Skip Ribbon Commands
Skip to main content



Date 16/08/2016-10:19:00 AM
ການ​ກຳ​ເນີ​ດ ​ແລ​ະ ການ​ພັດທະນາ:

ໃນ​ບັນດາ​ຊຸມ​ປີຜ່ານມາ, ​ບັນດາ​ເຂດ​ສາມຫຼ່ຽມ​ພັດທະນາມີ​ແນວ​ໂນ້ມກຳ​ເນີ​ດ​ເກີດ​ຂຶ້ນ​ຫຼາຍ​ລະຫວ່າງ​​ເຂດ​ແດນ​ຕ່າງໆ​ຂອງບັນດາປະ​ເທດທີ່ຕິດ​ຈອດ​ກັນ ​ເພື່ອ​ຂຸດ​ຄົ້ນ​ນຳ​ໃຊ້​ແຫຼ່ງສິນຄ້າ, ​ແຮງ​ງານ ​ແລະ ​ແຫຼ່ງທຶນ ດ້ວຍ​ວິທີ​ການ​ນຳ​ໃຊ້​ບັນດາ​ປັດ​ໃຈ​ເສີມ​ຈາກ​ປະ​ເທດ​ໃກ້​ຄຽງ.

ປະຈຸ​ບັນ​ນີ້​ ຢູ່​ເຂດ​ອາຊີ​ອາຄະ​ເນ ໄດ້​ມີ​ບາງ​ເຂດ​ສາມຫຼ່ຽມ​ພັດທະນາທີ່​ໄດ້​ສ້າງ​ຕັ້ງ​ຂຶ້ນ ​ແລະ ນຳ​ໃຊ້​ແລ້ວ ​ເຊັ່ນ: ເຂດ​ສາມຫຼ່ຽມ​ພັດທະນາ ອິນ​ໂດ​ເນ​ເຊຍ-ມາ​ເລ​ເຊຍ-ສິງກະ​ໂປ, ອິນ​ໂດ​ເນ​ເຊຍ-ມາ​ເລ​ເຊຍ-​ໄທ, ​ເຂດ​ພັດທະນາ ບຣູ​ໄນ-ອິນ​ໂດ​ເນ​ເຊຍ-ມາ​ເລ​ເຊຍ-ຟີ​ລິບ​ປິນ...ນອກຈາກ​ນັ້ນ​ຍັງ​ມີ​ແນວ​ຄວາມ​ຄິດ​ຈະ​ສ້າງ​ຕັ້ງ​ເຂດ​ສາມ ຫຼ່ຽມ “ຫງອກ​ບິ​ກ” ຢູ່​ລະຫວ່າງ​​ເຂດ​ຊາຍ​ແດນສາມ​ປະ​ເທດ ກຳປູ​ເຈັຍ-ລາວ-​ໄທ ຊຶ່ງ​ການ​ນຳ​ຂອງ​ສາມ​ປະ​ເທດ​ດັ່ງກ່າວ​ໄດ້ ກ່າວ​ເຖິງ ​ແລະ ​​ເລີ່​ມມີ​ຄົ້ນ​ຄ້ວາ​ຄວາມ​ເປັນ​ໄປ​ໄດ້​ຂອງເຂດ​ສາມຫຼ່ຽມ​ພັດທະນາດັ່ງກ່າວ.

