Skip Ribbon Commands
Skip to main content



Date 16/08/2016-10:22:00 AM
ບົດຮຽນ​ໃນ​ການ​ສ້າງ​ເຂດ​ສາມຫຼ່ຽມ​ພັດທະນາ

ເຖິງ​ຈະ​ມີ​ຄວາມ​ແຕກຕ່າງ​ລະຫວ່າງ ເຂ​ດສາມ​ຫຼ່ຽມພັດທະນາຕ່າງໆ,ແຕ່​ຂໍ​ຍົກ​ເອົາ​ແຕ່​ຈຸດ​ທີ່​ຄື​ກັນ​ມາສະ​​ເໜີ, ເຂ​ດສາມ​ຫຼ່ຽມພັດທະນາ ​ໂດຍ​ລວມ​ແລ້ວ​ຕ້ອງ​ກວມ​ເອົາ​ສາມ​ຊາດ​ຂຶ້ນ​ເມືອ, ​ເຖິງ​ວ່າ​ມີ​ພຽງ​ບາງ​ສວ່ນຂອງ​ປະ​ເທດ​ທີ່​ນອນ​ໃນເຂ​ດສາມ​ຫຼ່ຽມພັດທະນາ. ເຂ​ດສາມ​ຫຼ່ຽມພັດທະນາບໍ່​ແມ່ນ​ບັນດາ​ກຸ່ມ​ການ​ຄ້າ.

ເຂ​ດສາມ​ຫຼ່ຽມພັດທະນາ ປົກກະຕິ​ແມ່ນ​ເລີ່​ມຈາກ​ລັດຖະບານ ​ແລະ ການ​ປະກອບສ່ວນ​ຂອງ​ບັນດາ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ສຳລັບ​ການ​ຄ້າ ​ແລະ ການ​ລົງທຶນ. ລັດຖະບານ​ມີ​ບົດບາດ​ສ້າງ​ສະພາບ​ແວດ​ລ້ອມ ​ແລະ ນະ​ໂຍບາຍ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ພັດທະນາ ເຂ​ດສາມ​ຫຼ່ຽມພັດທະນາ, ​ເຊັ່ນ​ວ່າ​ຂອບ​ຂອງ​ກົດໝາຍ, ບັນດາ​ຂໍ້​ກຳນົດ, ນະ​ໂຍບາຍ​ສົ່ງ​ເສີມ​ການ​ລົງທຶນ​ໃນ​ເຂດ​ດິນ​ຂອງ​ປະ​ເທດ​ຕົນ, ກວດກາ​ພາສີ, ການ​ນຳ​ເຂົ້າ-ສົ່ງ​ອອກ, ຄຸ້ມ​ຄອງ​ການ​ເຂົ້າ​ອອກ​ເມືອງ​,ສ້າງ​ບັນດາ​ພື້ນຖານ​ໂຄງ​ລ່າງ ຄື: ​ໄຟຟ້, ນ້ຳ​ປະປາ, ​ເສັ້ນທາງ​ຄົມມະນາຄົມ...

ບົດບາດ​ສຳຄັນ​ໜຶ່ງ​ຂອງ​ລັດ ​ແມ່ນ​ການ​ສ້າງສາ​ຍສຳພັນ ​ລະຫວ່າງ​ສະມາຊິກ​ຮ່ວມ ​ໃນເຂ​ດສາມຫຼ່ຽມ ພັດທະນາ ​ແລະ ກ້າວ​ຂຶໜ​ເຖິງ​ການ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຮູບ​ແບບ​ໂດຍ​ພື້ນຖານຂອງເຂ​ດສາມ​ຫຼ່ຽມພັດ ທະນາ.

​ເມື່ອ​ລັດ​ໄດ້​ສ້າງ​ສະພາບ​ແວດ​ລ້ອມ​ເອື​ອອຳນວຍ​ແລ້ວ ການ​ດຳ​ເນີນທຸລະ​ກິດ, ການ​ສ້າງ​ວຽກ​ເຮັດ​ງານ​ທຳ, ການ​ຜະລິດ​ສິນຄ້າສົ່ງ​ອອກ ​ແມ່ນ​ບົດບາ​ຂອງ​ບໍລິສັດ​ທຸລະ​ກິດ.

