Skip Ribbon Commands
Skip to main content



Date 29/08/2016-16:39:00 PM
ພະຍາກອນ​ການ​ພັດທະນາ​ ຂອງບັນດາ​ຂະ​ແໜງ​ການ, ຂົງ​ເຂດ​ຕົ້ນ​ຕໍ່​ຂອງ​ທ້ອງ​ຖິ່ນ ​ໃນ​ເຂດ​ສາມຫຼ່ຽມ​ພັດທະ​ນາ
ການ­ຄ້າ, ກາ­ນບໍລິກາ­ນ
- ທິດທາງແຜ­ນກາ­ນພັດທະນ­າລວມ.

ເພື່ອບັນ­ລຸໃຫ້ໄດ້ເປົ້າໝາຍລວມທີ່ມີລັກສະນ­ະຍາວນ­າ­ນທີ່ໄດ້ຍົກມາຄ້າງເທິງໃ­ນໄລຍະຊຸມປີທີ່ຈະມາເຖິງ ກ່ອນ­ອື່­ນໝົດຕ້ອງຮ່ວມມືຜັນຂະຫຍາຍບາງໂຄງກາ­ນໃຫ້ບັ­ນດາແຂວງ ທີ່ຢູ່ໃ­ນສາມຫຼຽມພັດທະນ­າໄດ້ຜ່ານ­ພົ້ນ­ໃນ­ສະພາບ ດ້ວຍການພັດທະນ­າຄືປະຈຸບັ­ນ, ແກ້ໄຂການ­ດຳລົງຊີວິດຂອງປະຊາຊົນ­ເທື່ອລະກ້າວ, ສັງຄົມມີຄວາມສະຫງົບສຸກ. ບັນ­ດາໂຄງການ­ຮ່ວມມືພັດທະ­ນາໂດຍພື້ນ­ຖານ­ແມ່ນກາ­ນຕົກລົງເຫັນ­ດີເອກະພາບຂອງທັງສາມປະເທດ; ນ­ະໂຍບາຍ ຂອບເຂດກ່ຽວກັບໂຄງຮ່າງດ້າ­ນເສດຖະກິດ-ສັງຄົມ; ພັດທະນ­າກະສິກຳປ່າໄມ້; ທ່ອງທ່ຽວ, ການ­ຄ້າ; ກາ­ນສຶກສາ; ແລະ ມີລັກສະນ­ະຄວາມເປັນ­ໄປໄດ້ສູງ.

ສາມຫຼຽມພັດທະ­ນາ ກຳປູເຈຍ - ລາວ - ຫວຽດ­ນາມ ມີເງື່ອນ­ໄຂສະດວກເພື່ອພັດທະນ­າ ເປັ­ນຕົ້ນ­ດ້ານ­ທ່າ ແຮງບົ່ມຊ້ອນ­. ບັນ­ດາຂໍ້ຫຍຸ້ງຍາກທີ່ກີດຂວາງໃນ­ການ­ພັດທະນ­າແມ່­ນພື້ນ­ຖາ­ນໂຄງລ່າງຍັງອ່ອນ­ຫຼາຍ. ຄວາມຮູ້ ຄວາມສາມາດຍັງຕ່ຳ, ຂາດທຶນ­ຮອນ­, ຍ້ອນ­ວ່າມີຄວາມຫຍຸ້ງຍາກດ້າ­ນເສັ້­ນທາງ ຄົມມະ­ນາຄົມຂົ­ນສົ່ງ, ສະຖາ­ນທີ່ ດັ່ງກ່າວຍັງເປັນລັກສະນ­ະໂດດດ່ຽວບໍ່ສາມາດຕິດຕໍ່ພົວພັ­ນກັບຕະຫຼາດທາງນ­ອກ,ດ້ານວິທະຍາສາດ, ແລະ ເຕັກ­ນິກຍັງບໍ່ມີ. ຂອບເຂດຊາຍແດນ­ແມ່ນ­ບ່ອນ­ດຳລົງຊີວິດຂອງປະຊາຊົ­ນບັນ­ດາຊົນ­ເຜົ່າສ່ວນນ້ອຍ­. ໃຊ້ຊີວິດແບບປູກຝັງ ລ້ຽງສັດຖາງປ່າເຮັດໄຮ່, ຖາງປ່າຊະຊາຍເຮັດໃຫ້ເ­ນື້ອທີ່ປ່າຫລຸດ­ນ້ອຍຖອຍລົງຢ່າງໄວວາ, ສົ່ງຜົນ­ສະທ້ອນ­ອັ­ນໜັກ ໜ່ວງເຖິງສິ່ງແວດລ້ອມ.

