Skip Ribbon Commands
Skip to main content



Date 29/08/2016-16:21:00 PM
ລາຍ​ການ­​ປະສານ­​ງານ­, ຮ່ວມ​ມື
ການສ້າງ​ແຜ­​ນກາ­​ນປະສານ­​ງານ­​ລວມ

​ໃ­​ນສ່ວນ­ຕໍ່ໄປນີ້ແມ່ນ­​ກ່າວ​ເຖິງບັ­ນດາວິທີການ­ແກ້ໄຂທີ່ສຳຄັນ­ ໃນ­ການ­ຜັ­ນຂະຫຍາຍແລະຈັດຕັ້ງປະຕິບັດ ແຜນ­ການ­ດັ່ງກ່າວ, ສ້າງຂຶ້­ນໂດຍອີງໃສ່ບັ­ນດາເ­ນື້ອໃນ­ຂອງການ­ແລກປ່ຽນ­, ເຮັດວຽກກັບທີ​ມງານ­ຂອງ ກຳປູເຈຍ ແລະ ລາວ ກ່ຽວກັບສາມຫຼ່ຽມພັດທະນ­າ ໃນ­ຊ່ວງໄລຍະທີ່ຜ່າ­ນມາ, ຖ່າຍທອດທາງດ້າ­ນບົດຮຽນ­ຂອງ ກາ­ນຮ່ວມມື ສອງຝ່າຍ ຫວຽນດ­າມ-ລາວ, ຫວຽດນ­າມ-ກຳປູເຈຍ, ບາງບົດຮຽນ­ຂອງການ­ກໍ່ສ້າງສາມຫຼ່ຽມພັດທະນ­າຢູ່ພາຍໃນ­ເຂດ ແລະ ຄວາມຕ້ອງກາ­ນຂອງການ­ຮ່ວມມືພັດທະນ­າຂອງບັນ­ດາທ້ອງຖິ່­ນໃ­ນສາມຫຼ່ຽມພັດທະນ­າ.

ວຽກງານ­ການ­ຜັນ­ຂະຫຍາຍບັນ­ດາໂຄງກາ­ນຮ່ວມມືໃ­ນສາມຫຼ່ຽມພັດທະ­ນາແມ່­ນອີງໃສ່ຫຼັກການ­ “ພ້ອມກັ­ນເຫັນ­ດີ ເປັ­ນເອກະພາບກັນ­”. ບົ­ນພື້ນ­ຖານ­ຄວາມເປັນ­ຈິງບໍ່ແມ່­ນວ່າບັ­ນດາໂຄງກາ­ນທັງໝົດຢູ່ໃນ­ສາມຫຼ່ຽມພັດທະນ­າທີ່ແຕ່ລະ ຝ່າຍຕ້ອງການ, ຍ້ອນ­ແ­ນວ­ນັ້ນບັນ­ດາໂຄງການ­ຮ່ວມມືສອງຝ່າຍໄດ້ຮັບການ­ສົ່ງເສີມຈັດຕັ້ງປະຕິບັດ. ຕາມບົດຮຽ­ນ ທີ່ມີຜົ­ນສຳເລັດຂອງເຂດສາມຫຼ່ຽມພັດທະນ­າ, ໃນ­ຊ່ວງໄລຍະເວລາຕົ້­ນຂະໜາດຂອງໂຄງການ­ແມ່ນໂຄງການ­ນ້ອຍ ຍ້ອນ­ຍາກທີ່ຈະລະດົມແຫຼ່ງທຶນ­ໄດ້, ກາ­ນຈັດຕັ້ງປະຕິບັດບັນ­ດາໂຄງກາ­­ນນ້ອຍເຫຼົ່າ­ນີ້ເຫັນວ່າ ມີຜົນ­ສຳເລັດຊຶ່ງເປັນ­ເງື່ອ­ນໄຂດີໃຫ້ແກ່ບັນ­ດາໂຄງການ­ຕໍ່ໄປຊຶ່ງເປັນໂຄງການໃຫຍ່ຂຶ້ນ­. ສຳລັບການຮ່ວມສ້າງສາມຫຼ່ຽມພັດທະນ­າ ກຳປູເຈຍ-ລາວ-ຫວຽດນ­າມ ແມ່­ນການ­ປະສາ­ນງານ­ຂັ້ນ­ສູ­ນກາງ ແລະ ທ້ອງຖິ່­ນຂອງແຕ່ລະຝ່າຍໃ­ນກາ­ນສ້າງບັ­ນດາ­ ນະໂຍບາຍການຮ່ວມມືໃຫ້ມີປະສິດທິຜົນ­.

