Skip Ribbon Commands
Skip to main content



 
ຕິດຕ່ໍເວັບໄຊອື່່ນໆ
 

 

ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ກຳປູເຈຍ
(31/07/2017-09:57:00 AM)
ຂປລ. ລະຫວ່າງວັນ 26-29 ກໍລະກົດ 2017, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ນຳພາຄະນະຜູ້ແທນຂອງລາວ ປະກອບດ້ວຍກົມນະໂຍບາຍການເງິນ ແລະ ນິຕິກຳ, ກົມສ່ວຍສາອາກອນ, ກົມງົບປະມານ, ​ກົມພາສີ ແລະ ບັນດາກົມກ່ຽວຂ້ອງກະຊວງການເງິນ ໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ນະຄອນຫລວງ ພະນົມເປັນ ຣາຊະອານາຈັກ ກຳປູເຈຍ.
    ສະພາແຫ່ງຊາດລາວ-ຫວຽດນາມ ຈັດກອງປະຊຸມແລກປ່ຽນບົດຮຽນສອງຫ້ອງວ່າການ ຄັ້ງທີ IX
    (25/07/2017-14:19:00 PM)
    ຂປລ. ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງສອງຫ້ອງວ່າການ ສະພາແຫ່ງຊາດລາວ-ຫວຽດນາມ ຄັ້ງທີ IX ໄດ້ຈັດຂຶ້ນ ໃນວັນທີ 25 ກໍລະກົດ 2017 ທີ່ນະຄອນດາໜັງ ສສ.ຫວຽດນາມ ໂດຍການພັດປ່ຽນການເປັນ ປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ເລຂາທິການສະພາແຫ່ງຊາດ ສປປ ລາວ ແລະ ສະຫາຍ ຫງວຽນ ແຮ໋ງ ຟຸກ (Nguyen Hanh Phuc) ຫົວໜ້າຫ້ອງວ່າ ການສະພາແຫ່ງຊາດ ສສ.ຫວຽດນາມ; ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້, ມີສະຫາຍ ຕ໋ອງ ທິ ຝ໋ອງ (Tong Thi Phong) ຮອງປະທານຜູ້ປະຈຳການ ສະພາແຫ່ງຊາດ ສສ.ຫວຽດນາມ, ສະຫາຍ ຫງວຽນ ຊວນ ແອ໋ງ ປະທານສະພາປະຊາຊົນນະຄອນດາໜັງ, ພ້ອມດ້ວຍພະນັກງານພາຍໃນ ສະພາແຫ່ງຊາດ ຂອງສອງປະເທດ.
      ຮູບພາບ ກອງປະຊຸມປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດຜົນຂອງກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 11, ກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 9 ແລະ ກະກຽມໃຫ້ແກ່ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ໃນວັນທີ 1 ເມສາ 2021
      (09/04/2021-14:46:00 PM)
      ໃນວັນທີ 1 ເມສາ 2021, ກະຊວງການຕ່າງປະເທດ ໂດຍປະສານສົມທົບກັບ ຫ້ອງວ່າການແຂວງອັດຕະປື ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດ ຜົນຂອງກອງປະຊຸມສຸດຍອດ CLV ຄັ້ງທີ 11, ກອງປະຊຸມສຸດຍອດ CLMV ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ແລະ ການກະກຽມໃຫ້ແກ່ກອງປະຊຸມ ຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 13 (The 13th JCC CLV DTA Meeting) ທີ່ ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທະນູໄຊ ບັນຊາລິດ, ຮອງເຈົ້າແຂວງອັດຕະປື, ໂດຍມີຜູ້ເຂົ້າຮ່ວມຈາກບັນດາຂະແໜງການທີ່ກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ກໍ່ຄື ແຂວງອັດຕະປື, ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງຈໍາປາສັກ ລວມທັງໝົດປະມານ 80 ທ່ານ.