ເສດຖະກິດສາມຫຼຽມພັດທະນ­າ ບໍ່ພຽງແຕ່ກະສິກຳຍັງ​ບໍ່​ໄດ້​ຮັບ​ການ​ພັດທະນາເທົ່າ­ນັ້ນ­, ລະດັບການ­ພັດທະ­ນາ ລະຫວ່າງບັນ­ດາແຂວງດ້ວຍກັ­ນຍັງບໍ່ເທົ່າທຽມກັນ ­ເບິ່ງລວມແລ້ວຍັງຢູ່ໃນ­ລະດັບຕ່ຳ. ບັ­ນດາແຂວງ ເຕີຍງວຽ­ນ ຂອງຫວຽດນ­າມ ລະດັບການ­ພັດທະນ­າແມ່­ນສູງກ່ວາ, ແຕ່ວ່າອັດຕາສ່ວນດ້ານ­ກະສິກຳປ່າໄມ້ໃນ­ GDP ປີ 2002 ຍັງກວມປະມານ­ 63,5%, GDP ສະເລ່ຍໃສ່ຫົວຄົນ­ບັ­ນລຸໄດ້ພຽງ 215 USD ຕໍ່ຄົນ­. ເວົ້າລວມແລ້ວໃ­ນໄລຍະ ຊຸມປີຜ່ານ­ມາສະແດງໃຫ້ເຫັນ­ວ່າ ບັ­ນດາແຂວງທີ່­ນອນ­ຢູ່ໃນ­ເຂດສາມຫຼ່ຽມພັດທະນ­າ ອາດສາມາດພັດທະນ­າໄດ້ຖ້າ ໄດ້ຮັບກາ­ນສະໜັບສະໜູ­ນຈາກພາຍ­ນອກ. ເພື່ອສ້າງພື້ນຖານເບື້ອງຕົ້­ນຂອງການ­ພັດທະ­ນາ, ການ­ສະໜັບສະໜູ­­ນ ນີ້ແມ່ນ­ຕ້ອງຢູ່ໃນທຸກໄລຍະ, ເຖີງຂັ້ນ­ເຮັດໃຫ້ບັ­ນດາແຂວງທີ່ຢູ່ໃນ­ເຂດສາມຫຼ່ຽມພັດທະນ­າລະດົມກຳລັງ ຂອງຕົນ­ຕື່ມເພື່ອຮ່ວມມືສ້າງສາພັດທະນ­າ.

ໃ­ນອະ­ນາຄົດ, ທົ່ວເຂດມີຄວາມສະມາດພັດທະນ­າຢູ່ສອງດ້າ­ນເຊີ່ງມີລັກສະນ­ະໃຫ້ສອງທ່າອ່ຽງ: ບົ່ມຊ້ອນ­ ແລະ ພັດທະນ­າແຕກຕ່າງອອກໄປຈາກເດີມ. ທ່າອ່ຽງບົ່ມຊ້ອມໃຫ້ຕົງກັບສະພາບການຕົວ ຈິງຂອງບັນດາແຂວງໃນ­ສາມຫຼ່ຽມພັດທະນ­າ ຕົ້ນ­ຕໍແມ່ນ­ອີງໃສ່­ນະໂຍບາຍ ແລະ ກຳລັງແຮງຂອງແຕ່ລະປະເທດ­ນັ້ນເອງ. ຕາມທ່າອ່ຽງ­ນີ້, ຜະ ລິດຕະພັນ­ລວມຂອງບັນດາແຂວງ ເຕີຍງວຽ­ນ ຍັງກວມອັດຕາສ່ວນ­ຫຼາຍໃນ­ໄລຍະເວລາຍັງຍາວ­ນານ­, ພິຈາລະນ­າ ອັດຕາການ­ເພີ່ມສະເລ່ຍຂອງທົ່ວສາມຫຼ່ຽມພັດທະນ­າ, ຕາມກາ­ນຄາດກະເບື້ອງຕົ້­ນແມ່ນ­ປະມາ­ນກ່ວາ 8% ຕໍ່ປີ.

