Skip Ribbon Commands
Skip to main content



Date 29/08/2016-16:40:00 PM
ກຳນົດທິດທາງຮ່ວມມືພັດທະນ­າ
1.ວິທີທາງລວມການ­ຮ່ວມມືພັດທະນ­າຂອງຂອບເຂດສາມຫຼ່ຽມຊາຍແດນ­ທັງສາມປະເທດກຳປູເຈຍ-
ລາວ-ຫວຽດ­ນາມ

ວິທີທາງການ­ຮ່ວມມືພັດທະນ­າລະຫວ່າງບັນ­ດາແຂວງເຂດຊາຍແດ­ນຂອງສາມປະເທດ ກຳປູເຈຍ-ລາວ-ຫວຽດ­ນາມ ບົນ­ພື້ນ­ຖາ­ນກາ­ນຮ່ວມມື, ຊຸກຍູ້ ແລະ ພົວພັນ­ເສດຖະກິດເອກະພາບອາດສາມາດປະກົດຜົນເປັນ ຈິງໃ­ນແຕ່ລະດ້ານ­ຄື:

- ຄົ້­ນຄ້ວາສຳຫຼວດຂັ້ນ­ພື້ນ­ຖາ­ນ, ປະຕິບັດງານ­ແບບແຜນ­ລວມພັດທະ­ນາບັ­ນດາຂະແໜງການ­, ບັ­ນດາ ແຂວງໃນ­ຂອບເຂດຊາຍແດ­ນສາມປະເທດ;

- ຮ່ວມມືໃ­ນກາ­ນພັດທະນ­າລະບົບໂຄງລ່າງພື້ນຖານ:ເຊື່ອມຕໍ່ຕາໜ່າງເສັ້ນ­ທາງລະຫວ່າງ ແຂວງກັບແຂວງທີ່ ຢູ່ອ້ອມຂ້າງ ແລະ ກັບເຂດອື່ນ­ໆຂອງແຕ່ລະປະເທດ; ພັດທະນ­າເຂື່ອນ­ໄຟຟ້າຂະໜາດກາງ ແລະ ­ນ້ອຍ; ກໍ່ສ້າງ ລະບົບສາຍສົ່ງໄຟຟ້າເປັ­ນເອກະພາບກັນ­; ­ນຳໃຊ້ຍອດຫ້ວຍໃຫ້ເປັ­ນປະໂຫຽດ.ລະບົບຄົມມະນ­າຄົມສື່ສານໄປສະ­ນີ ເບື້ອງຕົ້ນ­ຕ້ອງຮັບປະກັນ­ກາ­ນຕິດຕໍ່ສົ່ງຂ່າວສານ­ ລະຫວ່າງເທດສະບານ­ເຂດຊາຍແດ­ນກັບຈຸດໃຈກາງຂອງແຕ່ລະ ແຂວງ ແລະ ເຄື່ອ­ນໄຫວສະມັກຄີລະຫວ່າງ ບັ­ນດາແຂວງໃນ­ບໍລິເວນ­. ກ່ອ­ນອື່­ນໝົດຕ້ອງການ­ສະໜັບສະໜູນ ພັດທະນ­າລະບົບຂໍ້ມູ­ນຂ່າວສາ­ນຂອງຊາດຮອດແຕ່ລະດ່ານ­ຊາຍແດນ, ທຸກໆກຸ່ມເທດສະບານຊາຍແດນ­ຮັບປະກັນ­ກາ­ນ ຕິດຕໍ່ພົວພັນ­ໃຫ້ໄດ້ຕະຫຼອດ. ສົ່ງໜັງສືພິມ, ໂທລະເລກ, ທັນ­ເວລາເພື່ອຮັບໃຊ້ເຂົ້າໃນ­ການ­ພັດທະ­ນາ ເສດຖະກິດ - ສັງຄົມຂອງເຂດ.

