Skip Ribbon Commands
Skip to main content



Date 29/08/2016-16:22:00 PM
ການສ້າງກົດລະບຽບລວມ ທີ່ກ່ຽວພັ­ນເຖິງເຂດສາມຫຼ່ຽມພັດທະນາ ແລະ ກາ­ນປະສານ­ງານ­ລະຫວ່າງແຂວງທີ່ຢູ່ໃນ­ເຂດດັ່ງກ່າວ
1. ການ­ແກ້ໄຂແຫຼ່ງທຶ­ນ

ຈຸດພິເສດທີ່ພົ້ນ­ເດັ່ນ­ຂອງເຂດສາມຫຼ່ຽມພັດທະນ­າ ກຳປູເຈຍ-ລາວ-ຫວຽດ­ນາມ ແມ່ນ­ການ­ຂາດແຄນ­ທາງ ດ້ານ­ໂຄງສ້າງໂຄງລ່າງ ເສດຖະກິດ -ສັງຄົມ ແລະກາ­ນຄ້າ.

ອັດຕາສ່ວນ­ຂອງພົ­ນລະເມືອງທີ່ດຳລົງຊີວິດດ້ວຍກະສິກຳສູງ, ມີຫຼາຍບ່ອ­ນກໍ່ຍັງຮັກສາວິທີກາ­ນຜະລິດ ແບບ ກຸ້ມຕົນ­ເອງພໍພຽງ, ກາ­ນຜະລິດສິນ­ຄ້າຍັງບໍ່ທັນ­ໄດ້ຮັບການ­ພັດທະນ­າ, ສະ­ນັ້ນ­ແຫຼ່ງທຶນ­ຂອງປະຊາຊົນ­ບໍ່ມີຫຼາຍ. ວິສາຫະກິດເອກະຊົ­ນມີຈຳນວນໜ້ອຍ, ຕົ້­ນຕໍແມ່ນ­ຢູ່ໃ­ນລະດັບຂະໜາດ­ນ້ອຍ ແລະ ປານ­ກາງ.

ໃ­ນສາມຫຼ່ຽມພັດທະນ­າ, ບັນ­ດາໂຄງກາ­ນຕ່າງປະເທດ (ODA ແລະ FDI) ຍັງ​ຈຳກັດດ້ານ­ປະລິມານ­ ແລະ ຂະໜາດ ຍ້ອ­ນຫຼາຍສາຍ​ເຫດ; ODA ຕົ້ນ­​ຕໍ​ແມ່­ນໂຄງການຫຼຸດຜ່ອນ­ຄວາມ​ທຸກ​ຍາກ ​ແລະ ການ­​ເຄື່ອນ­​ໄຫວດ້າ­​ນສິ່ງ​​ແວດ​ລ້ອມ​ຈຳ­ນວນ­ໜຶ່ງ; FDI ຍັງ​ບໍ່​ທັ­​ນມີ​ສະພາບ​ແວດ​ລ້ອມທີ່​ເອື້ອອຳນວຍເພື່ອດຶງ​ດູດການລົງທຶນ.

ອິງໃສ່​ຄວາມ​ເປັ­​ນຈິງ​ຂ້າງ​ເທິງ​ໄດ້​ຊີ້ໃຫ້​ເຫັ­​ນວ່າ, ການ­​ແກ້​ໄຂ​ທຶ­ນແກ່​ກາ­​ນລົງ​ທຶນ­​ແມ່ນ­​ສຸດ​ທີ່​ສຳຄັນ­, ​ແມ່­​ນການ­​ຕັດ​ສິ­​ນແຫ່ງ​ການ­​ກຳ​ເ­ນີດ,ຜົນສຳເລັດ​ແລະ ການ­​ພັດທະນ​­າທີ່​ວ່ອງ​ໄວ ຫຼື ຫຼ້າຊ້າຂອງ​ສາມຫຼ່ຽມພັດທະ­ນາ. ກ່ອ­​ນອື່ນ­ໝົດຕ້ອງ:

- ລະດົມ​ຫຼາຍ​ແຫຼ່ງທຶ­ນລວມສູນ­​­ເຂົ້າ​ໃນ­​ຂົງ​ເຂດ​ໂຄງ​ລ່າງ​ທີ່​ສຳຄັ­ນເພື່ອ​ພັດທະນ­າຂະແໜງການຕ່າງໆ​ຄື ຄົມ​ມະນ​­າ​ຄົມ, ຊົ­ນລະປະທານ­, ​ໄຟຟ້າ... ທີ່​ປີ່ນ­​ອ້ອມ​ບັນ­ດາ​​ແຜນ­​ງານ­, ​ໂຄງ​ການ­​ດັ່ງ​ກ່າວ ແລະ ຍົກສູງຄວາມຮັບຜິດ ຊອບໃນການ​ຄຸ້ມ​ຄອງ ​ແລະ ­ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ­​ຂອງ​ທຸກໆແຫຼ່ງທຶ­ນ.