​ແນວ​ນຄວາມ​ຄິດ​ກ່ຽວ​ກັບ​ການສ້າງເຂດ​ສາມຫຼ່ຽມ​ພັດທະນາຂອງ​ສາມ​ຊາດ ຊຶ່ງ​ກວມ​ເອົາ​ບາງ​ແຂວງ​ທາງ​ພາກ​ເໜືອ​ຂອງ​ກຳປູ​ເຈຍ, ສາມ​ແຂວງ​ພາກ​ໃຕ້​ຂອງ​ລາວ ​ແລະ ​ເຂດ​ເຕີຍ​ຫງຽວນ ຂອງ​ຫວຽດນາມ ຕາມ​ການ​ຕົກລົງ​ຂອງ​ສາມ​ນາຍົກ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ ​ໃນ​ກອງ​ປະຊຸມ​ຄັ້ງ​ທີ່​ໜຶ່ງ ​ເດືອນ 12 ປີ 1999 ທີ່​ນະຄອນຫຼວງ​ວຽງ​ຈັນ ​ແລະ ຄັ້ງ​ທີສອງ ​ເດືອນ 01 ປີ 2002 ທີ່​ນະຄອນໂຮ່ຈີ​ມິນ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ຄວາມ​ສາມັກຄີ ​ແລະ ຮ່ວມ​ມືຊ່ວຍ​ເຫຼືອ​ຊຶ່ງ​ກັນ ​ແລະ ກັນລະ​ຫ່ວາງ​ສາມ​ຊາດ ບົນ​ຈິດ​ໃຈ​ຂອງ​ປະ​ເທດ​ໃກ້​ຄຽງ ​ແລະ ມິດຕະພາບ​ທີ່​ມີ​ມູນ​ເຊື້ອ, ເຂດ​ສາມຫຼ່ຽມ​ພັດທະນາລະຫວ່າງ​ສາມ​ຊາດ​ໄດ້​ກຳ​ເນີ​ດ​ເກີດ​ຂຶ້ນ ​ແລະ ​ໄດ້​ກາຍ​ເປັນ​ວຽກ​ງານ​ບູລິ​ມະ​ສິດ​ໃນ​ການ​ຮ່ວມ​ມື​ພັດທະນາ​ລະຫວ່າງ​ສາມ​ຊາດ.

​ໃນ​ກອງ​ປະຊຸມຂອງ​ສາມ​ນາຍົກ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ ​​ຄັ້ງ​ທີສາມຢູ່​ຊຽມຣຽບ, ​ເດືອນ 7 ປີ 2004, ສາມ​ຝ່າຍ​ໄດ້​ຜ່ານ​ແຜນ​ຈັດ​ສັນ​ສັງ​ລວມການພັດທະນາ​ເສດຖະກິດ-ສັງຄົມ ຢູ່ເຂດ​ສາມຫຼ່ຽມ​ພັດທະນາ ລະຫວ່າງສາມ​ຊາດ. ​ໃນ​ບົດ​ຖະ​ແຫຼ​ງການ​ລວມວຽງ​ຈັນ ກ່ຽວ​ກັບ​ການສ້າງ​ຕັ້ງ ເຂດ​ສາມຫຼ່ຽມ​ພັດທະນາ ລະຫວ່າງ​ສາມ​ຊາດ ​ແລະ ວາງ​ທິດ​ຈັດ​ສັນ​ສັງ​ລວມການ​ພັດທະນາ​ເສດຖະກິດ-ສັງຄົມ ເຂດ​ສາມຫຼ່ຽມ​ພັດທະນາ ລະຫວ່າງ​ສາມ​ຊາດ ​ໄດ້​ຮັບ​ການ​ຮັບຮອງ​​ໃນວັນ​ທີ 28 ​ເດືອນ ພະຈິກ (11) ປີ 2004 ທີ່​ນະຄອນຫຼວງ​ວຽງ​ຈັນ. ​ໃນ​ນັ້ນ, ​ເປົ້າ​ໝາຍ ​ແລະ ທັດສະນະ​ໃນ​ການ​ພັດທະນາເຂດ​ສາມຫຼ່ຽມ​ພັດທະນາ​ໄດ້​ກຳນົດ​ວ່າ:

1.ປຸກລະດົມ ​ແລະ ສົ່ງ​ເສີມ​ທ່າ​ແຮງ​ໃນ​ລະດັບ​ສູງ​ສຸດ, ມີ​ປະສິດທິ​ຜົນ​ສູງ ​ແລະ ​ແຫຼ່ງພະລັງ​​ແຮງພາຍ​ໃນ​ຂອງ​ແຕ່ລະ​ແຂວງ​ໃນ​ເຂດ​ເຂົ້າ​ໃນ​ການ​ພັດທະນາ​​ເສດຖະກິດ ການ​ຜະລິດ​ສິນຄ້າ ​ແລະ ຊຸກຍູ້​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ໄວ ​ແລະ ຍືນ​ຍົງ.

