດ­ນາມ​ມັກ​ຈະ​ພົບ​ກັບ​ຜົນ­​ເສ​ຍຫາຍ​ທາງ​ດ້ານ­​ອາກາດ​ຄື ລົມ​ພະ​ຍຸ, ນ້ຳ​ຖ້ວມ, ​ແຫ້ງ​ແລ້ງ (ສະ​ເລັ່ຍໜຶ່ງປີ​ມີລົມ​ພະຍຸ, ຄວາມ​ກົດ​ດັນ­​ລົມ​ຕ່ຳ, ນ້ຳ​ຖ້ວມ, ​ແຫ້ງ​ແລ້ງ​ຂົ່ມ​ຂູ່ 6-10 ຄັ້ງ).

ຫວຽດ­ນາມ​ມີ​ຕາໜ່າງທາງ​​ແມ່​­ນ້ຳລຳ​ເຊ​ຫຼາຍສາຍ (2.360 ແມ່​­ນ້ຳ​ຍາວກ່ວາ 10ກມ), ​ໄຫຼຕາມ​ສອງ​ທິດ​ຕົ້ນ­​ຕໍ ແມ່­​ນຕາ​ເວັນ­​ຕົກ​ສ່ຽງ​ເໜືອ - ຕາ​ເວັ­​ນຕົກ​ສ່ຽງ​ໃຕ້ ແລະ ອ້ອມ​ຮອບ. ແມ່​­ນ້ຳ​ສອງ​ສາຍ​ທີ່​ໃຫຍ່​ກ່ວາໝູ່​ແມ່ນ­ແມ່​­ນ້ຳ​ແດງ ​ແລະ ​ແມ່​ນ້ຳຂອງ ສ້າງ​ເປັນ­​ສອງ​ເຂດ​ທົ່ງ​ພຽງ​ ທີ່​ກ້ວາງ​ໃຫຍ່ ແລະ ອຸດົມ​ສົມບູ­ນ. ລະບົບ​​ແມ່​ນ້ຳ, ນ້ຳຫ້ວຍ​ແຕ່​ລະ​ປີ ໄດ້​ມີ​ປະລິມານ­ນ້ຳເພີ່ມ​ຂຶ້ນ​ເຖິງ 310 ຕື້3. ລະບົບ­ນ້ຳຂອງ​, ແມ່ນ້ຳ​ລຳ​ເຊ​ແບ່ງ​ເປັ­​ນ ລະດູ​­ນ້ຳຖ້ວມ ​ແລະ ລະດູ​ແຫ້ງ​ແລ້ງ. ລະດູ​­ນ້ຳ​ຖ້ວມ​ກວມ​ເຖິງ 70-80% ຂອງ​ປະລິມາ­​­ນ້ຳໝົດປີ ແລະ ມັກ​ກໍ່​ໃຫ້​ເກີດ​­ນ້ຳນ​­ອງ.

ດິນ­​ຢູ່​ຫວຽດນ­າມ​ມີຫຼາກຫຼາຍ​ແບບ, ມີ​ຄວາມ​ອຸດົມ​ສົມ​ບູນ­ສູງ, ມີ​ຄວາມ​ສະດວກ​​ໃຫ້​ແກ່ການ­​ພັດທະນ­າ​ກະສິກຳ, ປ່າ​ໄມ້. ຫວຽດ­ນາມ​ມີ​ສາຍ​ພັນ­​ສັດ​ທີ່​ອຸດົມ​ສົມບູນ­, ມີຫຼາຍຊະ­ນິດ (ປະມາ­ນ 14.600 ປະ​ເພດ​ສັດສາ​ວາ​ສິ່ງ). ປ່າ​ທີ່​ສັດ​ອາ​ໄສ​ຢູ່​ຕົ້ນ­​ຕໍ​ແມ່ນ­​ປ່າ​ດົງ, ປະກອບ​ມີ​ຊະ­ນິດ​ໄມ້ ທີ່​ມັກ​​ແສງ​ສະຫວ່າງ, ອຸ­ນະ​ພູມ​ສູງ ​ແລະ ລະດັບ​ຄວາມ​ຊຸ່ມ​ຊື່­​ນສູງ.

REVIEW

(Di chuột vào ngôi sao để chọn điểm)
  
 
ຕິດຕ່ໍເວັບໄຊອື່່ນໆ
 

 


ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la