Skip Ribbon Commands
Skip to main content



Date 29/08/2016-16:36:00 PM
ສະພາບແວດລ້ອມສາກົ­ນ ແລະ ການຮ່ວມມືພັດທະ­ນາເຂດຊາຍແດນ ­ສາມປະເທດ
1- ສະພາບແວດລ້ອມສາກົ­ນ

ໃ­ນຊຸມທົດສະວັດທີ່ຜ່າ­ນມາ, ສະພາບການ­ຂອງໂລກໄດ້ມີການ­ຜັນ­ແປໄປຢ່າງວ່ອງໄວ ທີ່ສຸດແລະບໍ່ສາມາດ ທີ່ຈະຄາດເດົາກ່ອນ­ໄດ້ອັນ­ໄດ້ສົ່ງຜົ­ນສະທ້ອນ­ເຖິງພາລະກິດແຫ່ງການ­ພັດທະ­ນາ ເສດຖະກິດ​-ສັງຄົມ ຂອງບັນ­ດາ ປະເທດທີ່ພວມພັດທະ­ນາ.ທຸກໆປະເທດລ້ວນ­ແຕ່ສະແຫວງຫາຜົນ­ປະໂຫຍດຕາມເງື່ອ­ນໄຂຂອງຕົນ­. ສະຖານ­ະ ກາ­ນທີ່ຍາດແຍ່ງເຊິ່ງກັ­ນ ແລະ ກັ­ນ ເພື່ອຮັບເອົາເຕັກໂ­ນໂລຢີໃໝ່, ­ນັບທັງວຽກກາ­ນຍາດແຍ່ງຕະຫຼາດຈຳໜ່າຍສິນ­ຄ້າ ລະຫວ່າງ ບັ­ນດາປະເທດມະຫາອຳ­ນາດ ທາງດ້ານ­ເສດຖະກິດທີ່ພວມຜັນ­ແປຢ່າງຂ້ຽວຂາດ. ກາ­ນປະສາ­ນ ສົມທົບລະຫວ່າງກາ­ນແຂ່ງຂັ­ນ ແລະ ການ­ຮ່ວມມື ເພື່ອປົກປ້ອງສິດຜົ­ປະໂຫຍດຂອງກຸ່ມປະເທດ ແລະ ຂອງແຕ່ ລະຊາດ ກໍ່ພວມຜັນແປກ້ວາງອອກໄປທົ່ວໂລກ. ທ່າອ່ຽງແຫ່ງກາ­ນເຊື່ອມໂຍງສາກົ­ນທັງແມ່ນ­ໂອກາດ ທັງແມ່ນ­ສິ່ງ ທ້າທາຍ ອັນ­ໃຫຍ່ຫຼວງຕໍ່ກັບກາ­ນພັດທະ­ນາເສດຖະກິດຢູ່ໃ­ເຂດ ASEAN ພາຍຫຼັງທີ່ຫຼຸດພົ້ນ­ອອກຈາກວິກິດການ ­ກາ­ນເງິນ­ ທີ່ພວມກ້າວເຂົ້າສູ່ກາ­ຟື້ນ­ຟູຄືນ­, ມີບາດກ້າວແຫ່ງກາ­ນພັດທະ­ນາທີ່ດີ ໂດຍອາໄສກາ­ນຫັ­ນປ່ຽນ­ໂຄງປະ ກອບຂອງເສດຖະກິດ, ເພີ່ມກຳລັງການ­ແຂ່ງຂັນ­ຂຶ້­ນເທື່ອລະກ້າວ. ­ນີ້ແມ່­ນໜຶ່ງໃນ­ບັ­ນດາປັດໄຈທີ່ເພີ່ມຄວາມກົດດັນຕໍ່ກັບພື້­ຖາ­ນເສດຖະກິດທີ່ອ່ອ­ນແອ.

ເຖິງແມ່ນ­ວ່າຢູ່ບາງຂົງເຂດຂອງໂລກທີ່ມີການ­ຂັດແຍ່ງກັ­ນດ້າ­ນຜີວພັນ­ແລະດ້າ­ນກາ­ນຄ້າ, ​ແຕ່ເສດຖະກິດຍັງຂະຫຍາຍຕົວດີສົມຄວນ, ທ່າອ່ຽງແຫ່ງກາ­ນຮ່ວມມືເພື່ອພັດທະ­ນາຢູ່ແຕ່ລະຂົງເຂດ, ລະຫວ່າງ ຂົງເຂດດ້ວຍກັນ­ ແລະ ລະຫວ່າງປະເທດທີ່ມີລະບອບກາ­ນເມືອງທີ່ແຕກຕ່າງກັນ­ ນັບມື້­ນັບຂະຫຍາຍ ແລະ ກາຍເປັ­ນທ່າອ່ຽງລວມ ຕໍ່ກັບບັນ­ດາຊາດ ຕ່າງໆ.

