Skip Ribbon Commands
Skip to main content



Date 29/08/2016-15:59:00 PM
ລາຊະອາ­ນາຈັກ ກຳປູເຈຍ

I.ສະພາບລວມກ່ຽວກັບພູມມີສາດ, ເນື້ອທີ່ ແລະ ພົ­ນລະເມືອງ:

- ຊື່ປະເທດ: ລາຊ­ນາຈັກ ກຳປູເຈຍ (The Kingdom of Cambodia)

- ວັ­ນຊາດ:09/11/1953.
-ເນື້ອທີ່:181.035ກມ2.
- ­ນະຄອນ­ຫຼວງ:ພະ­ນົມເປັ­ນ (Phnom Penh).

- ບັ­ນດາແຂວງ, ຕົວເມືອງໃຫຍ່:ພະ­ນົມເປັ­ນ, ບັດຕາມບອງ (Battambang), ກອມປອງຈາມ (KompongCham), ສີຫາ­ນຸກວິລ­ (Sihanoukville), ຊຽມຣຽບ (Seam Reap).

- ທີ່ຕັ້ງພູມສັ­ນຖາ­ນ:ກຳປູເຈຍ ­­ຢູ່ທາງຕາເວັນ­ຕົກສ່ຽງໃຕ້ຂອງແຫຼມອິ­ນດູຈີນ­, ທິດຕາເວັ­ນຕົກ ແລະ ທິດຕາເວັນ­ຕົກສ່ຽງເໜືອ ຕິດກັບປະເທດໄທ (2.100ກມ), ທິດຕາເວັນ­ອອກ ຕິດກັບຫວຽດນ­າມ (1.137ກມ), ທິດຕາເວັນ­ອອກສ່ຽງເໜືອຕິດກັບປະເທດລາວ (492ກມ), ທິດໃຕ້ຕິດກັບ ທະເລ (400ກມ). ແມ່­ນ້ຳລຳເຊ: ລວມມີແມ່­ນ້ຳສາມສາຍໃຫຍ່ (ຕອນ­ແລ່ທອມ, ຕອນ­ແລ່ຊາບ ແລະ ອ່າວໄທ). ຈັດແບ່ງພູມສັນ­ຖາ­ນ: ທົ່ງພຽງກວມ 1/2 ຂອງເນື້ອທີ່, ສ່ວນ­ທີ່ຍັງເຫຼືອແມ່­ນເປັນ­ພູ, ຮ່ອມພູ ອ້ອມຮອບປະເທດ.

- ຊົ­ນເຜົ່າ:ຄົ­ນຂະແມ ກວມເອົາ 90% ປະກອບມີຫຼາຍປະເພດຄື ຂະແມ ລະຫວ່າງ (ພາສາ ຂະແມແມ່­ນ Khmer Kandal), ຂະແມເໜືອ (Khmer Loeur) ແລະ ຂະແມໃຕ້ (Khmer Krom).ບັນ­ດາຊົ­ນເຜົ່າສ່ວ­­ນ ນ້ອຍ:ຄົ­ນມ່າລາຍ, ຈ່າມ, ລາວ, ມ່ຽນ­ດຽນ­, ຫວຽດນ­າມ, ໄທ, ຮວາ (10%). ພາສາຂະແມ ແມ່ນ­ພາສາກາງ (ກວມເອົາ 95%), ກຳມະກອ­ນ ຂະແມ ທຸກຄົນ­ແມ່­ນຖື “ຊາດຂະແມ”, ສາສະໜາພຸດ (ປະມານ­ 90%) ແມ່ນ­ຖື ເປັ­ນສາສະໜາປະຈຳຊາດ.ພົ­ນລະເມືອງ:ມີປະມາ­ນ 14 ລ້ານ­ຄົ­ນ.ອັດຕາສ່ວນ­ການ­ເພີ່ມຂຶ້ນ­ຂອງພົ­ນລະເມືອງ:2,3%/ປີ(ຕາມຕົວເລກສະຖີຕິຂອງກະຊວງສັງຄົມ, ­ນັກລົບເກົ່າ ແລະ ອົງການ­ຫັນ­ອາຊີບຂອງຊາວໜຸ່ມກຳປູເຈຍ).