2.ເພີ້​ມທະວີ​ການ​ຮ່ວມ​ກັນ​ພັດທະນາ​ເສດຖະກິດ​ພາຍ​ໃນ​ເຂດ ​ໂດຍ​ຜ່ານ​ບັນດາ​ໂຄງການ​ຮ່ວມ​ມື​ພັດທະນາ​ລະ​ຫວ່າງ​ ແຂວງ​ຕ່າງໆ​ພາຍ​ໃນ​​ເຂດ​; ຍົກ​ສູງ​ປະສິດທິ​ຜົນ​ໃນການ​ຮ່ວມ​ມືດ້ານ​ເສດຖະກິດ​ກັບສາກົນ, ປະຕິບັດ​ນະ​ໂຍບາຍ​ສົ່ງ​ເສີມ​ແຫຼ່ງກຳລັງ​ຈາກ​ພາຍ​ນອກ​ຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ ຍາວ​ນາມ​. ​ເອົາ​ການ​ພັດທະນາ​ຂ​ອງ​ແຕ່ລະ​ປະ​ເທດ​ຕິດ​ພັນ​ກັບ​ການ​ພັດທະນາ​ແຕ່ລະ​ທອ້ງຖິ່ນ​ໃນເຂດສາມຫຼ່ຽມ​ພັດທະນາ​ແນ​ໃສ່​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ຕາມ​ທິດ​ຍົກ​ສູງ​ປະສິດທິ​ຜົນ​ໃນ​ແຕ່ລະ​ຂະ​ແໜງ​ການ ​ແລະ ​ແຕ່ລະ​ແຂ​ວງຂອງ​ເຂດ.

3.ການ​ຮ່ວມມື​ພັດທະນາ​ລະ​ຫ່ວາງບັນດາ​ທອ້ງຖິ່ນ​ໃນ​ເຂດ​ຖື​ວ່າ​ເປັນ​ວິທີ​ຕົ້ນ​ຕໍ່​ໃນ​ການ​ພັດທະນາ​ເຂດສາມຫຼ່ຽມ ​ພັດທະນາຕາມ​ເຂດ​ຊາຍ​ແດນ​ຂອງ​ສາມ​ປະ​ເທດ ​ໃນ​ນັ້ນ​ມີ​ການ​ສົ່ງ​ເສີມ​ການ​ປະກອບສ່ວນ​ຈາກ​ປະ​ເທ​ດທີ​ສາມ. ຫວຽດນາມ​ມີ​ບົດບາດ​ສຳຄັນ​ໃນ​ການ​ຊ່ວຍ​ເຫຼືອ​ດ້ານ​ເຕັກນິກ ​ແລະ ທຶນຮອນ.

4.ເສີມ​ຂະ​ຫຍາຍ​ທ່າ​ແຮງ ຂອງ​ປະຕູທາງອອກ​ສູ່​ທະ​ເລ​ຫວຽດນາມ ​ເພື່ອ​ສ້າງ​​ແຮງ​ບັນດານ​ໃຈ ​ແລະ ດູດ​ດຶງ​ການ​ພົບ​ປະ​ແລກປ່ຽນ​ດ້ານ​ເສດຖະກິດ​, ຊຸກຍູ້​ການພົວພັນ​ຮ່ວມ​ມື​ເສດຖະກິດ​ເພື່ອ​ຊ່ວຍ​ໜູນ​ຊຶ່ງ​ກັນ ​ແລະ ກັນ​ຮັບປະກັນ​ການ​ພັດທະນາ ​ແລະ ຄວາມ​ສະຫງົບ.

​ເຖິງ​ວ່າ​ແຜນ​ຈັດ​ສັນ​ສັງ​ລວມ​ເຂດສາມຫຼ່ຽມ​ພັດທະນາ ຫາ​ກໍ​ໄດ້​ຮັບ​ການ​ຮັບຮອງ​​ໃນ 3 ປີຜ່ານມາ, ​ແຕ່​ກໍ່​ໄດ້ມີການ​ເອົາ​ໃຈ​ໃສ່​ຂອງ​ແຕ່ລະ​ປະ​ເທດ ​ແລະ ​ໄດ້​ຜັນ​ຂະຫຍາຍ​ຈັດ​ຕັ້ງ​ປະຕິບັດ​ໄປ​ແຕ່​ລະ​ກ້າວ ຊຶ່ງ​​ເປັນ​ຈຸດ​ ເລີ່​ມຕົ້ນ​ໃນ​ການພັ​ດທະນາ​ເຂດ​ສາ​ຫຼ່ຽມຂອງ​ສາມ​ປະ​ເທດ.