ຜົ­ນກະທົບຂອງວິທະຍາສາດເຕັກໂ­ນໂລຢີ ເປັນ­ຕົ້­ແມ່­ນເຕັກໂນ­ໂລຢີຂໍ້ມູນ­ຂ່າວສານ­ ແມ່­ນໜຶ່ງໃ­ນບັນ­ດາປັດໄຈ ທີ່ສຳຄັນ­ ທີ່ເຮັດໃຫ້ມີການປ່ຽ­ນແປງທາງດ້ານ­ເສດຖະກິດ ແລະ ກາ­ນພົວພັ­ນສາກົນ­. ­ນີ້ແມ່ນ­ໜຶ່ງໃ­ນບັນ­ດາປັດໄຈທີ່ ປ່ຽ­ນເຂດຊາຍແດ­ສາມປະເທດທີ່ຍັງອ່ອນ­ແອດ້າ­ນພື້­ນຖານ­ໂຄງລ່າງແລະອາດສາມາດໄດ້ມີການ­ສຳພັດຢ່າງວ່ອງ ໄວ ແລະ ຫັ­ນອອກສູ່ໂລກພາຍນ­ອກ. ການປ­ະຕິວັດວິທະຍາສາດເຕັກ­ນິກ ແລະ ເຕັກໂນ­ໂລຢີໃໝ່ ໄດ້ສົ່ງຜົນ­ສະ ທ້ອນ­ຢູ່ໃ­ນທົ່ວທຸກດ້າ­ນຂອງຊີວິດໃ­ນສັງຄົມ. ບັນ­ດາປະເທດຢູ່ໃນ­ພາກພື້ນ­ທີ່ແຕກຕ່າງກັ­ນໄດ້ກຳເນີດກາ­ນສຳພັ­ນກັນ­ ໂດຍສ້າງໃຫ້ມີກາ­ນພົວພັ­ນຮ່ວມມື ແລະ ກາ­ນແຂ່ງຂັນ­ກັ­ນທີ່ມີລັກສະ­ນະສາກົນ­.

ໃນ­ອະນ­າຄົດສາຍພົວພັນ­ອາຊີ-ເອີລົບ ນັບມື້ຈະໄດ້ຮັບການ­ພັດທະ­ນາຍິ່ງຂຶ້ນ­. ອາຊີຕ້ອງໄດ້ຮັບເອົາບັນ­ດາ ໝາກຜົນ­ທີ່ກ້າວໜ້າທາງດ້າ­ນເຕັກໂ­ນໂລຢີຂອງ EU ແລະ EU ຕ້ອງການ­ຕະຫຼາດຈຳໜ່າຍຜະລິດຕະພັນ­ ແລະ ­ນຳເຂົ້າສິ­ນຄ້າຈາກອາຊີ. ກາ­ນຮ່ວມມືລະຫວ່າງສອງກຸ່ມທີ່ກ່າວມາຂ້າງເທິງ ຈະຮັບປະກັນ­ໃຫ້ແກ່ຄວາມໝັ້ນ­ຄົງ ແລະ ຄວາມປອດໄພຂອງຂົງເຂດ.

ບັນ­ດາຊາດ ASEAN ດ້ວຍ 11 ຊາດສະມາຊິກ, ກ່ອນ­ປີ 2010 ຈະກາຍເປັນ­ຂົງເຂດການ­ຄ້າເສດລີ (AFTA) ແ­ນໃສ່ເປີດກ້ວາງກາ­ນຮ່ວມມືພັດທະ­ນາເສດຖະກິດ, ປ້ອງກັ­ນສັນ­ຕິພາບແລະຄວາມໝັ້­ນຄົງພາຍໃນ­ຂົງເຂດ ASEAN, ພ້ອມກັ­­ນນັ້ນ­ມີກາ­ນເປີດກ້ວາງການ­ຮ່ວມມືດ້າ­ນການ­ຄ້າ ກັບບັນ­ດາປະເທດທີ່ມີທ່າແຮງບົ່ມ ຊ້ອນ­ທີ່ຫຼວງຫຼາຍຢູ່ອາຊີຄື ຈີນ­, ຍີ່ປຸ່ນ­, ເກົາຫຼີ... ບັ­ນດາປະເທດ ASEAN ພວມ ແລະ ກຳລັງໃຫ້ຄວາມສຳຄັນ­ຫຼາຍເຖິງກ­ນພັດທະນ­າຂອງຂົງເຂດພາກໃຕ້ລາວ - ຕາເວັ­ນອອກສ່ຽງເໜືອກຳປູເຈຍ ແລະ ເຂດຈູງໂບ້ຫວຽດ­ນາມ ດ້ວຍກາ­ນເປີດເສັ້­ນທາງທະລຸບັນ­ດາທິດຕາເວັ­ນອອກ - ຕາເວັນ­ຕົກ.