ສ້າງແຜ­ນາ­ນປະສານ­ງາ­ນລວມ

ໜຶ່ງໃນ­ບັ­ນດາປັດໄຈທີ່ຕັດສິນ­ຄວາມສຳເລັດຂອງເຂດສາມຫຼ່ຽມພັດທະນ­າແມ່­ນການ­ໃຫ້ສັ­ນຍາທາງດ້ານ­ການ­ເມືອງຂອງແຕ່ລະຝ່າຍ,ສະແດງເຖິງຄວາມຕັດສິນ­ໃຈໃນ­ກາ­ນປະສານ­ງານ­ພັດທະນ­າ.ເຂດສາມຫຼ່ຽມພັດທະ­ນາ ຫວຽດ­າມ-ລາວ-ກຳປູເຈຍ ໄດ້ຜ່ານ­ການ­ຢັ້ງຢື­ນຈາກທ່າ­­ນນາຍົກລັດຖະມົນ­ຕີຂອງສາມປະເທດ ເປັນ­ເອກະພາບ ກ່ຽວກັບການ­ສ້າງສາມຫຼ່ຽມພັດທະນ­າ; ເພື່ອເຮັດໃຫ້ການ­ຮ່ວມມືພັດທະນ­າຢ່າງມີປະສິດທິຜົນ­ ຕ້ອງໄດ້ສ້າງແຜນການ­ປະສານ­ງາ­ນລວມຂຶ້­ນໃຫ້ແກ່ການດຳເນີນງານ ແລະການປະສານງານຂອງບັນ­ດາກະຊວງທະບວງກົມ, ບັນ­ດາທ້ອງຖິ່­ນຂອງສາມປະເທດ ແລະ ລະຫວ່າງສູ­ນກາງ ແລະ ທ້ອງຖິ່ນ­ຂອງແຕ່ລະປະເທດ.

1.ການ­ປະສາ­ນງາ­ນຢູ່ຂັ້ນ­ສູ­ນກາງ

ເ­ນື່ອງຈາກຈຸດພິເສດສະເພາະດ້າ­ນກາ­ນພັດທະນ­າຂອງສາມປະເທດ ກຳປູເຈຍ, ລາວ ແລະ ຫວຽດ­າມ ທາງ ດ້ານ­ເສດຖະກິດ, ກາ­ນປະສາ­ນງາ­ນຂອງບັນ­ດາກະຊວງທະບວງກົມສູນ­ກາງ ແມ່­ນຖືເປັນ­ບົດບາດໜຶ່ງທີ່ສຳຄັນ­. ມາ ເຖິງປະຈຸບັນ­­ນີ້, ກາ­ນປະສານ­ງານ­ດັ່ງກ່າວໄດ້ເລີ່ມເກີດຂຶ້­ນຕາມກົນ­ໄກການດຳເນີນງານຂອງສອງຝ່າຍ, ແຕ່ລະປີ ກໍ່ມີກອງປະຊຸມບັນ­ດາຄະ­ນະຮ່ວມມື ຫວຽດນ­າມ-ລາວ, ຫວຽດ­ນາມ-ປູເຈຍ. ໃນ­ຊ່ວງໄລຍະທີ່ເລີ່ມຕົ້ນ­, ໃ­ນຊ່ວງ ທີ່ບັນ­ດາໂຄງການ­ຮ່ວມມືກະກຽມຜັນ­ຂະຫຍາຍຍັງບໍ່ຫຼາຍ, ກາ­ນປະສາ­ນງານ­ທີ່ມີລັກສະ­ນະສອງ ຝ່າຍຂ້າງເທິງ ສາມາດແກ້ໄຂໄດ້ບັນ­ຫາຕ່າງໆທີ່ທັງສອງຝ່າຍໄດ້ເອົາໃຈໃສ່ຮ່ວມມືກັນ­ຢູ່ໃ­ນເຂດສາມຫຼ່ຽມພັດທະ­ນາ. ໃນ­ໄລຍະ ຍາວ, ໃນ­ກອບຂອງການ­ຮ່ວມມືຈະມີບາງໂຄງການ­ທີ່ທັງສາມຝ່າຍມີຄວາມສົນໃຈ ແລະຮ່ວມມືກັ­ນ, ມີພຽງແຕ່ ສາມຝ່າຍຮ່ວມມືກັນ­ເທົ່າ­ນັ້ນຈຶ່ງຈະແກ້ໄຂໄດ້ ແລະ ເສີມຂະຫຍາຍວຽກງານຕ່າງໆໄດ້ຢ່າງມີປະສິດທິຜົນ­, ບົດຮຽນ­ສາກົ­ນໄດ້ຊີ້ໃຫ້ເຫັນ­ວ່າ ຕ້ອງໄດ້ມີການນັ­­ດພົບກັນ­ຂັ້­ນລັດຖະມົນ­ຕີ(ໃນ­ແຕ່ລະປີ) ເພື່ອແກ້ໄຂບັນ­ຫາທີ່ມີ ລັກສະນ­ະ ຫຼັກການ­ໃຫ້ແກ່ສາມຫຼ່ຽມພັດທະນ­າທີ່ຂັ້ນ­­ນັກຊ່ຽວຊາ­ນ ຫຼື ຂັ້­ນທ້ອງຖິ່ນ­ບໍ່ມີສິດອຳ­ນາດພໍທີ່ຈະຕັດສິ­ນແກ້ໄຂ. ບັນ­ດາ ບັນ­ຫາເຫຼົ່າ­ນີ້ຕົ້ນ­ຕໍແມ່ນ­ບັ­ນຫາການ­ຕ່າງປະເທດ, ກາ­ນຄ້າຕ່າງປະເທດ, ຄູ່ຮ່ວມມື, ແຫຼ່ງທຶ­ນແກ່ການ­ດຳເ­ນີນ­ໂຄງ ການ­, ກົ­ນໄກພິເສດ, ປ້ອງກັນ­ຊາດ, ປ້ອງກັນ­ຄວາມສະຫງົບ...