ບົດຮຽນ​ຂອງ​ບັນດາ​ປະ​ເທດ​ກ່ຽວ​ກັບ​ການ​ສ້າງເຂ​ດສາມ​ຫຼ່ຽມພັດທະນາ ​ແລະ ປະສົບ​ຜົນສຳ​ເລັດ ​ແມ່ນ​ຂຶ້ນ​ກັບ​ການ​ປະສົມປະສານລະຫວ່າງ​ລັດ ​ແລະ ​ເອກະ​ຊົນ.

1.ຕ້ອງ​ສ້າງ​ເຄືອ​ຄ່າ​ຍສື່ສານ​ລະ​ຫ່ວາງ​ສອງ​ຝ່າຍ ​ແລະ ຊ່ອງ​ຕິດ​ຕໍ່​ສື່ສານ​ແບບ​ບໍ່​ເປັນ​ທາງ​ການ​ໃນ ເຂ​ດສາມ​ຫຼ່ຽມພັດທະນາກ

ການພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ ແມ່ນ​ບາດກ້າວ​ທຳ​ອິດ​ເພື່ອ​ຜັນ​ຂະຫຍາຍ​ ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ໃນ ເຂ​ດສາມ​ຫຼ່ຽມພັດທະນາ. ຕາໜ່າງ ແລະ ຊ່ອງ​ທາງສື່ສານ​ສອງ​ຝ່າຍ ​ຈະ​ມີ​ຫຼາຍ​ລະດັບ​ແຕກ​ຕ່າງ​ກັນ: ລະ​ຫ່ວາງ​ບັນດປະ​ເທດ, ລະ​ຫ່ວາງ​ບໍລິສັດ. ຢູ່​ໃນ​ລະດັບ​ລັດຖະບານ, ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ມີ​ຄວາມ​ຈຳ​ເປັນ​ເພື່ອ​ສ້າງເຂ​ດສາມ​ຫຼ່ຽມພັດທະນາ ກໍ​ຄື​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ຂ້າມ​ຊາດ. ສະ​ນັ້ນ, ຢາກ​ໃຫ້ເຂ​ດສາມ​ຫຼ່ຽມພັດທະນາປະສົບ​ຜົນສຳ​ເລັດ ຕ້ອງ​ຮັກສາ​ຄວາມ​ສຳພັນ​ລະ​ຫ່ວາງ​ປະ​ເທດ ກໍ​ຄື​ການ​ຮ່ວມ​ມື​ລະ​ຫ່ວາງ​ທ້ອງ​ຖິ່ນ​ໃຫ້​ໝັ້ນຄົງ ​ແລະ ຕາໜ່າງການສຕິດ​ຕໍ່​ສື່ສານ​ທີ່​ບໍ່​ເປັນ​ທາງ​ການ​ລະ​ຫ່ວາງ​ບໍລິສັດ ກໍ່​ແມ່ນ​ປັດ​ໃຈ​ສຳຄັນ.

ລັດ ​ແລະ ວິ​ສາ​ຫະກິດຕ້ອງ​ບັນລຸແນວ​ຄວາມ​ຄິດທີ່​ເປັນ​ເອກະ​ພາບ ​ຜ່ານ​ບັນດາ​ແລກປ່ຽນ​ຂ່າວສານ, ຄວາມ​ຕ້ອງການ ​ ກໍ​ຄື​ຄວາມ​ສົນ​ໃຈ​ຂອງ​ສອງ​ຝ່າຍ.

2.ການຮ່ວມມືພັດທະນາແບບສະເໝີພາບມີການອຸ້ມຊູຊ່ວຍເຫຼືອກັນມີບົດບາດສຳ ຄັນເຖິງຄວາມ ສຳເລັດຂອງເຂ​ດສາມ​ຫຼ່ຽມພັດທະນາ.

ໃນຄວາມເປັນຈິງການຮ່ວມມືທີ່ສະເໝີພາບແມ່ນສິ່ງທີ່ເປັນຕາຍຂອງການພັດທະນາ ແລະ ທຸລະກຳ ທາງ ເສດຖະກິດຊາຍແດນ,ຢ່າງໃດກໍຕາມໃນເອກະສານກ່ຽວກັບ ສ້າງເຂ​ດສາມ​ຫຼ່ຽມພັດທະນາຈະພິຈາລະນາພຽງແຕ່ກໍລະນີດຽວຄືຄວາມສາມາດ ຮ່ວມມືຊ່ວຍເຫຼືອກັນດ້ານຂອງຊັບພະຍາກອນທຳມະຊາດທີ່ມີຢູ່ແລະບັນຫາທີ່ກ່ຽວ ຂ້ອງເຖິງຜົນປະໂຫຍດແລະສິ່ງທ້າທາຍ. ​