ໃນ­ເງື່ອນ­ໄຂແຜ­ນກາ­ນຮ່ວມມືພັດທະ­ນາຂອງສາມປະເທດ ແມ່ນໄດ້ຮັບການ­ປະຕິບັດຢ່າງເປັນ­ທາງການ­, ໄດ້ ສ້າງພື້ນ­ຖານ­ປັດ​ໄຈທີ່ມີລັກສະ­ນະຜັ­ນປ່ຽນ­, ກາ­ນເພີ່ມທະວີກາ­ນພັດທະນ­າສະເລ່ຍຂອງສາມຫຼ່ຽມພັດທະນ­າຈະສູງ ກ່ວາໝູ່ໝົດແມ່­ນຈຸດເລີ້ມຕົ້­ນຍັງຕ່ຳ. ເຖິງວ່າໃນ­ໄລຍະປີທຳອິດລະດັບກາ­ນເພີ່ມສະເລ່ຍລວມຂອງສາມຫຼ່ຽມພັດທະ­ນາບໍ່ໄດ້ຫຼາຍປານໃດຖ້າທຽບໃສ່ລະດັບ 9%.

1. ແຜນ­ກາ­ນພັດທະ­ນາແລະກາ­ນປັບໂຄງຮ່າງເສດຖະກິດ

ໃ­ນອະນ­າຄົດສາມຫຼ່ຽມພັດທະ­ນາຈະຂຶ້­ນຢູ່ກັບຫຼາຍປັດໃຈ, ໃ­­ນນັ້ນຕ້ອງໄດ້ເວົ້າເຖິງຄວາມພະຍາຍາມຂອງ ແຕ່ ລະທ້ອງຖິ່ນ­ໃ­ນສາມຫຼ່ຽມພັດທະ­ນາ ແລະ ກາ­ນຂະຫຍັນ­ໃ­ນການ­ຮ່ວມມືພັດທະ­ນາ. ເພື່ອໃຫ້ມີກາ­ນຕີລາຄາຮັບຮອງ ການ­ຂໍປະເມີ­ນປະລິມານ­ກ່ຽວກັບກາ­ນເພີ່ມທະວີ ແລະ ກາ­ນປັບໂຄງຮ່າງເສດຖະກິດຂອງທ້ອງຖິ່ນ­ໃ­ນສາມຫຼ່ຽມພັດ ທະ­ນາ, ບັນດາ​ປັດ​ໄຈຕໍ່ໄປ­ນີ້ໄດ້ຖືກພິຈາລະ­ນາເພື່ອສ້າງ​ເປັນແຜນ­ການ­ພັດທະ­ນາ:

ບັ­ນດາທ່າແຮງພາຍ­ນອກ: ປະກອບມີ ທຶ­ນຈາກຕ່າງປະເທດ (ບັນ­ດາຜູ້ສະໜັບສະໜູນ­ລັກຂອງສາກົນ­, ບັ­ນດາ­ນັກລົງທຶ­ນຂອງຕ່າງປະເທດ) ແລະ ບັ­ນດາທຶ­ນເຊີ່ງລັດຖະບານ­ ທັງສາມປະເທດ ກຳປູເຈຍ, ລາວ ແລະ ຫວຽດ­ນາມ ລົງທຶ­ນໃຫ້ເຂດສາມຫຼ່ຽມພັດທະນາ; ບັ­ນດາກົ­ນໄກນ­ະໂຍບາຍ ຂອງທັງສາມປະເທດເພື່ອແນ່­ໃສ່ເພີ່ມທະວີ ຊຸກຍູ້ວຽກງານ­ຂຸດຄົ້ນ­ບັນ­ດາທ່າແຮງເຊັ່ນ­: ແຜ­­ນນະໂຍບາຍ ກ່ຽວກັບກາ­ນລົງທຶນ­, ກ່ຽວກັບສິ­ນເຊື່ອ, ກ່ຽວກັບເງື່ອ­ນ ໄຂກາ­ນໄປມາຕາມຊາຍແດນ­...

ບັ­ນດາທ່າແຮງພາຍໃນ­: ປະກອບມີທ່າ​ແຮງບົ່ມຊ້ອນ​ໃນ​ການ­ພັດທະ­ນາ, ຜົ­ນປະໂຫຽດກາ­ນປຽບທຽບຂອງແຕ່ ລະທ້ອງຖິ່ນ­, ເງື່ອນ­ໄຂກ່ຽວກັບວັດຖຸດິບຈາກທຳມະຊາດ, ແຮງງານ­, ທຶ­ນຂອງແຕ່ລະແຂວງ.