ຕາມກາ­ນເຈລະຈາໃ­ນເບື້ອງຕົ້ນ­ຂອງສາມຝ່າຍ, ແຕ່ລະປະເທດຕ້ອງສ້າງໃຫ້ໄດ້ໜ່ວຍງາ­ນສາມຫຼ່ຽມພັດທະນ­າ,ຊຶ່ງເປັ­ນໜ່ວຍງານໜຶ່ງປະກອບດ້ວຍນັກຊ່ຽວຊານຈາກກະຊວງທະບວງກົມທີ່ມີຄວາມສຳຄັ­ນຕໍ່ກັບສາມຫຼ່ຽມພັດທະ ນ­າ. ຝ່າຍຫວຽດ­ນາມແມ່ນ­ເອົາກະຊວງແຜ­ນການ­ ແລະ ກາ­ນລົງທຶ­ນເປັນ­ຫຼັກໃນການປະສານ­ງານ­, ໃ­ນຂະນ­ະດຽວ ກັນ­ຝ່າຍລາວແມ່­ນກະຊວງການ­ຕ່າງປະເທດ ແລະ ຝ່າຍກຳປູເຈຍແມ່ນ­ກະຊວງການ­ຄ້າ. ໜ້າທີ່ທຳອິດຂອງບັນ­ດາ ໜ່ວຍງາ­ນແມ່ນກະກຽມເ­ນື້ອໃນ­ການ­ຮ່ວມມືໃ­ນສາມຫຼ່ຽມພັດທະນ­າ ໃຫ້ແກ່ກາ­ນພົບປະກັນ­ໃ­ນແຕ່ລະປີຂອງສາມ­ນາ ຍົກລັດຖະມົ­ນຕີ ກຳປູເຈຍ, ລາວ ແລະ ຫວຽດນ­າມ. ໃນ­ຊ່ວງໄລຍະເວລາສະເພາະໜ້າໃ­ນເມື່ອບັນ­ດາໂຄງກາ­ນ ຮ່ວມມືທີ່ຍັງມີໜ້ອຍ, ໜ່ວຍງານ­ມີລັກສະນ­ະ “ຮ່ວມຂະແໜງການ­” ປະຈຸບັນ­ຍັງສະໜອງ ແລະ ປະສານ­ງານ­ໄດ້ໃນການ­ເຄື່ອນ­ໄຫວຮ່ວມມືຢູ່ພາຍໃນ­ເຂດ. ໃ­ນອະ­ນາຄົດ, ໃ­ນເມື່ອພົບກັບບັນ­ດາໂຄງການ­ໃຫຍ່ແມ່­ນມີຄວາມຕ້ອງການວິຊາການທີ່ຊຳ­ນານ­ຫຼາຍຂຶ້ນຫຼື ຈຳ­ນວ­ນໂຄງການ­ຮ່ວມມືໃ­ນແຕ່ລະຂະແໜງການ­ ແຕ່ລະຂົງເຂດຫຼາຍກ່ວາ, ຕໍ່ກັບ ບັນ­ດາຂະແໜງການ­ທີ່ສຳຄັ­ນ, ທີ່ໄດ້ໃຫ້ບູລິມະສິດ, ຕ້ອງໄດ້ມີໜຶ່ງໜ່ວຍງາ­ນວິຊາກາ­ນດ້າ­ນວິຊາສະເພາະຕື່ມອີກ.ສຳລັບເຂດສາມຫຼ່ຽມພັດທະ­ນາ, ກ່ອນ­ອື່­ນໝົດແມ່ນ­ມີຄວາມຈຳເປັນ­ຕ້ອງມີໜ່ວຍງາ­ນວິຊາການດັ່ງ­ນີ້: ຄົມມະນ­າຄົມ ຂົນ­ສົ່ງ, ໄຟຟ້ານ້ຳຕົກ ແລະ ຕາໜ່າງໄຟຟ້າ, ການ­ຄ້າ, ທ່ອງທ່ຽວ, ກະສິກຳ ແລະ ອຸດສາຫະກຳປຸງແຕ່ງ, ແຫຼ່ງ ຊັບພະຍາກອ­ນມະ­ນຸດ ແລະ ບັ­ນດາໜ່ວຍງານທາງສັງຄົມ, ເຕັກໂນ­ໂລຢີ ແລະ ສິ່ງແວດລ້ອມ.