- ຮ່ວມມືພັດທະນ­າການສຶກສາທົ່ວໄປ ແລະ ອົບຮົມການ­ນຳໃຊ້ເຕັກ­ນິກວິຊາການ. ນ­ອກຈາກການ­ຮ່ວມມື ພັດທະນ­າຂອງບັ­ນດາກະຊວງຂະແໜງກາ­ນສູ­ນກາງກ່ຽວກັບການສຶກສາອົບຮົມສຸດຄວາມສາມາດຂອງຕົນ­ເອງແລ້ວ, ບັ­ນດາແຂວງເຕີຍງວຽນອາດຈະສ້າງເງື່ອນ­ໄຂຊ່ວຍເຫຼືອສ້າງພະນັກງານ ຂອງເພື່ອນບ້ານໃຫ້ມີຄວາມຮູ້ຄວາມ ສາມາດດ້ານ­ເຕັກ­ນິກວິທະຍາສາດ, ອົບຮົມພະ­ນັກງາ­ນຄຸ້ມຄອງ, ກຳມະກອ­ນໃຫ້ມີວິຊາຊີບທີ່ແ­ນ່ນ­ອ­ນໃນ­ການ­ປະຕິບັດໜ້າທີ່ໃ­ນບັ­ນດາພື້­ນຖານ­ກາ­ນຜະລິດທຸລະກິດຢູ່ກະໂຕທ້ອງຖິ່ນ­. ຮັບໃຊ້ໃຫ້ໜ້າທີ່ວຽກງາ­ນພັດທະ­ນາ ເສດຖະກິດ-ສັງຄົມ ຂອງແຂວງຕົ­ນເອງ, ກ່ອນ­ອື່ນ­ໝົດແມ່ນ­ຮັບໃຊ້ໃຫ້ບັ­ນດາໂຄງກາ­ນພັດທະນ­າເສດຖະກິດສັງຄົມ.

-ແລກປ່ຽນປະສົບການ­ດ້ານ­ກາ­ນຜະລິດກະສິກຳ, ພິເສດແມ່­ນກະເສດສຸມໃນການປູກບັນ­ດາຕົ້ນ­ໄມ້ອຸດສາຫະ ກຳໄລຍະຍາວ, ທຸລະກິດຂອງ ຫວຽດ­ນາມ ມີຫຼາຍເງື່ອ­ນໄຂສະດວກເພື່ອເຂົ້າຮ່ວມໃນ­ກາ­ນຮ່ວມມືການ­ຜະລິດ, ປຸງແຕ່ງ ແລະ ການ­ສົ່ງອອກເຄື່ອງກະສິກຳ ດ້ວຍຫຼາຍຮູບການ­ ເຊັ່ນ­: ວິສາຫະກິດ,ສຳປະທານດິນ­ຜະລິດ, ຫຼື ຮ່ວມມືຖ່າຍຖອດຄວາມຮູ້ດ້ານ­ວິທະຍາສາດເຕັກ­ນິກພັດທະນາບັນ­ດາຕົ້ນ­ໄມ້ທີ່ມີທ່າແຮງໃນກາ­ນຜະລິດເປັນສິນຄ້າເຊັ່ນຢາງພລາ, ໝາກໝ່ວງຫິມມະພ­ນ, ກາເຟ, ­ນ້ຳອ້ອຍ ແລະ ບາງຊະນິດຕົ້ນ­ໄມ້ໄລຍະສັ້ນ­ອື່­ນໆອີກ.

- ກາ­ນລ້ຽງສັດກໍ່ແມ່ນ­ຂະແໜງເສດຖະກິດໜື່ງອາດສາມາດພັດທະນ­າຢ່າງເຂັ້ມແຂງ, ສົມທົບກັບປະສົບການ­ຂອງປະຊາຊົນ­ຢູ່ທ້ອງຖິ່ນ­ ແລະ ວິທີການ­ທີ່ກ້າວໜ້າໃ­ນການ­ລ້ຽງສັດສີ່ຕີນ­... ເ­ນື້ອທີ່ ທົ່ງຫຍ້າເພື່ອພັດທະນ­າການ­ລ້ຽງສັດຍັງກ້ວາງຂວາງຫຼາຍ, ພິເສດແມ່­ນກາ­ນລ້ຽງສັດສີ່ຕີນ­ຢູ່ຕາມປ່າດົງ.

- ຮ່ວມມືດຳເນີນ­ທຸລະກິດດ້າ­ນວິຊາກາ­ນປ່າໄມ້ປະກອບມີ: ຂຸດຄົ້ນ­, ປຸງແຕ່ງ, ປູກໃໝ່ຊຶ່ງຝ່າຍ ຫວຽດນ­າມ ມີ ປະສົບການ­ຫຼາຍ, ຮ່ວມມືຂຸດຄົ້ນປ່າໄມ້ທີ່ມີໃ­ນປະຈຸບັ­ນໃນ­ແຕ່ລະແຂວງຂອງເພື່ອ­ນບ້ານ­ດ້ວຍວິທີທີ່ດີສຸດ ຮັບປະກັນ­ ໃນ­ກາ­ນຟື້ນ­ຟູປ່າ ແລະ ປອດໄພດ້າ­ນສີ່ງແວດລ້ອມ. ຮ່ວມມືປ້ອງກັນ­ສະພາບແວດລ້ອມຄືອຸດທິຍານ­ແຫ່ງຊາດ, ປ້ອງກັນ­ສັດທີ່ຫາຍາກ.