ການ​ຮ່ວມ​ມື​ຊ່ວຍ​ເຫຼືອ​ກັນ​ຂອງ​ບັນດາ​ສະມາຊິກ​ໃນເຂ​ດສາມ​ຫຼ່ຽມພັດທະນາຈະ​ມີ​ຂຶ້ນ​ກໍ​ຕໍ່​ເມື່ອ​ເຫັນ​ວ່າ​ຜົນ​ປະ​ໂຫຍ​ຈະ​ບໍ່​ສາມາດ​ໄດ້​ຮັບ​ຖ້າ​ດຳ​ເນີນ​ການ​ແຕ່​ຝ່າຍ​ດຽວ ​ແລະ ການ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຖ້າ​ສະມາຊິກ​ທຸກ​ຝ່າຍບໍ່​ແກ້​ໄຂ​ຮ່ວມ​ກັນ​ກໍ່​ຈະ​ບໍ່​ສຳ​ເລັດ​ໄດ້.

3.ບົດບາດ​ຂອງ”ສູນ” ຫຼື “ຂົ້ວ​ເຕີບ​ໂຕ”

ຄວາມ​ສຳ​ເລັດ​ຂອງ​ບັນ​ດາເຂ​ດສາມ​ຫຼ່ຽມພັດທະນາ ປົກກະຕິ​ຕ້ອງ​ມີ “ສູນ” ໜຶ່ງ​ທີ່​ທັນ​ສະ​ໄໝ, ຮັ່ງມີ, ມີ​ຄວາມ​ສາມາດ​ຊ່ວຍ​ໜູນ​ທ້ອງ​ຖິ່ນ​ອື່ນໆ​ໃນ​ການ​ພັດທະນາ. ​ແຕ່​ກໍ່​ບໍ່​ແມ່ນ​ທຸກໆ ເຂ​ດສາມ​ຫຼ່ຽມພັດທະນາ ລ້ວນ​ແຕ່​ມີ​ສູນ ຫຼື ຂົ້ວ​ເຕີບ​ໂຕ ຄື ຢູ່ ຮົງ​ກົງ ຫຼື ສິງກະ​ໂປ, ດ້ວຍ​ເຫດ​ນັ້ນ​ຕ້ອງ​ມີ​ແຜນ​ຍຸ​ດທະ​ສາດ​ເພື່ອ​ດຳ​ເນີນ​ການພັດທະນາເຂ​ດສາມ​ຫຼ່ຽມ. ​ເນື່ອງ​ຈາກ​ຄວາມ​ອາດ​ສາມາດ​ຂອງ​ອຳນາດ​ການ​ປົກຄອງຂັ້ນຕ່າງໆ ມີ​​ຈຳກັດ ​ແລະ ຍ້ອນ​ບໍ່​ມີ​ສູນ​ກາງ​ການ​ພັດທະນາ​ເປັນ​ຫຼັກ​ແຫຼ່ງ ສະ​ນັ້ນ​ຄວນ​ຍົກ​ສູງ​ຄວາມ​ອາດ​ສາມາດ​ຂອງ​ບັນດາ​ວິ​ສາ​ຫະກິດ ດ້ວຍ​ວິທີ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ເອື້ອ​ອຳນວຍ​ໃຫ້ການ​ເຄື່ອນ​ໄຫວ​ທຸລະ​ກິດ​ເຂດ​ຊາຍ​ແດນ.

4. ຄວາມ​ໃກ້​ສິດ​ດ້ານ​ພູມ​ສາດ: ມີ​ຄວາມ​ສຳຄັນ ​ແຕ່​ຄວາມ​ໝາຍ​ຂ​ອງມັນນັບ​ມື້​ນັບ​ຫາຍ​ໄປ