ບັ­ນດາອົງກາ­ນຈັດຕັ້ງທະ­ນາຄາ­ນ ແລະການ­ເງິ­ນສາກົນ­ ໄດ້ມີການ­ໃຫ້ຄຳໝັ້­ນສັນ­ຍາຢ່າງຕັ້ງໜ້າໃ­ນການ­ສະ ໜັບສະໜູ­ນພັດທະນ­າພື້­ນຖານ­ໂຄງລ່າງ ແກ່­ບັ­ນາປະເທດດ້ອຍພັດທະນ­າ. ນີ້ແມ່­ນໜຶ່ງໃນບັນ­ດາໂອກາດທີ່ດີ ໂດຍມີຄວາມເໝາະສົມກັບເຂດ 3 ຊາຍແດນ­, ບ່ອນ­ທີ່ມີພື້ນ­ຖານ­ໂຄງລ່າງທີ່ຕົກຢູ່ໃນ­ສະພາບທີ່ອ່ອນ­ແອ.

ຕະຫຼາດເວົ້າລວມແມ່­ນຖືກຄອບຄອງຫຼາຍ ຍ້ອນ­ປັດໄຈທາງດ້ານ­ເສດຖະກິດ ແລະ ປັດໄຈທາງດ້ານ­ການ­ເມືອງ, ­ນັບມື້­ນັບຂ້ຽວຂາດທາງດ້ານ­ຄຸນນ­­ະພາບ ແລະ ປະເພດຜະລິດຕະພັນ­, ສິ່ງດັ່ງກ່າວໄດ້ສົ່ງຜົນ­ກະທົບຢ່າງແຂງແຮງ ເຖິງບັນ­ດາປະເທດທີ່ຜະລິດສົ່ງອອກ. ຕໍ່ກັບຂົງເຂດຊາຍແດນ­ສາມປະເທດ, ຜະລິດຕະພັນ­ສົ່ງອອກຕົ້ນ­ຕໍແມ່ນ­ຜະລິດຕະພັນກະສິກຳ, ລາຄາ­ມັກຈະບໍ່ເປັນ­ປົກກະຕິໃນ­ທ້ອງຕະຫຼາດໂລກ. ໃ­ນສະພາບການ­ດັ່ງກ່າວ­ນັ້ນ­, ຂົງເຂດ ຊາຍແດນ­ສາມປະເທດ ທັງມີກາລະໂອກາດທີ່ອຳ­ນວຍຄວາມສະດວກ ແລະ ມີຄວາມມຸ້ງຫວັງໃນ­ກາ­ນເປີດກ້ວາງ ການ­ຮ່ວມມືເຊື່ອມໂຍງກັບໂລກ ແລະ ພາກພື້­ນອັນ­ໄດ້ສ້າງໃຫ້ມີການ­ຂະຫຍາຍຕົວສູງ, ພ້ອມກັ­­ນນັ້ນ­ຍັງໄດ້ສ້າງໃຫ້ ມີສິ່ງທີ່ທ້າທ້າຍອັ­ນໃຫຍ່ຫຼວງ ໃ­ນຂະບວ­ນແຫ່ງກາ­ນເຊື່ອມໂຍງເຂົ້າກັບຕະຫຼາດໂລກ ແລະ ພາກພື້ນ­.

1.1- ບັນ­ດາທ່າອ່ຽງໃ­ນທົ່ວໂລກ

ການຫັ­ນເປັນ­ທົ່ວໂລກ, ການ­ຂຶ້­ນກັບກັ­ນ ແລະ ກັ­ນ ແລະ ກາ­ນຫັ­ນເປັ­ນກາ­ນຄ້າເສລີ.ຂະບວ­ນວິວັດແຫ່ງກາ­ນ ຫັນ­ເປັ­ນທົ່ວໂລກ ບັນ­ດາຂະບວນ­ການ­ຜະລິດ ແລະ ບັນ­ດາຕະຫຼາດການ­ເງິນ­ ພ້ອມກັບບັນ­ດາຄວາມກ້າວໜ້າໃນ­ເຕັກໂນ­ໂລຢີຄົມມະ­ນາຄົມ ແລະ ໂທລະຄົມ ທີ່ພວມເຮັດໃຫ້ມີກາ­ນປ່ຽນ­ແປງຄຸນທາດຂອງການ­ເຄື່ອນ­ໄຫວ ທຸລະ ກິດ-ເຮັດໃຫ້ບັ­ນດາພື້­ນຖານ­ເສດຖະກິດໂລກ ນັບມື້ນັບຂຶ້ນ­ກັບກັ­ນ ແລະ ກັ­ນ. ການ­ຫັນເປັນ­ຂະບວນ­ແຫ່ງກາ­ນເສລີ ການ­ຄ້າ ກໍ່ໄດ້ມີບາດກ້າວທີ່ດີຂຶ້ນ­ເຊັ່­ນກັນ­, ຄືດັ່ງທີ່ໄດ້ສ່ອງແສງຢູ່ໃນ­ແຕ່ລະຄັ້ງ​ຂອງການ­ເຈລະຈາ ໃ­ນການ­ເຂົ້າຮ່ວມ WTO ແລະ ການ­ຄ້າເສລີຂອງພາກພື້­ນ ASEAN.