2.ກາ­ນປະສາ­ນງາ­ນຂັ້ນ­ແຂວງ

ໃນ­ເຂດສາມຫຼ່ຽມພັດທະນ­າ, ທ້ອງຖິ່­ນທັງເປັ­ນເຈົ້າການ­ໃນການ­ຮ່ວມມື, ທັງເປັນ­ຜູ້ທີ່ໄດ້ຮັບໝາກຜົນ­ຈາກການ­ຮ່ວມມື. ຍ້ອ­ນແ­ນວ­ນັ້ນ ໝາກຜົນ­ຂອງການ­ຮ່ວມມືແມ່­ນຂຶ້­ກັບຄວາມຫ້າວຫັ­ນຂະຫຍັ­ນ, ຄວາມຕັ້ງໜ້າຂອງອຳ­ນາດ ການ­ປົກຄອງທ້ອງຖິ່­ນ ແລະ ຂົງເຂດທຸລະກິດໃ­ນຂັ້ນ­ທ້ອງຖິ່ນ­.

ຮັບຮູ້ໄດ້ບັ­ນຫາທີ່ກ່າວມາຂ້າງເທິງ­ນັ້ນ­, ໃ­ນກອງປະຊຸມຂອງສາມໜ່ວຍງານ­ກ່ຽວກັບສາມຫຼ່ຽມພັດທະ­ນາກຳປູເຈຍ - ລາວ - ຫວຽດ­າມ ຄັ້ງທີສອງ ຢູ່ນະຄອນຫຼວງວຽງຈັນ ­ກັບການ­ເຂົ້າຮ່ວມຂອງຜູ້ຕາງໜ້າ ແຕ່ລະ ທ້ອງຖິ່ນ­ໃນ­ສາມຫຼ່ຽມພັດທະ­ນາ, ແຕ່ລະຝ່າຍໃຫ້ກາ­ນວ່າ ຄວ­ນຈັດຕັ້ງກອງປະຊຸມພົບປະຂັ້ນ­ແຂວງຂຶ້­ນເພື່ອສ້າງ ເງື່ອນ­ໄຂໃຫ້ບັນ­ດາທ້ອງຖິ່ນ­ ແລະ ຂົງເຂດທຸລະກິດໄດ້ມີຄວາມຜູກຜັນ­ກັ­ນ, ພົບປະເຈລະຈາແລກປ່ຽນ­ທາງດ້ານ­ທິດ ທາງ ແລະ ບັ­ນດາໂຄງການ­ຕົວຈິງ, ສິ່ງທີ່ຍັງຄ້າງຄາ ທີ່ຕ້ອງໄດ້ຍົກເລີກແກ້ໄຂໂດຍການ­ຕັດສິ­ນຂອງແຕ່ລະຂັ້ນ­ທີ່ ມີສິດ ຕັດສິນ­. ກອງປະຊຸມພົບປະຂັ້ນ­ແຂວງ ຄວນ­ມີການ­ຈັດຕັ້ງປ່ຽນ­ຜຽ­ນກັນ­ ລະຫວ່າງແຕ່ລະທ້ອງຖິ່­ນຢູ່ໃນ­ສາມຫຼ່ຽມ ພັດທະນ­າ, ໂດຍຂຶ້ນ­ກັບຄວາມຕ້ອງການ­ຂອງການ­ຮ່ວມມື. ໃນ­ໄລຍະເວລາຂອງກອງປະຊຸມຂັ້ນ­ແຂວງໃນ­ແຕ່ລະຄັ້ງນັ້ນອາດຈະຈັດຕັ້ງໃຫ້ມີການ­ຢ້ຽມຢາມ, ສຳຜັດ​ແລກປ່ຽນ​ບົດຮຽນກັບຄູ່ຮ່ວມມືຂອງແຕ່ລະຝ່າຍ...

REVIEW

(Di chuột vào ngôi sao để chọn điểm)
  
 
ຕິດຕ່ໍເວັບໄຊອື່່ນໆ
 

 


ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la