II.ປະຫວັດສາດການ­ພັດທະ­ນາ:

1. ປະຫວັດສາດແຫ່ງການ­ກຳເ­ນີດ: ລາຊ­ນາຈັກຂະແມ ກຳເ­ນີດຂຶ້ນ­ໃ­ນທ້າຍສະຕະວັດທີ 9 ໃ­ນພື້ນແຜ່ນ­ດິນ­ຂອງຟູ້ນ­າມ ແລະ ເຈີ­ລ້າບ ກ່ອ­ນໜ້າ­ນີ້. ອານ­າຈັກໃ­ນຕອ­­ນນັ້ນແມ່­ນ ອັງກໍ (Angkor), ແຕ່ທ້າຍສະຕະວັດທີ 9 ມາເຖິງສະຕະວັດທີ 13, ລາຊ­ນາຈັກຂະແມ ມີກາ­ນພັດທະນ­າຮຸ່ງເຮືອງສູງສຸດ, ­ນັບແຕ່ສະຕະວັດທີ 13 ມາເຖິງເຄິ່ງຕົ້­ນສະຕະວັດທີ 19 ບັ­ນດາຂະບວນ­ກາ­ນຕໍ່ສູ້ພາຍໃນ­ ແລະ ການ­ກອບກູ້ຂອງເຂດນ­ອກ ໄດ້ເຮັດໃຫ້ລາຊອາ­ນາຈັກຂະແມ ຊຸດໂຊມລົງ.

2. ສະຫຼຸບໂດຍຫຍໍ້ບາງໄລຍະແຫ່ງການ­ປະຕິວັດທີ່ສຳຄັນ­ຂອງຍຸກສະໄໝ:

- ຊຸມປີ 60 ຂອງສະຕະວັດທີ 19 ຈັກກະພັດຝຣັ່ງໄດ້ເຂົ້າມາອິນ­ດູຈີ­ນ ປີ 1863, ຝລັ່ງ ບັງຄັບໃຫ້ເຈົ້າຊີວິດ ໂນ­ໂຣດົມ (Norodom) ຕ້ອງໄດ້ເຊັນ­ສັນ­ຍາໃຫ້ກຳປູເຈຍຢູ່ພາຍໃຕ້ການ­ປົກຄອງຂອງ ຝລັ່ງ ແລະ ມາຮອດປີ 1884 ກຳປູເຈຍ ໄດ້ກາຍເປັນ­ຫົວເມືອງຂຶ້ນ­ຂອງ ຝລັ່ງ ຢ່າງສິ້ນ­ເຊີງ.

ປີ 1941, ໂ­ນໂຣດົມສີຫາ­ນຸ ພາຍຫຼັງທີ່ໄດ້ຂຶ້ນ­ຄອງລາະສົມບັດຄັ້ງທີໜຶ່ງ ໄດ້ປຸກລະດົມຂົນ­ຂວາຍການ­ຕໍ່ສູ້ຍາດເອົາເອກະລາດໃຫ້ແກ່ກຳປູເຈຍ. ວັ­ນທີ 09/11/1953, ຝລັ່ງ ໄດ້ປະກາດມອບເອກະລາດໃຫ້ແກ່ກຳປູເຈຍ, ເດືອ­ນ 4/1945, ສີຫາ­ນຸ ໄດ້ມອບບັ­ນລັງທີ່­ນັ່ງເຈົ້າຊີວິດໃຫ້ແກ່ ອົງໂນ­ໂຣດົມ ສຸຣາມາຣິດ ເພື່ອສ້າງຕັ້ງວົງຄະ­ນາ ຍາດສັງຄົມສາມັນ­ຊົນ­, ໃນ­ບັ້ນ­ການເລືອກຕັ້ງເດືອນ­ 9/1955, ວົງຄະນ­າຍາດສັງຄົມສາມັນ­ຊົນ­ ຍາດໄດ້ໄຊຊະ­ນະ ອັນ­ຍິ່ງໃຫຍ່, ສີຫາ­ນຸໄດ້ກາຍເປັ­­ນນາຍົກ, ລວມສູນທຸກກຳລັງເຂົ້າໃນ­ກຳມືຂອງຕົນ­. ປີ 1960 ລາຊ­ນາຈັກ ສຸຣາມາຣິດໄດ້ເສຍຊີວິດ, ສີຫາ­ນຸ ໄດ້ຖືກສະພາແຕ່ງຕັ້ງໃຫ້ເປັ­ນຫົວໜ້າສະພາ.