ສາມຫຼ່ຽມ​ພັດທະນາ ກຳປູ​ເຈຍ-ລາວ-ຫວຽດນາມ

​ເດືອນ 12 ປີ 1999 ​ໄດ້​ມີ​ກອງ​ປະຊຸມ​ລະດັບ​ສູງ ຂອງ​ສາມນາຍົກລັດຖະມົນຕີ ຫວຽດນາມ-ລາວ- ກຳປູ​ເຈັຍ ຄັ້ງ​ທຳ​ອິດ ທີ່​ນະຄອນຫຼວງ​ວຽງ​ຈັນ, ​ໄດ້​ມີ​ແນວ​ຄວາມ​ຄິດ​ໃນ​ການ​ສ້າງເຂດສາມຫຼ່ຽມ​ພັດທະນາ ຊຶ່ງ​ລວມມີ​ບາງ​ແຂວງ​ທາງພາກຕາ​ເວັນ​ອອກສຽງ​ເໜືອ ປະ​ເທ​ດກຳປູ​ເຈຍ, ບາງ​ແຂວງ​ທາງ​ພາກ​ໃຕ້​ຂອງ​ລາວ ​ແລະ​ເຂດ ​ເຕີຍ​ງວຽນ​ຫວຽດນາມ.

​ເດືອນ 01 ປີ 2002 ​ກອງ​ປະຊຸມ​ຄັ້ງ​ທີ່​ສອງ​​ຢູ່​ນະຄອນ​ໂຮ່ຈີ​ມິນ (ສສ.ຫວຽດນາມ), ສາມ​ນາຍົກ​ໄດ້​​ເປັນ​​ເອກະພາບ​ມອບ​ໃຫ້​ຝ່າຍ​ຫວຽດນາມ​ສົມທົບ​ກັບ​ຝ່າຍ​ລາວ ​ແລະ ຝ່າຍ​ກຳປູ​ເຈຍ ສ້າງ​ແຜນ​ຈັດ​ສັນ​ສັງ​ລວມ ພັດທະນາ​ເສດຖະກິດ-ສັງຄົມ ເຂດສາມຫຼ່ຽມ​ພັດທະນາລະຫວ່າງ​ສາມ​ປະ​ເທດ. ​​ເດືອນ 07 ປີ 2004 ກອງ​ປະຊຸມຄັ້ງ​ທີ 03 ທີ່​ຊຽມຣຽບ (ກຳປູ​ເຈຍ), ສາມ​ນາຍົກ​ໄດ້​ຢືນຢັນ​ຄື​ວ່າ ສາມຫຼ່ຽມ​ພັດທະນາ ກຳປູ​ເຈັຍ-ລາວ-ຫວຽດນາມ ​ໄດ້​ຜ່ານ​ແຜນ​ຈັດ​ສັນ​ສັງ​ລວມພັດທະນາ​ເສດຖະກິດ-ສັງຄົມ ​ໃນເຂດສາມ ຫຼ່ຽມ​ພັດທະນາ. ​ໃນ​ໂອກາດ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 10 ທີ່​ນະຄອນຫຼວງ​ວຽງ​ຈັນ (​ເດືອນ 11/2004) ສາມ​ນາຍົກ​ໄດ້ ຜ່ານ​ແຜນ​ກຳນົດ​ສັງ​ລມ​ໃນ​ການ​ສ້າງ ສາມຫຼ່ຽມ​ພັດທະນາ ​ແລະ ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງ ການວຽງ​ຈັນ​ກ່ຽວ​ກັບ​ການ​ສ້າງ ສາມຫຼ່ຽມ​ພັດທະນາ. ​ໃນ​ກອງ​ປະຊຸມ​ອາ​ຊຽນຄັ້ງ​ທີ 10 ນັ້ນ ສາມ​ນາຍົກ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມລະດັບ​ສູງ​ກັບຍີ່ປຸ່ນ​ແລະອີກ​ຄັ້ງ​ທີ​ສອງຢູ່ ກົວ​ລາ​ລຳ​ເປີ ​ເດືອນ 12/2005. ​ໃນ​ກອງ​ປະຊຸມສອງຄັ້ງ​ດັ່ງກ່າວ ຍີ່ປຸ່ນ​ສະ​ນັບ​ສະ​ໜູນ​ການ​ສ້າງສາ​ມ ຫຼ່ຽມພັດທະນາ ​ແລະ ຊ່ວຍ​ທຶນ 2 ຕື້​ເຢນ ສຳລັບ​ບັນດາ​ໂຄງການ​ນ້ອຍ​ກ່ຽວ​ກັບ​ວຽກ​ພັດທະນາ​ ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ໃນ​ເຂດ​ສາມຫຼ່ຽມ. ​ໃນ​ມໍ່​ໆ​ມາ​ນີ້ ສາມ​ປະ​ເທດ​ໄດ້​ຍື່ນ12​ໂຄງການບູລິ​ມະ​ສິດ​ເຊັ່ນ: ຄົມມະນາຄົມ, ການ​ສຶກສາ, ສາທາລະນະ​ສຸກ ​ໃນ​ວົງ​ເງິນ 300 ລ້ານໂດ​ລາ ສະຫະລັດ ​ເພື່ອ​ຂໍ​ໃຫ້​ຍີ່ປຸ່ນ​ພິຈາລະນາ​ຊ່ວຍ​ເຫຼືອ.

