Skip Ribbon Commands
Skip to main content



Date 16/08/2016-10:16:00 AM
ສະ​ເໜີ​ກ່ຽວ​ກັບ ສາມຫຼ່ຽມ ພັດທະນາ
ສາມຫຼ່ຽມພັດທະນາ ກຳປູ​ເຈັຍ-ລາວ-ຫວຽດນາມ ​ແມ່ນ​ເຂດ​ສາມ​ແຍກ ຊາຍ​ແດນ​ຂອງ ສາມ​ປະ​ເທດ ຫວຽດນາມ, ລາວ ​ແລະ ກຳປູ​ເຈັຽ. ຂອບ​ເຂດ​ຂອງ ສາມຫຼ່ຽມພັດທະນາ ກວມ​ເອົາ 10 ​ແຂວງຄື: ຣັດ​ຕະນະ​ ກີຣິ, ສຕຸ​ງ​ແຕຼງ, ມອນ​ດຸນ​ກີ​ຣິ ຊຶ່ງ​ຢູ່​ທາງ​ພາກ​ຕາ​ເວັນ ອອກ​ຂອງກຳປູ​ເຈັຽ. ​ແຂວງອັດ​ຕະປື, ສາລະ​ວັນ, ເຊ​ກອງ ທີ່ຢູ່​ທາງ​ພາກ​ໃຕ້​ຂອງລາວ. ​ແຂວງກອນ​ຕຸ​ມ, ຢາ​ລາຍ, ດັກ​ລັກ ​ແລະ ດັກ​ນົງ ທີ່ຢູ່​ເຂດ​​ເຕີຽງວຽນ ຫວຽດນາມ.

ຜູ້​ອອກ​ຫົວຄິດ​ປະດິດ​ສ້າງ​ ເຂດ​ສາມ​ຫຼ່ຽມພັດທະນາ ​ແມ່ນ ພະນະ​ທ່ານ ຮຸນ​ແຊນ, ນາຍົກລັດຖະມົນຕີ ຣາຊະ​ອານາຈັກກຳປູ​ເຈັຽ ຊຶ່ງ​ໄດ້​ສະ​ເໜີ​ຂຶ້ນ​ຢູ່​ໃນ​ກອງ​ປະຊຸມ​ລະດັບ​ສູງ ຂອງ​ສາມນາຍົກລັດຖະມົນຕີ ກຳປູ​ເຈັຍ-ລາວ-ຫວຽດນາມ ຄັ້ງ​ທຳ​ອິດ ທີ່​ນະຄອນຫຼວງ​ວຽງ​ຈັນ (1999).

ຕໍ່​ມາ,​ໃນ​ກອງ​ປະຊຸມ​ຄັ້ງ​ທີ່​ສອງ​ທີ່​ດຳ​ເນີນ​ຢູ່​ນະຄອນ​ໂຮ່ຈີ​ມິນ (2002), ສາມ​ນາຍົກ​ໄດ້​ສັນຍາ​ຈະ​ໃຫ້​ບູລິ​ມະ​ສິດ ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ໃນ​ເຂ​ດດັ່ງກ່າວ ຊຶ່ງ​ລວມມີ ວຽກ​ງານ​ຄົມມະນາຄົມຂົນ​ສົ່ງ, ການ​ຄ້າ, ພະລັງງານ​ໄຟຟ້າ, ທ່ອງ​ທ່ຽວ, ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ສາທາ. ບັນດາ​ໜ່ວຍ​ງານ​ຊ່ຽວຊານ​ຂອງ​ສາມ​ປະ​ເທດ ເລີ່​ມລົງມືສ້າງ​ແຜນ​ກຳນົດ​ພັດທະນາ​ເສດຖະກິດ ​ເພື່ອ​ສ້າງ​ເຂດ​ສາມຫຼ່ຽມ​ພັດທະນາ ກຳປູ​ເຈັຍ-ລາວ-ຫວຽດນາມ.

​ໃນ​ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ທີສາມ ທີ່​ຊຽມຣຽບ (2004), ສາມ​ນາຍົກ​ໄດ້​ຢືນຢັນ​ຄື​ວ່າ ສາມຫຼ່ຽມ​ພັດທະນາ ກຳປູ​ເຈັຍ-ລາວ-ຫວຽດນາມ ​ເປັນ​ເຂດ​ທີ່​ສຳຄັນ​ທີ່​ສຸດ; ສາມ​ປະ​ເທດ​ຄວນ​ສົມທົບ​ກັນ​ພັດທະນາ ​ເປັນ​ຕົ້ນ​ແມ່ນ​ລະບົບ​ພື້ນຖານ​ໂຄງ​ລ່າງ ​ເສັ້ນທາງ​ຄົມມະນາຄົມ. ທັງ​ສາມ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ໃນ​ການ​ສົ່ງ​ເສີມ​ຫຼາຍ​ໂຄງການ​ຮ່ວມ​ມື.

​ໃນ​ໂອກາດ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 10 ທີ່​ນະຄອນຫຼວງ​ວຽງ​ຈັນ (​ເດືອນ 11/2004) ສາມ​ນາຍົກ​ໄດ້ ຜ່ານ​ແຜນ​ກຳນົດ​ສັງ​ລມ​ໃນ​ການ​ສ້າງ ສາມຫຼ່ຽມ​ພັດທະນາ ​ແລະ ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງ ການວຽງ​ຈັນ​ກ່ຽວ​ກັບ​ການ​ສ້າງ ສາມຫຼ່ຽມ​ພັດທະນາ.