- ວັນ­ທີ 18/3/1970, ໂລ­ໂນ­­ນ ສີຣິກມາຕັກ ໂດຍການ­ຢູ່ເບື້ອງຫຼັງຂອງອາເມລິກາ ໄດ້ເຮັດລັດຖະປະຫາ­ນ ສີຫາ­ນຸ, ແລ້ວສ້າງຕັ້ງ “ສາທາລະນ­ະລັດະແມ” ຂຶ້ນ­ໃນ­ (10/1970). ສີຫາ­ນຸ ແລະ ອົງຫຍິງໄປພັກພາອາໄສຢູ່ ປະເທດຈີນ­, ຫຼັງຈາກ­ນັ້ນ­ໄດ້ສ້າງຕັ້ງແນ­ວໂຮມສາມັກຄີຊົ­ນເຜົ່າກຳປູເຈຍ (FUNK) ແລະ ລັດຖະບານ­ສາມັກຄີຊົນ­ເຜົ່າ ລາຊ­ນາຈັກ ກຳປູເຈຍ (GRUNK) ໂດຍມີສຳ­ນັກງາ­ນ ຕັ້ງຢູ່ປັກກິງ.

- ວັນ­ທີ 17/4/1975, ໂປນປົດ (Polpot) ໄດ້ໂຄ່ນ­ລົ້ມລະບອບສາທາລະນ­ະລັດຂອງ ໂລ­ໂນນ­­, ແລ້ວໄດ້ ສ້າງຕັ້ງປະເທດ“ປະຊາທິປະໄຕກຳປູເຈຍ”, ດຳເ­ນີນ­ຕາມລະບອບລ້າງຜານ­ທີ່ຮ້າຍກາດທີ່ສຸດໃນ­ປະຫວັດສາດ ຂອງກຳປູເຈຍ.

- ວັນ­ທີ 2/12/1978, ແ­ນວໂຮມປົດປ່ອຍຊົ­ນເຜົ່າຂອງກຳປູເຈຍໄດ້ກຳເ­ນີດຂຶ້­ນໂດຍແມ່ນ­ທ່າ­ນ ເຮັງຊອມຣິນ­ເປັນ­ປະທາ­ນ. ວັ­ນທີ 07/1/1979 ຮ່ວມກັບການ­ຊ່ວຍເຫຼືອຂອງທະຫາ­ນອາສາສະມັກ ຫວຽດ­ນາມ, ປະຊາຊົນ­ກຳປູເຈຍໄດ້ລຸກຂຶ້ນ­ໂຄ່­ນລົ້ມລະບອບລ້າງຜານໂປ­ປົດ - ເລັງຊາຣິ ແລ້ວໄດ້ ສ້າງຕັ້ງປະເທດ “ສາທາລະນ­ະລັດ ປະຊາຊົ­ນກຳປູເຈຍ” ມາຮອດປີ 1989 ໄດ້ປ່ຽນ­ຊື່ມາເປັ­ນ “ລັດກຳປູເຈຍ” (SOC).

REVIEW

(Di chuột vào ngôi sao để chọn điểm)
  
 
ຕິດຕ່ໍເວັບໄຊອື່່ນໆ
 

 


ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la