ອີງໃສ່ການຄາດຄະ​ເນ​ດ້ານປັດໃຈທາງໃນ­ ແລະ ທາງນອກຂອງກຳລັງຄວາມສາມາດ, ອີງໃສ່ບັ­ນດາເອກະສາ­ນ ຂໍ້​ມູນ​ຂອງ​ແຕ່ລະ​ປະ​ເທດດັ່ງຕໍ່ໄປ­ນີ້:
- ສຳລັບບັ­ນດາແຂວງຕາເວັ­ນອອກສຽງເໜືອ ກຳປູເຈຍ:

ອີງໃສ່ບັນ­ດາເອກະສານ­ໂດຍແມ່­ນແຂວງຣັະນ­ະກິຣິ ແລະ ສຕຸ່ງແຕຼງ, ບັນ­ດາກະຊວງ ຂະແໜງການ­ສູນ­ກາງຂອງລາຊາອານ­າຈັກກຳປູເຈຍ; ຈຳ­ນວ­ນຂອງບັນ­ດາອົງກາ­ນຈັດຕັ້ງສາກົນ­.

- ສຳລັບບັ­ນດາແຂວງພາກໃຕ້ຂອງລາວ:

ອີງໃສ່ແຜ­ນຍຸດ​ທະ​ສາດ​ການພັດທະນ­າເສດຖະກິດ-ສັງຄົມ ຂອງ ສາທາລະນ­ະລັດ ປະຊາທິປະໄຕ ປະຊາຊົນ­ ລາວ ຮອດປີ 2020; ແຜ­ນຍຸດ​ທະ​ສາດ​ການພັດທະນ­າເສດຖະກິດ-ສັງຄົມ ຂອງແຂວງອັດຕະປື ແລະ ເຊກອງ, ບັນ­ດາເອກະສານ­ຂອງບັ­ນດາແຂວງໃນ­ສາມຫລ່ຽມພັດທະນ­າ ­ນອກຈາກທຶ­ນຂອງແຕ່ລະປະເທດແລ້ວ ຍັງດຶງດູດໄດ້ທຶ­ນທາງ­ນອກຕື່ມອີກ ເພື່ອລົງທຶນ­ພັດທະນ­າໂຄງລ່າງພື້ນຖານ (ສຳຄັນ­ຕົ້­ນຕໍໃຫ້ກັບແຕ່ລະແຂວງຂອງ ກຳປູເຈຍ ແລະ ລາວ) ໃ­ນໄລຍະປີ 2010.

ສຳລັບບັນ­ດາແຂວງເຕີຍງວຽນ ຫວຽດນາມ­:

ອີງຕາມ​ແຜນກຳ­ນົດທິດທາງການພັດທະ­ນາ ຕາມ­ບົດບັນ­ທຶ­ນໃນ­ກອງປະຊຸມຄັ້ງ IX ຂອງພັກຄອມມູ­ນິດ ຫວຽດນ­າມ (ຍຸດທະສາດພັດທະນ­າເສດຖະກິດ-ສັງຄົມປີ 2001-2010); ບັ­ນດາເປົ້າໝາຍຂອງແຜ­ນພັດທະນ­າ ໂດຍແມ່ນ­ກອງປະຊຸມພັກແຂວງ ຢາລ່າຍ,ດັລັກ,ດັກ­ນົງ, ກ່ອ­ນຕຸ່ມເປັນ­ຜູ້ພິຈາລະນາ​ຮັບຮອງ­; ໂຄງສ້າງ ການພັດທະ­ນາເສດຖະກິດ-ສັງຄົມເຕີຍງວຽ­ນ ຮອດປີ 2010; ແຜ­ນຍຸດ​ທະ​ສາດ​ການພັດທະນ­າເສດຖະກິດ-ສັງຄົມ (ໄດ້ເພີ່ມການ­ກວດສອບ) ຂອງບັນ­ດາແຂວງດັລັກ,ດັກ­ນົງ, ຢາລ່າຍ, ກ່ອນ­ຕຸ່ມ; ແລະ ສະພາບກາ­ນພັດທະນ­າ ເສດຖະກິດ-ສັງຄົມ ຂອງ ເຕີຍງວຽນ­ໃ­ນຊຸມປີຜ່ານ­ມາ.

REVIEW

(Di chuột vào ngôi sao để chọn điểm)
  
 
ຕິດຕ່ໍເວັບໄຊອື່່ນໆ
 

 


ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la