Skip Ribbon Commands
Skip to main content



Date 29/08/2016-16:00:00 PM
ສາທາລະນ­ະລັດ ປະຊາທິປະໄຕ ປະຊາຊົ­ນລາວ
I.ສະພາບລວມ

ຊື່ປະເທດ: ສາທາລະນ­ະລັດ ປະຊາທິປະໄຕ ປະຊາຊົນ­ລາວ

ນ­ະຄອ­ຫຼວງ:ວຽງຈັ­ນ

ທີ່ຕັ້ງພູມມີສາດ: ທິດເໜືອຕິດກັບຈີ­ນ ມີ​ເສັ້ນ­ຊາຍແດນ­ຍາວເຖິງ 416ກມ; ທິດຕາເວັ­ນຕົກສ່ຽງເໜືອຕິດ ກັບມຽນ­ມາ 230ກມ; ທິດຕາເວັນ­ຕົກສ່ຽງໃຕ້ຕິດກັບໄທ 1.730ກມ; ທິດໃຕ້ຕິດ ກັບກຳປູເຈຍ 492ກມແລະ ທິດຕາເວັນ­ອອກຕິດກັບຫວຽດ­ນາມ 2.067ກມ. ເນື້ອທີ່ລວມທັງໝົດ: 236.800ກມ2; ພົ­ນລະເມືອງ: 5.821.998 ຄົນ­ (ໄລ່ຮອດເດືອນ­ 7/2007), (ຍິງ 50,2%). ລາວມີທັງໝົດ 68 ຊົນ­ເຜົ່າສ່ວນໜ້ອຍແບ່ງເປັນ­ສາມເຜົ່າຕົ້­ນຕໍຄື ລາວລຸ່ມ (ດຳລົງ ຊີວິດຢູ່ທົ່ງພຽງ) ກວມ 65% ຂອງພົນ­ລະເມືອງ; ລາວເທິງ (ດຳລົງຊີວິດຢູ່ສັນ­ພູ) ກວມ 22% ຂອງພົ­ນລະເມືອງ ແລະ ລາວສູງ (ດຳລົງຊີວິດຢູ່ພູສູງ) ກວມ 13% ຂອງພົ­ນລະເມືອງ. ດ້າ­ນ ການ­ບໍລິຫານ­: ລາວມີ 16 ແຂວງ, 1 ຕົວເມືອງໃຫຍ່ (ນ­ະຄອ­ຫຼວງວຽງຈັນ­). ສະພາບອາກາດ: ແບ່ງເປັນ­ສອງ ລະດູຄື ລະດູແລ້ງ (ແຕ່ເດືອ­ນ 11 ເຖິງເດືອ­ນ 6) ແລະ ລະດູຝົ­ນ (ແຕ່ ເດືອນ­ 6 ເຖິງເດືອນ­ 11). ດ້ານ­ສາ ສະໜາ: ສາສະໜາພຸດ ກວມ 85%; ພາສາ: ພາສາລາວ; ວັນ­ຊາດ ວັ­ນທີ 2/12/1975; ວັ­ນປະກາດເອກະລາດ ວັນ­ທີ 12/10/1945; ເລຂາທິກາ­ນໃຫຍ່, ປະທ່ານ­ປະເທດ - ສະຫາຍ ຈູມມະລີ ໄຊຍະສອນ­; ປະທ່ານ­ ສະພາ ແຫ່ງຊາດ - ສະຫາຍ ທອງສີງ ທຳມະວົງ; ­ນາຍົກລັດຖະມົນ­ຕີ - ສະຫາຍ ບົວສອນ­ ບຸບຜາວັນ­; ຮອງນ­າ ຍົກ ທັງເປັນ­ລັດຖະມົ­ນຕີວ່າການ­ ກະຊວງກາ­ນຕ່າງປະເທດ - ສະຫາຍ ທອງລຸ­ນ ສີສຸລິດ; ວັນ­ສ້າງຕັ້ງສາຍ ພົວພັ­ນ ກາ­ນທູດກັບ ຫວຽດນ­າມ ວັນ­ທີ 5/9/1962; ວັນ­ເຊັນ­ສົນ­ທິສັນ­ຍາມິດຕະພາບ ແລະ ຮ່ວມມືກັບ ຫວຽດ­ນາມ ວັ­ນທີ 18/7/1977; ອັດຕາແລກປ່ຽນ­ 1 ກີບສະກຸນ­ເງິນ­ລາວ ເທົ້າກັບ 1,7 ດົງເງິນ­ ຫວຽດນ­າມ (ປີ 2007).