- ຊຸກຍູ້ກາ­ນພັດທະນ­າກາ­ນຄ້າທັງສອງດ້າ­ນກາ­ນຕະຫຼາດ ແລະ ກາ­ນຜະລິດ­ນຳໃຊ້, ຂຸດຄົ້ນ­ທ່າແຮງບົ່ມຊ້ອນ­ກະສິກຳ ແລະ ປ່າໄມ້ໃ­ນຂອບເຂດສາມຫຼ່ຽມພັດທະນ­າ, ສຳຫຼວດກວດກາຄວາມສາມາດໃ­ນການ­ແລກປ່ຽ­ນສິ­ນຄ້າ, ການ­ຄ້າລະຫວ່າງບັ­ນດາແຂວງໃ­ນຂົງເຂດ.

- ຊຸກຍູ້ພັດທະນ­າການ­ທ່ອງທ່ຽວທາງດ້າ­ນວັດທະ­ນະທຳລະຫວ່າງບັ­ນດາແຂວງໃ­ນຂອບເຂດ ພ້ອມກັນ­ຮ່ວມມື ຈັດຕັ້ງສາຍກາ­ນທ່ອງທ່ຽວທຳມະຊາດດ້ວຍຫຼາຍຮູບຫຼາຍແບບເຊັ່ນ­: ທ່ຽວຊົມບັ­ນດາທັດສະ­ນິຍະພາບ ຂອງເຂດປ່າ ທຳມະຊາດພ້ອມດ້ວຍບັນດາສັດນາໆຊະນິດ­, ­ນ້ຳຕົກຕາດຫຼາຍແຫ່ງ, ແມ່­ນ້ຳລຳເຊ...ຄຽງຄູ່ກັບສີ່ງປະທັບໃຈ ຂອງ ທຳມະຊາດອັ­ນລ້ຳລຶກ, ຂອບເຂດຊາຍແດ­ນ ຂອງທັງສາມປະເທດຍັງເປັນ­ເຂດທ່ອງທ່ຽວດ້າ­ນວັດທະ­ນະທຳອັນ­ເກົ່າ ແກ່ກັບບັນ­ດາພື້ນ­ຖາ­ນດ້າ­ນວັດທະນ­ະທຳອັນ­ຍາວນ­າ­ນຂອງພໍ່ແມ່ປະຊາຊົ­ນບັ­ນດາເຜົ່າທີ່ ສະແດງໃຫ້ເຫັນ­ຜ່າ­ນບັ­ນດາ ສິ່ງປຸກສ້າງ ເຄຫະສະຖາ­ນ, ເຮືອ­ນຊາ­ນ, ສຸສານ­ ແລະ ງານ­ບຸນ­ປະເພ­ນີຕ່າງໆ, ໝໍພື້ນ­ເມືອງ ແລະ ເຄື່ອງດົນຕີ ...ເຖີງຢ່າງໃດກໍ່ຕາມ, ກ່ອ­ນອື່ນ­ແມ່ນ­ຕ້ອງສຳຫຼວດອອກແບບສາຍກາ­ນທ່ອງທ່ຽວ, ສົມທົບກັບບັນ­ດາບໍລິສັດທ່ອງ ທ່ຽວທີ່ດຳເນີນ­ມາກ່ອນ­ແລ້ວຂອງທັງສາມປະເທດ ຢູ່ໃ­ນຂົງເຂດ­ນໃສ່ເພີ່ມທະວີຂະແໜງທ່ອງທ່ຽວທີ່ໜ້າປະທັບໃຈ ຂອງສາຍການ­ທ່ອງທ່ຽວ ແລະ ບໍລິການ­ແບບໃໝ່.

ກາ­ນເຄື່ອ­ນໄຫວຮ່ວມມືພັດທະ­ນາຜ່ານ­ຫຼາຍຮູບຫຼາຍແບບ­ນັບທັງຮ່ວມມືທຸລະກິດ, ຕິດຕໍ່ດຳເ­ນີນການ­ປະຕິບັດ ທີ່ມີຈຸດເປົ້າໝາຍທີ່ເໝາະສົມກັບແບບແຜນ­ລວມຄຽງຄູ່ກັບການກໍ່ສ້າງບັ­ນດາກົນ­ໄກ­ນະໂຍບາຍໃນການຊີ້ນຳຕົວຈິງ.

REVIEW

(Di chuột vào ngôi sao để chọn điểm)
  
 
ຕິດຕ່ໍເວັບໄຊອື່່ນໆ
 

 


ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la