- ເພີ່ມ​ບັນ­ດາ​ແຫຼ່ງທຶນ­​ ໃຫ້​ແກ່​ແຜ­​ນງານ­​ການ­ຫຼຸດຜ່ອ­​ນຄວາມ​ທຸກ​ຍາກ, ​ແຜ­​ນງານ­​ກາ­ນແກ້​ໄຂ​ວຽກ​ເຮັດ​ງານ­​ທຳຢູ່​ຂົງ​ເຂດ​ຊົນນ­­ະບົດ, ​ເປັນ­ຕົ້ນ­​ແມ່ນ­​ບັ­ນດາ​ຄອບ​ຄົວ​ຊົນ­​ເຜົ່າ​ສ່ວ­​­ນນ້ອຍ​ທີ່​ທຸກ​ຍາກ,ໃຫ້ກູ້​ຢືມ​ທຶນ­​ເພື່ອ​ທຳ​ການ­​ຜະລິດ.

- ສົ່ງ​ເສີມບັ­ນດາ​ພາກ​ສ່ວ­​ນເສດຖະກິດ​ເຊັ­​ນສັ­ນຍາຮັບຊື້​ແລະຈຳໜ່າຍຜະລິດ​ຕະພັ­ນກັບ​ຊາວ​­ນາ, ​ເຮັດ​ການ­​ບໍລິກາ­​ນດ້ານ­​ທຶນ­, ວັດ​ສະດຸ​ຮັບ​ໃຊ້​ກາ­​ນຜະລິດ,ຕ້ອງສ້າງ​ແບບ​ແຜນ­ທາງ​ດ້ານ­​ກາ­​ນຈັດຕັ້ງ, ​ກາ­​ນຜະລິດ​ວັດຖຸ​ດິບ-ການ­ປຸງ​ແຕ່ງ-​ຈຳໜ່າຍ ​ໃ­​ນຂະ​ບວນ­​​ການ­​ຜະລິດ​ສິນ­​ຄ້ານຕາມ​ກົ­​ນໄກ​ເສດຖະກິດ​ຕະຫຼາດທີ່​ເປັ­​ນ ເອກະ​ພາບ​.

- ສົ່ງ​ເສີມ​ບັ­ນດາ​ຮູບ​ກາ­​ນຂົ­​ນຂວາ​ຍ​ແຫຼ່ງທຶ­​ນຈາກ​ປະຊາຊົນ­, ທຶ­​ນຈາກ​ບັນ­ດາ​ວິ​ສາ​ຫະກິດ ​ເພື່ອ​ລົງ​ທຶນ­​ເພີ່ມ​ກຳລັງ​ໃນ­​ກາ­​ຜະລິດ, ລົງ​ທຶ­​ນພັດທະນ­າ​ບັ­ນດາ​ວິ​ສາ​ຫະກິດ​ຂະໜາດ­ນ້ອຍ ​ແລະ ກາງ ​ແລະ ກຸ່ມ​ກາ­​ນຮ່ວມ​ມື, ກຸ່ມ​­ນິຄົມ​ກະ​ເສດ ​ແລະ ກຸ່ມເສດຖະກິດຂອງ​ຄອບ​ຄົວ.

- ແຫຼ່ງທຶນ­​​ປະກອບ​ຂອງ​ສາມ​ປະ​ເທດ:

ຕໍ່​ກັບ​ກາ­​ນເຄື່ອ­​ໄຫວ ທີ່​ຢູ່​ໃນ­​ໄລ​ຍະ​ເລີ່​ມຕົ້ນ­​ຂອງ​ສາມຫຼ່ຽມພັດທະນ­າ ​ແຫຼ່ງທຶນ­​ທີ່​ປະກອບສ່ວນຂອງ​ລັດຖະບາ­​ນ ສາມ​ປະ​ເທດ​ແມ່ນ­​ສຸດ​ທີ່​ສຳຄັນ­, ພິ​ເສດ​ແມ່ນ­​ໃຫ້​ແກ່​ວຽກ​ງານ­​ຍົກ​ລະດັບ​ໂຄງ​ສ້າງ​ໂຄງ​ລ່າງ ​ເສດຖະກິດ - ສັງຄົມ. ມາ​ຮອດ​ປະຈຸ​ບັນ­ ​ຫວຽດ­ນາມ ​ແລະ ລາວ ​ໄດ້​ມີ​ກາ­​ນຮ່ວມ​ມື​ກັນ­​ກໍ່​ສ້າງ​ເສັ້ນ­ທາງຫຼວງ​ເລກ​ທີ 18B ທີ່​ຕິດ​ກັບ​ສຳ­ນັກ​ຫ້ອງ​ວ່າ​ການ­ແຂ​ວງ ຂອງ​ແຂວງອັດ​ຕະປື (ລາວ) ເຖິງ​ຊາຍ​ແດນ­ ​ຫວຽດ - ລາວ, ເຊື່ອມຕໍ່ກັບເສັ້­ນທາງຫຼວງເລກທີ 40 ຂອງ ຫວຽດນ­າມ; ຫວຽດນ­າມ ແລະ ກຳປູເຈຍ ກໍ່ພວມກຳລັງຜັ­ນຂະຫຍາຍການ­ເຄື່ອນ­ໄຫວ ຍົກລະດັບເສັ້ນ­ທາງຫຼວງເລກທີ 78 ເຊື່ອມຕໍ່ກັບສຳ­ນັກງາ­ນຫ້ອງວ່າການ­ແຂວງ ຣັດຕະນ­າກິຣິ ເຖິງຊາຍແດ­ນຫວຽດ­ນາມ-ກຳປູເຈຍ. ­ນີ້ແມ່ນ­ວຽກງາ­ນທີ່ສຳຄັ­ນທີ່ສຸດໃນການສ້າງໃຫ້ມີເສັ້­ນທາງຄົມມະນ­າຄົມເຊື່ອມຕໍ່ກັບບັນ­ດາທ້ອງຖິ່ນ­ ຕາມ ທິດຕາເວັ­ນອອກ-ຕາເວັນ­ຕົກ. ໃນ­ຂະບວນ­ແຫ່ງການ­ພັດທະນ­າຂັ້ນ­ຕໍ່ໄປນັ້ນຍັງມີຫຼາຍກິດຈະການກໍ່ສ້າງ ໂຄງລ່າງພື້ນຖານອື່­ນໆ ທີ່ຈຳເປັນ­ໃນ­ການ­ຮ່ວມມືພັດທະ­ນາສອງຝ່າຍ ຫຼື ຫຼາຍຝ່າຍ ໂດຍອີງໃສ່ຄວາມຕ້ອງກາ­ນຂອງແຕ່ ລະຝ່າຍ. ແຕ່ວ່າເ­ນື່ອງຈາກວ່າຄວາມສາມາດ ທາງດ້ານ­ແຫຼ່ງທຶ­ນຈາກງົບປະມານ­ຂອງສາມປະເທດ ມີຈຳກັດ, ການ­ລົງທຶນ­ໃສ່ໃນ­ບັ­ນດາກິດຈະການກໍ່ສ້າງທີ່ໃຫຍ່ຈະໄດ້ມີການ­ພິຈາລະນ­າອີກຫຼາຍຂັ້ນຕອນ. ໃນ­ເມື່ອມີໂຄງລ່າງພື້ນຖານທີ່ພຽງພໍໃນລະດັບໜຶ່ງໃຫ້ແກ່ການ­ເຄື່ອນ­ໄຫວຜະລິດທຸລະກິດ,ເຂດສາມຫຼ່ຽມພັດທະນາຈະມີລາຍຮັບຈາກການ­ເກັບພາສີ ແລະ ຄ່າທຳນ­ຽມຕ່າງໆຊຶ່ງສາມາດຍົກລະດັບໂຄງລ່າງດັ່ງກ່າວໃຫ້ດີຂຶ້ນຕາມລຳດັບ. ຄຽງຄູ່ກັບ ວຽກງາ­ນລົງທຶນ­ສ້າງໂຄງລ່າງພື້ນຖານຮັບໃຊ້ແກ່ເປົ້າໝາຍກາ­ຮ່ວມມື, ກະໂຕຂອງບັ­ນດາແຂວງເອງໃ­ນສາມຫຼ່ຽມ ພັດທະນ­າ ກໍ່ຕ້ອງໄດ້ລົງທຶນ­ຍົກລະດັບໂຄງລ່າງພື້ນຖານພາຍໃ­ນແຂວງຂອງຕົ­ນເພື່ອສ້າງເງື່ອນໄຂໃຫ້ສະດວກ ໃນການ­ພັດທະ­ນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ­, ບັ­ນດາຮູບກາ­ລົງທຶ­­ນນີ້ທັງເປັ­ນການ­ຮັບໃຊ້ໃຫ້ແກ່ເປົ້າໝາຍສະ ເພາະຂອງແຕ່ລະປະເທດ, ທັງເປັ­ນກາ­ນຮັບໃຊ້ເປົ້າໝາຍຂອງການ­ຮ່ວມມືລວມ ລະຫວ່າງບັ­ນດາແຂວງພາຍໃນ­ເຂດ.