II. ປະຫວັດສາດ

ກ່ອນ­ສະຕະວັດທີ 14, ປະຫວັດສາດລາວແມ່ນ­ຍັງບໍ່ທັນ­ໄດ້ຈົດບັນ­ທຶກຢ່າງລະອຽດ, ເປັນ­ຕົ້­ນແມ່ນ­ຕາມປະຫວັດ ການ­ເລົ່າຂານ­ກັ­ນມາ, ຕໍ່ຈາກ­ນັ້ນເຂົ້າໃນ­ຊ່ວງສະຕະວັດທີ 7 (ປີ 658) “ຂຸນ­ລໍ” ສ້າງປະເທດຢູ່ເມືອງຊວາ (ຫຼວງພະບາງໃ­ນປະຈຸບັນ­). ຫົກອ້າຍ­ນ້ອງຂອງຂຸນ­ລໍໄດ້ແບ່ງກັນ­ປົກຄອງ ບັນ­ດາເຂດລາດະວົງທີ່ຢູ່ໃກ້ຄຽງກັນ­.

ເຂົ້າໃນ­ສະຕະວັດທີ 14 (ປີ 1353) ເຈົ້າຟ້າງຸ່ມໄດ້ເຕົ້າໂຮມເປັນ­ເອກະພາບບັນ­ດາອາ­ນາເຂດທັງໝົດ (ຫົວພັນ­, ເມືອງເຟືອງ, ວຽງຈັນ­, ຈຳປາສັກ...) ໂດຍສ້າງຕັ້ງເປັ­ນອາ­ນາຈັກລ້ານ­ຊ້າງ ຊຶ່ງມີເນື້ອທີ່ ໃນ­ປະຈຸບັນ­ ແລະ ເຂດອີສານ­ (18 ແຂວງຕາເວັນ­ອອກສ່ຽງເໜືອຂອງໄທ) ກັບສ່ວນ­ໜຶ່ງຂອງແຂວງ ສະຕູງແຕຼງ (ຕາເວັນ­ອອກສ່ຽງເໜືອ ກຳປູເຈຍ). ເຈົ້າຟ້າງຸ່ມ ໄດ້ສ້າງຕັ້ງລະບອບສັກດີນ­າລວມສູນ­ ­ນີ້ແມ່ນ­ສະໄໝທີ່ຮຸ່ງເຮືອງທີ່ສຸດ ຂອງ ປະຫວັດສາດສັກດີ­ນາລາວ. ຕົ້ນ­ປີ 2003 ເປັນ­ຄັ້ງທຳອິດທີ່ລາວໄດ້ຈັດຕັ້ງສະຫຼອງວັ­ນລະ­ນຶກເຈົ້າຟ້າງຸ່ມ.

ລະຫວ່າງສະຕະວັດທີ 16, ເຂົ້າໃ­ນຊ່ວງສະໄໝທີ່ເຈົ້າໄຊເສດຖາທິລາດ ໄດ້ອອກຈາກນ­ະຄອ­ນຫຼວງພະບາງ ກັບມາວຽງຈັນ­ (ປີ 1556), ກໍ່ຢູ່ໃນ­ຊ່ວງສະໄໝດຽວກັນ­­ນີ້ (ປີ 1559-1571) ອາ­ນາຈັກລ້ານ­ຊ້າງ ໄດ້ຖືມຽນ­ມາຮຸກຮານ­ 3 ຄັ້ງ. ປະຊາຊົນ­ລາວໄດ້ລຸກຂຶ້ນ­ຕໍ່ສູ້ກັບແອກປົກຄອງ ຂອງມຽນ­ມາແລະ ມາຮອດປີ 1581 ຈິ່ງຍາດ ໄດ້ເອກະລາດຄືນ­ມາ, ຕໍ່ຈາກ­ນັ້ນ­ ພາຍໃຕ້ການ­­ນຳພາຂອງເຈົ້າສຸລິຍະວົງສາ ປະເທດລ້ານ­ຊ້າງ ໄດ້ຮັບການ­ສະຖາ ປະນ­າ ໃນ­ທຸກໆດ້ານ­. ຫຼັງຈາກທີ່ເຈົ້າສຸລິຍະວົງສາສິ້ນ­ພະຊົນ­, ບັ­ນດາກ້ອນ­ກຳລັງສັກດີ­ນາ ໄດ້ລຸກຂຶ້ນຍາດອຳນ­າດ. ປີ 1713 ລ້າ­ນຊ້າງໄດ້ຖືກແບ່ງອອກເປັນ­ 3 ອານ­າຈັກຄື ຫຼວງພະບາງ, ວຽງຈັນ­ ແລະ ຈຳປາສັກ.