ກອງ​ປະຊຸມ​ຂັ້ນ​ສູງ ຂອງ​ສາມ​ນາຍົກ ຄັ້ງ​ທີ່ 4 ທີ່​ເມືອງ​ດ່າ​ລາດ ສສ.ຫວຽດນາມ (​ເດືອນ 12/2006) ​ໄດ້​ສັນຍາ​ຍົກ​ສູງ​ປະສິດ​ຕິ​ຜົນ​ການ​ຮ່ວມ​ມື​ໃນ​ເຂດ​ສາມຫຼ່ຽມ​ພັດທະນາ ​ໂດຍ​ການ​ສ້າງ​ຕັ້ງ​ຄະນະ​ກຳມະການ​ບໍລິຫານ​ລວມ, ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະດວກ​ໃນ​ການ​ໃຫ້​ນັກ​ລົງທຶນ, ​ເພີ້​ມທະວີ​ການ​ປະສານ​ງານ​ລະດົມ​ທຶນ​ຕ່າງປະ​ເທດ ​ເປັນ​ຕົ້ນ​ແມ່ນ​ຍີ່ປຸ່ນ.

ໃນ​ເດືອນ 01 ປີ 2007 ​ໄດ້ມີ​ກອງ​ປະຊຸມ​​ອາ​ຊຽນ ຄັ້ງ​ທີ 12 ທີ່ ຊີ​ບູ (ຟີ​ລິບ​ປິນ) ​ໃນ​ລະຫວ່າງ​ກອງ​ປະ ຊຸ​ມດັ່ງກ່າວ ສາມ​ຊາດ ລາວ-ຫວຽດນາມ-ກຳປູ​ເຈຍ ​ໄດ້​ປະຊຸມ​ຮ່ວມ​ກັບ​ຄະນະ​ຜູ້​ແທນ​ຂອງ​ຍີ່ປຸ່ນ​ຄັ້ງ​ທີ 2, ຍີ່ປຸ່ນ​ໄດ້​ສະ​ເໜີ​ການ​ສະໜັບສະໜຸນ​ງົບປະມານ 2 ຕື້​ເຢນ ສຳລັບ 16 ​ໂຄງການ​ຄື: ສາທາລະນະ​ສຸກ, ການ​ສຶກສາ ​ແລະ ພັດທະນາ​ຊີ​ວິການ​ເປັນ​ຢູ່​ຂອງ​ປະຊາຊົນ (ໃນ​ນັ້ນ ຫວຽດນາມ​ມີ 9 ​ໂຄງການ, ກຳປູ​ເຈຍ 5 ​ໂຄງ​ການ ​ແລະ ລາວ​ໄດ້ 2 ​ໂຄງການ).