​ໃນ​ກອງ​ປະຊຸມ​ອາ​ຊຽນຄັ້ງ​ທີ 10 ນັ້ນ ສາມ​ນາຍົກ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມລະດັບ​ສູງ​ກັບຍີ່ປຸ່ນ​ແລະ

ອີກ​ຄັ້ງ​ທີ​ສອງຢູ່ ກົວ​ລາ​ລຳ​ເປີ ​ເດືອນ 12/2005. ​ໃນ​ກອງ​ປະຊຸມສອງຄັ້ງ​ດັ່ງກ່າວ ຍີ່ປຸ່ນ​ສະ​ນັບ​ສະ​ໜູນ​ການ​ສ້າງສາ​ມຫຼ່ຽມພັດທະນາ ​ແລະ ຊ່ວຍ​ທຶນ 2 ຕື້ ​ເຢນ ສຳລັບ​ບັນດາ​ໂຄງການ​ນ້ອຍ​ກ່ຽວ​ກັບ​ວຽກ​ພັດທະນາ​ ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ໃນ​ເຂດ​ສາມຫຼ່ຽມ. ​ໃນ​ມໍ່​ໆ​ມາ​ນີ້ ສາມ​ປະ​ເທດ​ໄດ້​ຍື່ນ12​ໂຄງການບູລິ​ມະ​ສິດ​ເຊັ່ນ: ຄົມມະນາຄົມ, ການ​ສຶກສາ, ສາທາລະນະ​ສຸກ ​ໃນ​ວົງ​ເງິນ 300 ລ້ານໂດ​ລາ ສະຫະລັດ ​ເພື່ອ​ຂໍ​ໃຫ້​ຍີ່ປຸ່ນ​ພິຈາລະນາ​ຊ່ວຍ​ເຫຼືອ.

ກອງ​ປະຊຸມ​ຂັ້ນ​ສູງ ຂອງ​ສາມ​ນາຍົກ ຄັ້ງ​ທີ່ 4 ທີ່​ເມືອງ​ດ່າ​ລາດ ສສ.ຫວຽດນາມ (​ເດືອນ 12/2006) ​ໄດ້​ສັນຍາ​ຍົກ​ສູງ​ປະສິດ​ຕິ​ຜົນ​ການ​ຮ່ວມ​ມື​ໃນ​ເຂດ​ສາມຫຼ່ຽມ​ພັດທະນາ ​ໂດຍ​ການ​ສ້າງ​ຕັ້ງ​ຄະນະ​ກຳມະການ​ບໍລິຫານ​ລວມ, ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະດວກ​​ໃຫ້​ນັກ​ລົງທຶນ, ​ເພີ້​ມທະວີ​ການ​ປະສານ​ງານ​ລະດົມ​ທຶນ​ຕ່າງປະ​ເທດ ​ເປັນ​ຕົ້ນ​ແມ່ນ​ຍີ່ປຸ່ນ.

​ເຂດ​ສາມຫຼ່ຽມ​ພັດທະນາ ມີ​ຊາຍ​ແດນ​ລວມກັນ​ລະຫວ່າງ​ສາມ​ປະ​ເທດ ກຳປູ​ເຈັຍ-ລາວ-ຫວຽດນາມ ຊຶ່ງມີ 10 ແຂວງຄື: ຮັດ​ຕະນະ​ກີຣິດ, ສຕຸ​ງ​ແຕຼງ, ມອນ​ດຸນ​ກີ​ຣິດ (ກຳປູ​ເຈັຽ), ​ແຂວງ ອັດ​ຕະປື, ສາລະ​ວັນ, ເຊ​ກອງ (ຂອງ ລາວ) ​ແລະ ​ແຂວງ ກອນ​ຕຸ​ມ, ຢາ​ລາຍ, ດັກ​ລັກ ​ແລະ ດັກ​ນົງ(ຫວຽດນາມ). ລວມ ມີ​ເນື້ອ​ທີ່​ທັງ​ໝົດ 111.021 ກມ2, ລວມພົນລະ​ເມືອງ​​ໃນ​ປີ 2002 ມີປະມານ 4,058 ລ້ານ​ຄົນ (ສະ​ເລ່ຍ 37ຄົນ/ມ2), ​ໃນ​ນັ້ນ: ​​ໃນບັນດາ​ແຂວງ​ຂອງ​ຫວຽດນາມ​ມີ​ເນື້ອທີ່ 44.710 ກມ2, ພົນລະ​ເມືອງ 3,328ພັນ ​ຄົນ, ກວມ 40,3% ຂອງ​ເນື້ອ​ທີ່​ລວມ, 82% ຂອງ​ພົນລະ​ເມືອງ​ລວມ, ສະ​ເລ່ຍ 74 ຄົນ/ ກມ2. ບັນດາ​ແຂວງ​ຂອງ​ກຳປູ​ເຈັຍ ມີເນື້ອທີ່ 37.636ກມ2, ກວມ 33,9% ຂອງ​ເນື້ອ​ທີ່​ລວມ, ພົນລະ​ເມືອງ 247,8 ພັນ​ຄົນ, ກວມ 6,1% ຂອງ​ພົນລະ​ເມືອງ​ລວມ, ສະ​ເລ່ຍ 7ຄົນ/ ກມ2. ໃນບັນດາ​ແຂວງ​ຂອງ​ລາວ​ມີ​ເນື້ອທີ່ 28.675 ກມ2, ກວມ 25,8% ຂອງ​ເນື້ອ​ທີ່​ລວມ, ພົນລະ​ເມືອງ 482,1ພັນຄົນ, ກວມ 11,9% ຂອງ​ພົນລະ​ເມືອງ​ລວມ, ສະ​ເລ່ຍ 17 ຄົນ/ກມ2.

REVIEW

(Di chuột vào ngôi sao để chọn điểm)
  
 
ຕິດຕ່ໍເວັບໄຊອື່່ນໆ
 

 


ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la