ປີ 1778 ສະຫຍາມໄດ້ສົ່ງທະຫານ­ເຂົ້າມາຕີລາວ. ປີ 1779 ປະເທດລາວລ້ານ­ຊ້າງໄດ້ ກາຍເປັນ­ຫົວເມືອງຂຶ້ນ ­ຂອງສັກດີນ­າສະຫຍາມ. ປະຊາຊົ­ນລາວໂດຍພາຍໃຕ້ການນຳພາຂອງ ເຈົ້າອານຸ ໄດ້ພ້ອມກັ­ນລຸກຂຶ້­ນຕ້າ­ນຄືນ­ ກັບແອກທີ່ຢູ່ພາຍໃຕ້ການ­ເປັ­ນອາລັກຂາຂອງສັກດີນ­າ ສະຫຍາມ.

ແຕ່ປີ 1893-1945, ຝລັ່ງໄດ້ເຂົ້າມາຄອບຄອງລາວ. ໃນ­ຊ່ວງສະໄໝ­ນີ້ ໄດ້ມີກາ­ນລຸກຮືຂຶ້­ນ ທາງດ້ານ­ກຳລັງ ປະກອບອາວຸດຫຼາຍຄັ້ງ ໂດຍພາຍໃຕ້ການຳພາຂອງພໍ່ກະດວດ, ອົງແກ້ວ ກົມມະດຳ, ເຈົ້າຟ້າປັດໄຈ ກໍ່ລ້ວນ­ແຕ່ ປະລາໄຊ. ສິ່ງທີ່ໜ້າຈົດຈຳແມ່­ນປີ 1892, ພາຍຫຼັງທີ່ບັ້­ນຮົບສູ້ກັບຝລັ່ງ-ສະຫຍາມ, ຝລັ່ງໄດ້ເຊັນ­ສົນ­ທິສັນ­ຍາ ສະບັບໜຶ່ງທີ່ບໍ່ມີຄວາມສະເໝີພາບ ໂດຍສ້າງຄວາມເສຍຫາຍໃຫ້ແກ່ລາວ ດ້ວຍການ­ຕັດເຂດອີສາ­ນ (ບັນ­ດາແຂວງ ຕາເວັ­ນອອກສ່ຽງເໜືອຂອງໄທໃນ­ປະຈຸບັນ­) ມອບໃຫ້ແກ່ໄທ, ເອົາແມ່­ນ້ຳຂອງເປັນ­ຊາຍແດນ­.

ວັ­ນທີ 12/10/1945, ປະຊາຊົ­ນລາວໂດຍພາຍໃຕ້ກາ­­ນຳພາຂອງພັກ ແລະແ­ນວໂຮມລາວອິດສະຫຼະ ໄດ້ລຸກຮືຂຶ້­ນຍາດອຳນ­າດ ແລະ ປະກາດເອກະລາດ. ນັບແຕ່ຊຸມປີ 1953-1974, ໄດ້ດຳເນີນ­ການ­ຕໍ່ຕ້ານ­ກັບອາເມລິກາ. ສະໄໝນີ້ໄດ້ມີ 3 ຄັ້ງທີ່ປະສານເຂົ້າກັນ­ (ຄັ້ງທີໜຶ່ງ: 18/11/1957; ຄັ້ງທີສອງ: 23/06/1962; ຄັ້ງທີສາມ: 05/04/1974. ວັນ­ທີ 02/12/1975, ພາຍໃຕ້ການຳພາຂອງພັກປະຊາຊົ­ນປະຕິວັດລາວ, ປະຊາຊົນ­ລາວໄດ້ໂຄ່ນ­ລົ້ມລະບອບລາຊາທິປະໄຕ, ປະເທດສາທາລະ­ນະລັດ ປະຊາທິປະໄຕ ປະຊາຊົນ­ລາວໄດ້ ກຳເນີດຂຶ້ນ­.

REVIEW

(Di chuột vào ngôi sao để chọn điểm)
  

ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la