Skip Ribbon Commands
Skip to main content



ຂ່າວຈາກລາວ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານເອກອັກຄະຣາຊະທູດ ກຳປູເຈຍ ປະຈຳລາວ ຄົນໃໝ່ (03/08/2017-14:41:00 PM)
ກອງປະຊຸມປຶກສາຫາລື ແລະ ຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ ຂອບການຮ່ວມມືພາກພື້ນ (01/08/2017-15:00:00 PM) ໃນວັນທີ 21 ເມສາ 2017, ກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຜັນຂະຫຍາຍຜົນຂອງ 3 ກອງປະຊຸມສຸດຍອດຂອບການຮ່ວມມືອະນຸພາກພື້ນ (CLV, CLMV ແລະ ACMECS) ທີ່ ຫ້ອງປະຊຸມ ຂອງ ກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານຂອງ ທ່ານ ສົງການ ຫຼວງມຸນິນທອນ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ໂດຍການໃຫ້ກຽດຂື້ນກ່າວເປີດກອງປະຊຸມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຊຶ່ງມີຜູ້ເຂົ້າຮ່ວມຈາກ ບັນດາກະຊວງຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງສູນກາງ ຈໍານວນກວ່າ 40 ທ່ານ.
ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ສຳພາດຕໍ່ສື່ມວນຊົນລາວ ໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2017 (01/08/2017-14:40:00 PM) ໃນທ່າມກາງບັນຍາກາດທີ່ທົ່ວປວງຊົນສອງຊາດ ລາວ-ຫວຽດນາມ ພວມດຳເນີນການສະເຫຼີມສະຫຼອງສອງວັນປະຫວັດສາດ ລາວ-ຫວຽດນາມ ປີ 2017 ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ (18/7/1977 – 18/7/2017) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ (5/9/1962 – 5/9/2017) ຢ່າງຄຶກຄື້ນ, ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມເປັນຮອງປະທານຄະນະຊີ້ນຳລະດັບຊາດ, ເປັນຜູ້ປະຈຳການ ແລະ ທັງເປັນໃຈກາງ ໃນການພົວພັນປະສານງານກັບບັນດາຂະແໜງການພາຍໃນ, ທ້ອງຖິ່ນ ແລະ ກັບເພື່ອນຫວຽດນາມ, ໄດ້ໃຫ້ສຳພາດຕໍ່ ທີມງານລາຍການ “ລົມກັນວັນນີ້” ຂອງໂທລະພາບແຫ່ງຊາດລາວ ແລະ ທີມງານສຳນັກຂ່າວສານປະເທດລາວ, ໃນຕອນບ່າຍຂອງວັນທີ 10 ກໍລະກົດ 2017, ທີ່ ກະຊວງການຕ່າງປະເທດ.
ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຜູ້ອຳນວຍການທະນາຄານໂລກ ແລະ ຜູ້ຕາງໜ້າທະນາຄານໂລກ (31/07/2017-15:40:00 PM) ໃນວັນທີ 26 ກໍລະກົດ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ແອລເຣັນ ໂກນສ໌ແຕັງ (Ellen Goldstein), ຜູ້ອໍານວຍການທະນາຄານໂລກ ທີ່ຮັບຜິດຊອບ ປະເທດກໍາປູເຈຍ, ສປປ ລາວ ແລະ ມຽນມາ ຄົນໃໝ່ ແລະ ທ່ານ ຊ໋ອງ ຄຣິສສະຕ໋ອບ ແຄຣເຣ (Jean-Christophe Carret), ຜູ້ຕາງໜ້າຫ້ອງການທະນາຄານໂລກ ຄົນໃໝ່ ປະຈຳ ສປປ ລາວ, ເນື່ອງໃນໂອກາດທີ່ໄດ້ຮັບໜ້າທີ່ຕໍາແໜ່ງໃໝ່.
ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ກໍລະກົດ 2017 (26/07/2017-14:47:00 PM) ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກໍລະກົດ 2017 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ແລະ ປິດລົງໃນວັນທີ 25 ກໍລະກົດ 2017 ຢູ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
Trang Tiếp > Cuối >>
 
ຕິດຕ່ໍເວັບໄຊອື່່ນໆ
 

 


ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la