ແຜ່ນດິນຕິດຈອດກັນນັ້ນຄືຄວາມໃກ້ສິດທີ່ມີຄວາມສຳຄັນສຳລັບເຂດທີ່ມີຄວາມຫຍຸ້ງ ຍາກດ້ານພື້ນຖານໂຄງລ່າງແລະເຕັກໂນໂລຢີທີ່ທັນສະໄໝ,ເພາະວ່າບັນດາເຂດນີ້ ບໍ່ສາມາດທີ່ຈະນຳໃຊ້ບັນດາທ່າແຮງ ທີ່ມີ​ໃນ​ໂລກ. ​ແຕ່​ເຖິງ​ວ່າ​ດິນ​ແດນ​ຈະ​ບໍ່​ຕິດ​ຈອດ ຫຼື ບໍ່​ໄດ້​ຢູ່​ໃກ້​ຄຽງ​ກັນ​ກໍ່​ບໍ່​ໄດ້​ເປັນ​ອຸປະສັກ​ໃນ​ການ​ແກ້​ໄຂ​ຂໍ້​ຫຍຸ້ງຍາກ​ໃນ​ເຂດ.

5. ການ​ປະກອບສ່ວນ​ສຳຄັນ​ຂອງ​ວິ​ສາ​ຫະກິດ

ເຖິງ​ວ່າບັນດາ​ລັດຖະບານ​ເປັນ​ຜູ້​ສາງເຂ​ດສາມ​ຫຼ່ຽມພັດທະນາຂື້ນ ​ແຕ່​ບົດບາດ​ໃນ​ການພັ​ດທະນາ​​ເຂດ​ດັ່ງ​ກ່າວພັດ​ແມ່ນ​ບໍລິສັດ. ຜົນສຳ​ເລັດ​ຂອງບັນດາເຂ​ດສາມ​ຫຼ່ຽມພັດທະນາ ຢູ່​ເຂດ​ອາ​ຊີ​ເຫັນວ່າ ລັດຖະບານ​ມີບົບາດ​​ໃນ​ການ​ສົ່ງ​ເສີມບໍລິສັດປະ​ກອຍບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເຂດ​ສາມຫຼ່ຽມ.

​ໃນ​ປະຈຸ​ບັນ​ບັນດາ​ວິ​ສາ​ຫະກິດ​ຫາ​ກໍ່​ເລີ່​ມກໍ່​ຕັ້ງ​ໃໝ່ຍັງ​ບໍ່​ທັນ​​ເຂັ້ມ​ແຂງ, ​ເມື່ອ​ມີ​ກາ​ສ້າງເຂ​ດສາມ​ຫຼ່ຽມພັດທະນາ ຂື້ນ ຕ້ອງ​ປັບ​ປຸງ ບັນດາ​ວິ​ສາ​ຫະກິດພາຍ​ໃນ​ໃຫ້​ເຂັ້ມ​ແຂງ​ສາມາດ​ເປັນ​ເສົາ​ຫຼັກ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ສ້າງ​ຄວາມ​ເຕີບ​ໂຕ. ອຳນາດ​ການ​ປົກຄອງ ​ແລະ ລັດຖະບານ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃນ​ດ້ານ​ໂຄງ​ລ່າງ​ພີ້​ນຖານ: ການ​ສຶກສາ, ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ.

6. ບົດບາດ​ຂອງ​ອຳນາດ​ການ​ປົກຄອງ​ໃນ​​ເຂດ​ສາມຫຼ່ຽ​ມພັດທະນາ

ກ) ຫຼຸ​ດຜ່ອນສິ່ງ​ກີດຂວາງ​ຈາກ​ບັນດາ​ຂໍ້​ກຳນົດ​ກົດ​ລະບຽບ ທີ່​ບໍ່​ແທ​ດ​ເໝາະ, ​ເສີມ​ບັນດາ​ກົດໝາຍ​ທີ່​ຈຳ​ເປັນ.

ສ້າງ​ສະພາບ​ແວດ​ລ້ອມ​ທີ່​ເອື້ອ​ອຳນວຍ ດ້ວຍການ​ຫຼດຸ​ຜ່ອນ​ຂັ້ນ​ຕອນ​ເອກະສານ ​ແລະ ​ແບບ​ແຜນ​ວິທີ​ເຮັດ​ວຽກ​ດ້ານ​ການ​ລົງທຶນ, ການ​ຄ້າ ທີ່​ງ່າຍດາຍ (ລວມມີ​ບັນດາ​ການ​ບໍລິການ​ອອກ​ໃບ​ອະນຸຍາດ​ທຸລະ​ກິດ ​ແລະ ລົງທຶນ...ລວມທັງ​ວຽກ​ປະຕູດຽວ), ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ພົວພັນ​ທີ່​ບໍ່​ຈຳ​ເປັນ. ວາງ​ບັນດາ​ຂໍ້​ກຳນົດ​ກົດ​ລະບຽບ​ສຳລັບ​ວິ​ສາ​ຫະກິດ, ວາງ​ກົນ​ໄກ​ໃນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຕ່າງໆ.