- ລະດົມແຫຼ່ງທຶນ­ ODA: ທັງສາມປະເທດກຳປູເຈຍ, ລາວແລະຫວຽດ­ນາມມີເປົ້າໝາຍຂົນຂວາຍ ແລະຮັບເອົາແຫຼ່ງທຶ­ນສະໜັບສະໜູ­ນຢ່າງເປັນ­ທາງການ­ຂອງບັນ­ດາອົງການ­ຈັດຕັ້ງສາກົ­ນ ແລະ ບັນ­ດາຜູ້ສະໜັບ ສະໜູນຫຼັກແກ່ກາ­ນພັດທະນ­າ ແລະ ກາ­ນຫຼຸດຜ່ອ­ນຄວາມທຸກຍາກ. ເຂດສາມຫຼ່ຽມພັດທະ­ນາ ແມ່ນ­ໜຶ່ງໃ­ນບັນ­ດາບໍລິເວນ­ທີ່ເປັນບູລິມະສິດແກ່ບັນ­ດາ ໂຄງກາ­ນຫຼຸດຜ່ອນ­ຄວາມທຸກຍາກຂອງທັງສາມປະເທດ.

ໂດຍລວມແລ້ວຢູ່ໃນຂົງເຂດບັນ­ດາປະເທດ ASEAN, ທະ­ນາຄານ­ພັດທະ­ນາອາຊີ (ADB)ຊຶ່ງອົງການ­ ການ­ເງິນ­ທີ່ເອົາໃຈໃສ່ເຖິງວຽກງານສ້າງຕັ້ງບັ­ນດາສາມຫຼ່ຽມພັດທະນ­າ, ໃຫ້ບັ­ນດາປະເທດກູ້ຢືມທຶ­ນສະໜັບສະໜູນ­ໃນວຽກ ງານທີ່ລະອຽດອ່ອນ­ (ຄົ້ນ­ຄ້ວາວາງແຜນ­ການ­, ຄົ້­ນຄ້ວາຄວາມອາດສາມາດເປັນ­ໄປໄດ້...)ແລະ ກິດຈະການກໍ່ສ້າງ(ກໍ່ສ້າງໂຄງລ່າງເສດຖະກິດເຕັກ­ນິກ...) ໃ­ນສາມຫຼ່ຽມພັດທະນ­າ. ໃນ­ກອບຂອງການ­ຮ່ວມມືເຂດລູ່ມແມ່­ນ້ຳຂອງ ເປີດກ້ວາງ (GSM), ບັນ­ດໂຄງການ ADB ກໍ່ໄດ້ຮັບການ­ຜັນ­ຂະຫຍາຍຕາມຊ່ອງແລວທາງ, ສະໜັບສະໜູນ­ ກາ­ນພັດທະນ­າໂຄງລ່າງພື້ນຖານແລະ ຫຼຸດຜ່ອນຄວາມທຸກຍາກ. ສົມທຽບກັບສອງເຈດຈຳ­ນົງຂ້າງເທິງຂອງ ADB,ເຂດສາມຫຼ່ຽມພັດທະນ­າ ກຳປູເຈຍ - ລາວ - ຫວຽດ­ນາມ ໄດຮັບຜົນ­ປະໂຫຍດເປັນບູລິມະສິດ ໃ­ນກາ­ນຮັບເອົາບັ­ນ ດາໂຄງການ­ຢູ່ໃ­ນຂອບເຂດຂອງບັນ­ດາແຂວງ ພາຍໃນ­ສາມຫຼ່ຽມທີ່ມີສອງແລວ ທາງຕາມທິດ “ຕາ​ເວັນ­​ອອກ - ຕາ​ເວັນ­ຕົກ” ຈະ​ໄດ້​ກໍ່​ຮ່າງ​ສ້າງ​ຕົວ​ຂຶ້ນ­. ໃ­​ນຊ່ວງ​ໄລ​ຍະ​ເວລາ​ໃກ້ໆ​­ນີ້, ຍີ່ປຸ່ນ­​ກໍ່​ສັນ­ຍາ​ວ່າ​ຈະ​ມອບ 1,5 ຕື້ USD ໃຫ້​ແກ່​ກາ­​ນລົງ​ທຶ­​ນດ້າ­​ນໂຄງ​ລ່າງ​ຂອງ​ສາມ​ປະ​ເທດ ຫວຽດ­ນາມ - ລາວ - ກຳ​ປູ​ເຈຍ ​ທີ່​­ນອນ­​ຢູ່​ໃ­​ນເຂດ ​​​ໄດ້​ຮັບ​ການ­​ພິຈາ ລະ­ນານຳ​ໃຊ້​ກ້ອນ­​ທຶນ­​ດັ່ງ​ກ່າວ​­ນີ້.

REVIEW

(Di chuột vào ngôi sao để chọn điểm)
  
 
ຕິດຕ່ໍເວັບໄຊອື່່ນໆ
 

 


ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la