​ໃນ​ວັນ​ທີ 20-21 ​ເດືອນ 4 ປີ 2007 ​ໄດ້​ມີ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ຄັ້ງ​ທີ 1 ສຳລັບ​ສາມຫຼ່ຽມ​ພັດທະນາ ຊຶ່ງ​ຈັດ​ຢູ່ ​ແຂວງ​ກອນ​ຕູມ ສສ.ຫວຽດນາມ, ຜູ້​ແທນ​ຈາກ​ຂະ​ແໜງ​ການ​ຕ່າງໆເຂົ້າ​ຮ່ວມ​ທັງ​ໝົດ 281 ຄົນ ​ແລະ 153 ບໍລິສັດຈາກ ສາມ​ປະ​ເທດ​ເຂົ້າ​ຮວ່ມ, ນອກຈາກ​ນັ້ນ​ຍັງ​ມີຜູ້ຕາງໜ້າ​ຂອງ 4 ບໍລິສັດ​ຈາກ​ປະ​ເທດ​ຍີ່ປຸ່​ນເຂົ້າ​ຮ່ວມ ​ແລະ ຄູ່​ຮ່ວມ​ມື​ຕ່າງປະ​ເທດ​ອີກ​ຈຳນວນ​ໜຶ່ງ.

ວັນ​ທີ 18-19 ​ເດືອນ 5 ປີ 2007 ​ໄດ້​ມີ​ກອງ​ປະຊຸມ​ຄະນະ​ບໍລິຫານ​ຮ່ວມສາມ​ຊາດ ​ຄັ້ງ​ທີ່ 01 ທີ່ ​ແຂວງ ປ​ໄລ​ກູ (ສສ.ຫວຽດນາມ). ​ແຕ່ລະ​ຝ່າຍ​ໄດ້​ແຈ້ງ ​ແລະ ​ແລກປ່ຽນ​ກັນ​ກ່ຽວ​ກັບ​ວຽກ​ບໍລິຫານ​ງານ​ຮ່ວມສາມ​ປະ​ເທດ, ການ​ປະສານ​ງານ, ການປັບປຸງ​ແກ້​ໄຂ​ແຜນ​ງານ, ວຽກ​ຜັນ​ຂະຫຍາຍ​ຈັດ​ຕັ້ງ​ປະຕິບັດ, ກາ​ນສ້າງ​​ແຜນ​ງານ​ໄລຍະ 5 ປີ ​ແລະ ການ​ວາງ​ນະ​ໂຍບາຍ​ບູລິ​ມະ​ສິດ​ໃຫ້​ເຂດ​ສາມຫຼ່ຽມ​ພັດທະນາ.

ວັນ​ທີ 4 ​ເດືອນ 6 ປີ 2007 ​ໄດ້​ມີ​ກອງ​ປະຊຸມ​ຄະນະວິຊາ​ການສາມ​ຊາດ ລາວ-ຫວຽດນາມ​-ກຳປູ​ເຈຍ ຮ່ວມ​ກັບ​ຍີ່ປຸ່ນ ​ເພື່ອ​ແລກປ່ຽນ ​ແລະ ​ເປັນ​​ເອກະ​ພາຍ​ລາຍການ​ໜ້າ​ວຽກຕ່າງໆ​ເພື່ອ​ນຳ​ໃຊ້​ຮ່ວງ​ເງິນ 20 ລ້ານ​ໂດ​ລາ​ສະຫະລັດ ທີ່​ຍີ່ປຸ່ນ​​ໄດ້​ສັນຍາ​ຈະ​ຊ່ວຍ​ເຫຼືອ.

ວັນ​ທີ 5 ​ເດືອນ 6 ປີ 2007 ​ໄດ້​ມີ​ກອງ​ປະຊຸມໜ່ວຍ​ງານ​ຂອງ​ຄະນະ​ບໍລິຫານ​ຮ່ວມສາມ​ຊາດ ທີ່ ນະຄອນ​ພນົມ​ເປັນ (ກຳປູ​ເຈຍ) ​ເພື່ອ​ແລກປ່ຽນ ດ້ານ​ກົນ​ໄກ​ລວມ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ພັດທະນາ ລົງທຶນ ການ​ຄ້າ​ໃນ​ເຂ​ດສາມ​ຫຼ່ຽມພັດທະນາ.

REVIEW

(Di chuột vào ngôi sao để chọn điểm)
  
 
ຕິດຕ່ໍເວັບໄຊອື່່ນໆ
 

 


ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la