ຂ) ຫ້າມກຳນົດ​ຜູ້​ຊະນະ:

ອຳນາດ​ການ​ປົກຄອງ​ຄວນ​ອຳ​ນວນ​ຄວາມ​ສະດວກ​ແລະ ສ້າງ​ສະພາບ​ແວດ​ລ້ອມ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ທີ່​ງ່າຍດາຍ ​ເຫຼືອ​ນັ້ນ​ໃຫ້​ໄປ​ຕາມ​ກົນ​ໄກ​ຕະຫຼາດ ​ຕັດສິນ​ວ່າ​ວຽກ​ງານ​ໃດ​ຄວນ​ເຂົ້າ​ໄປ​ມີ​ບົດບາດ​ໃນ​ເຂດ​ສາມຫຼ່ຽມ​ພັດທະນາ.

ຄ) ການ​ສືບ​ຕໍ່​ຫັນ​ເປັນ​ເສລີພາບ​ແມ່ນ​ປັດ​ໄຈ​ຕົ້ນ​ຕໍ່:

ການຫັນ​ເປັນເສລີພາບດ້ານເສດຖະກິດແຫ່ງ​ຊາດ ຈະ​ສ້າງ​ຜົນ​ປະ​ໂຫຍ​ດຫຼາຍບໍ່​ສະ​ເພາະຕໍ່​ກັບ​ບັນດາ​ວິ​ສາ​ຫະກິດພາຍ​ໃນ​ເຂດ​ສາມຫຼ່ຽມ ​ແຕ່​ຍັງ​ມີ​ຜົນ​ປະ​ໂຫຍ​ດ​ຕໍ່​ປ​ະ​ເທດຊາດ​ອີກ​ດ້ວຍ.

ງ) ​ເພີ້​ມທະວີ​ບັນດາ​ປັດ​ໄຈ​ດ້ານຈຸ​ລະ​ພາກ ກ່ຽວ​ກັບ​ການ​ແຂ່ງຂັນຊຶ່ງ​ບໍ່​ແມ່ນ​​ເອື້​ອຍອິງ​ໃສ່​ແຕ່​ບັນດາ​ປັດ​ໄຈ​ດ້ານ​ມະຫາ​ພາກ.

7. ທ່າ​ແຮງ​ບົ່ມ​ຊ້ອນ​ສຳລັບ​ເຂດ​ເສດຖະກິດ​ພິ​ເສດ.

ກ​ະແສ​ຂອງການ​ຈາລະ​ຈອນ​ສິນຄ້າ ​ແລະ ​ແຮງ​ງານ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢູ່​ໃນເຂດ​ສາມຫຼ່ຽມພັດທະນາ ສະ​ນັ້ນ​ອຳນາດ​ການ​ປົກຄອງ​ຕ້ອງ​ມີ​ນະ​ໂຍບາຍ​ດ້ານ​ເສດຖະກິດ​ພິ​ເສດ, ດ້ວຍ​ສອງ​ເຫດຜົນຄື: 1) ວາງ​ບັນດນະ​ໂຍບາຍ​ດ້ານ​ເສດຖະກິດ​ພິ​ເສດ, ອຳ​ນາດ​ການ​ປົກຄອງ​ຕ້ອງ​ສະ​ແດງ​ອອກຢ່າງ​ຈະ​ແຈ້ງ​ໃນ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ມີ​ຕໍ່ເຂດ​ສາມຫຼ່ຽມພັດທະນາ. 2) ວາງ​ບັນດາ​ເງື່ອນ​ໄຂ​ສະດວກ​ໃນ​ການ​ລົງທຶນ​ເພື່ອ​ໃຫ້​ມີ​ການ​ຜະລິດ​ສິນຄ້າ​ໃນ​ເຂດ​ຊາຍ​ແດນ.

REVIEW

(Di chuột vào ngôi sao để chọn điểm)
  
 
ຕິດຕ່ໍເວັບໄຊອື່່ນໆ
 

 


ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la