      ຄະນະຝ່າຍລາວ ທ່ານ ທອງລຸນ ສີສຸລິດ ພົບປະທາງໄກກັບນາຍົກລັດຖະມົນຕີຫວຽດນາມ ແລະກຳປູເຈຍ
      (10/03/2021-17:11:00 PM)
      ວັນທີ 10 ມີນາ 2021, ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີກອງປະຊຸມພົບປະທາງໄກ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູ ເຈຍ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຂອງທັງສາມຊາດ ລາວ, ຫວຽດນາມ ແລະ ກຳປູເຈຍ. ໃນໂອກາດນີ້ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍມາຍັງ ສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ທີ່ມີຂໍ້ລິເລີ່ມໃນການຈັດກອງປະຊຸມພົບປະ 3 ຝ່າຍ ໃນຄັ້ງນີ້ ຊຶ່ງເປັນ ກົນໄກການພົບປະປຶກສາຫາລືກັນ ທີ່ໄດ້ຈັດຂຶ້ນຢ່າງເປັນປະຈໍາໃນໄລຍະການເຂົ້າ ຮ່ວມກອງ ປະຊຸມ ສຸດຍອດອາຊຽນໃນຊຸມປີຜ່ານມາ, ແຕ່ເນື່ອງດ້ວຍສະພາບຄວາມຫຍຸ້ງຍາກຂອງບັນຫາການແຜ່ລະ ບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ມີການພົບປະກັນໃນຮູບແບບທາງໄກ. ພ້ອມດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມດີໃຈທີ່ໄດ້ພົບກັບ ທ່ານ ຫງວຽນ ຊວັນ ຟຸກ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ອີກຄັ້ງ ຊຶ່ງສະແດງໃຫ້ເຫັນເຖິງຄວາມຮັກແພງ ແລະ ຄວາມສາມັກຄີແບບພິເສດ ທີ່ມີມູນເຊື້ອມາແຕ່ດົນນານ ລະຫວ່າງ 3 ປະເທດ, ເຖິງແມ່ນວ່າສະພາບການພາກພື້ນ ແລະ ສາກົນ ຈະເພີ່ມທະວີຄວາມສັບສົນຫຼາຍປານໃດກໍຕາມ, ທັງບັນຫາການ ແຜ່ລະບາດຢ່າງໜັກຂອງພະຍາດໂຄວິດ-19, ຄວາມຂັດແຍ່ງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ການຄ້າ ແລະ ອື່ນໆ.
      ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ CLV ຄັ້ງທີ 11 ໃນວັນທີ 9 ທັນວາ 2020 ໃນຮູບແບບກອງປະຊຸມທາງໄກ
      (09/12/2020-00:15:00 AM)
      ໃນຕອນເຊົ້າຂອງ ວັນທີ 9 ທັນວາ 2020, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານ ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 11, ຊຶ່ງໄດ້ມີ ທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ສາທາລະນະລັັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກ (ກໍາປູເຈຍ, ສປປ ລາວ ແລະ ຫວຽດນາມ) ເຂົ້າຮ່ວມ ຢ່າງພ້ອມພຽງ.
      ສະໜາມບິນສາກົນຊາງງີ ສິງກະໂປ ໃຊ້ເຕັກໂນໂລຊີສຸດທັນສະໄໝ ເຊັກອິນ-ຜ່ານ ຕ.ມ ອັດຕະໂນມັດ
      (27/07/2017-10:17:00 AM)
      ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ກໍລະກົດນີ້ວ່າ ອາຄານຜູ້ໂດຍສານແຫ່ງໃໝ່ (T4) ຂອງສະໜາມບິນສາກົນຊາງງີ ປະເທດສິງກະໂປ ຈະເປີດໃຫ້ບໍລິການຢ່າງເປັນທາງການພາຍໃນປີນີ້ ແມ່ນຈະນຳໃຊ້ເຕັກໂລໂລຊີຈື່ຈຳໃບໜ້າຜູ້ໂດຍສານທີ່ທັນສະໄໝ ເປັນແຫ່ງທຳອິດໃນພາກພື້ນອາຊີ ເຮັດໃຫ້ຜູ້ໂດຍສານຜ່ານອາຄານສະໜາມບິນດັ່ງກ່າວ ສາມາດຜ່ານຂັ້ນຕອນການເຊັກອິນ ໂຫລດກະເປົາ ຜ່ານດ່ານກວດຄົນເຂົ້າເມືອງ ໄປຈົນເຖິງການຂຶ້ນເຮືອບິນໂດຍສານ ແບບອັດຕະໂນມັດດ້ວຍຕົນເອງ ໂດຍບໍ່ຈຳເປັນຈະຕ້ອງມີເຈົ້າໜ້າທີ່ສະໜາມບິນ ມາເຮັດຂັ້ນຕອນຕ່າງໆໃຫ້ຫຍຸ້ງຍາກ.
      ຄະນະຝ່າຍລາວ ທ່ານ ທອງລຸນ ສີສຸລິດ ພົບປະທາງໄກກັບນາຍົກລັດຖະມົນຕີຫວຽດນາມ ແລະກຳປູເຈຍ
      (10/03/2021-17:11:00 PM)
      ວັນທີ 10 ມີນາ 2021, ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີກອງປະຊຸມພົບປະທາງໄກ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູ ເຈຍ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຂອງທັງສາມຊາດ ລາວ, ຫວຽດນາມ ແລະ ກຳປູເຈຍ. ໃນໂອກາດນີ້ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍມາຍັງ ສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ທີ່ມີຂໍ້ລິເລີ່ມໃນການຈັດກອງປະຊຸມພົບປະ 3 ຝ່າຍ ໃນຄັ້ງນີ້ ຊຶ່ງເປັນ ກົນໄກການພົບປະປຶກສາຫາລືກັນ ທີ່ໄດ້ຈັດຂຶ້ນຢ່າງເປັນປະຈໍາໃນໄລຍະການເຂົ້າ ຮ່ວມກອງ ປະຊຸມ ສຸດຍອດອາຊຽນໃນຊຸມປີຜ່ານມາ, ແຕ່ເນື່ອງດ້ວຍສະພາບຄວາມຫຍຸ້ງຍາກຂອງບັນຫາການແຜ່ລະ ບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ມີການພົບປະກັນໃນຮູບແບບທາງໄກ. ພ້ອມດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມດີໃຈທີ່ໄດ້ພົບກັບ ທ່ານ ຫງວຽນ ຊວັນ ຟຸກ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ອີກຄັ້ງ ຊຶ່ງສະແດງໃຫ້ເຫັນເຖິງຄວາມຮັກແພງ ແລະ ຄວາມສາມັກຄີແບບພິເສດ ທີ່ມີມູນເຊື້ອມາແຕ່ດົນນານ ລະຫວ່າງ 3 ປະເທດ, ເຖິງແມ່ນວ່າສະພາບການພາກພື້ນ ແລະ ສາກົນ ຈະເພີ່ມທະວີຄວາມສັບສົນຫຼາຍປານໃດກໍຕາມ, ທັງບັນຫາການ ແຜ່ລະບາດຢ່າງໜັກຂອງພະຍາດໂຄວິດ-19, ຄວາມຂັດແຍ່ງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ການຄ້າ ແລະ ອື່ນໆ.
      ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ CLV ຄັ້ງທີ 11 ໃນວັນທີ 9 ທັນວາ 2020 ໃນຮູບແບບກອງປະຊຸມທາງໄກ
      (09/12/2020-00:15:00 AM)
      ໃນຕອນເຊົ້າຂອງ ວັນທີ 9 ທັນວາ 2020, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານ ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 11, ຊຶ່ງໄດ້ມີ ທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ສາທາລະນະລັັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກ (ກໍາປູເຈຍ, ສປປ ລາວ ແລະ ຫວຽດນາມ) ເຂົ້າຮ່ວມ ຢ່າງພ້ອມພຽງ.

      ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
      ລິຂະສິດຂອງ­­­­
      ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la