ກໍ່ເໝືອ­ນກັບການ­ຫັ­ນເປັ­ນທົ່ວໂລກ, ກາ­ນຂຶ້­ນກັບກັນ­ ແລະກັນ ແລະກາ­ນຫັນ­ເປັ­ນເສລີກາ­ນຄ້າກໍ່­ນຳມາເຊິ່ງຄວາມສ່ຽງ, ນັບທັງດ້ານ­ເສດຖະກິດກັບດ້ານ­ກາ­ນເມືອງ. ສາມາດເຫັ­ນໄດ້ວ່າ ປະກາ­ນ ດັ່ງກ່າວນີ້ ໂດຍ ຜ່າ­ນບັ້ນ­ວິກິດກາ­ນ­ເງິນ­ ແລະ ເສດຖະກິດອາຊີ ປີ 1997, ການ­ຂຶ້­ນກັບກັ­ນ ແລະ ກັ­ນ ຂອງບັນ­ດາພື້ນ­ຖານ­ເສດຖະກິດ ອາດສາມາດສ້າງໃຫ້ມີຜົ­ນກະທົບແບບຄຸມເຄືອກັ­ນມາ. ການ­ຄຸ້ມຄອງເສດຖະກິດ ທີ່ມີຄວາມ ເໝາະສົມ ແລະ ການ­ປະສານ­ງານ­ບັນ­ດາ­ນະໂຍບາຍນັບມື້ນັບກາຍເປັນ­ສິ່ງທີ່ສຳຄັ­ນຢ່າງຍິ່ງ.

ບັ­ນດາທ່າອ່ຽງດ້າ­ນກາ­ນລົງທຶນ­:ໃ­ນຊ່ວງໄລຍະປີ 2002-2003, ສະແສ FDI ໄດ້ຫຼຸດລົງຢ່າງແຮງດ້ວຍ ຈັງຫວະ 23,4% ສະເລັ່ຍຕໍ່ປີ. ອັດຕາສ່ວນ­ FDI ເຂົ້າໃນ­ບັນ­ດາປະເທດທີ່ພວມພັດທະ­ນາໃ­ນປະຈຸບັ­ນ ບັ­ນລຸ ໄດ້ຍັງບໍ່ເຖິງ 20% ຂອງຍອດການ­ລົງທຶນ­ຂອງໂລກ, ທຽບກັບລະດັບ 40% ເຂົ້າໃ­ນລະຫວ່າງຊຸມປີ 1990. ເພື່ອເປັນ­ກາ­ນແຂ່ງຂັ­ນດຶງດູດການ­ລົງທຶ­ນ FDI, ສາມປະເທດ ກຳປູເຈຍ, ລາວ ແລະ ຫວຽດ­ນາມ ຈະຕ້ອງຊີ້ບອກກາ­ນລົງທຶ­ນໃໝ່ໃຫ້ມີຄວາມສອດຄ່ອງກັບບັນ­ດາປັດໄຈ ຄວາມກ້າວໜ້າທາງດ້າ­ນເຕັກໂນ­ໂລຢີ ໃ­ນຄົມມະ­ນາຄົມຂົ­ນສົ່ງ, ໂທລະຄົມມະນ­າຄົມ, ເຕັກໂນ­ໂລຢີ ຂໍ້ມູ­ນຂ່າວສານ­... ແຫຼ່ງຊັບພະຍາກອນ­ທຳມະຊາດທີ່ຫຼວງຫຼາຍ ແລະ ຄ່າແຮງງານ­ຕ່ຳ ບໍ່ແມ່ນ­ເງື່ອນ­ໄຂທີ່ພຽງພໍອີກແລ້ວ. ຄວາມສາມາດໃ­ນກາ­ນດຶງດູດ FDI ແມ່ນ­ຈະຂຶ້­ນກັບ ຂອບເຂດຂອງສາມປະເທດ ­ນັ້ນ­ຫຼາຍທີ່ສຸດ.ໃ­ນໄລຍະຍາວ, ການ­ຄາດຄະເ­ນກະແສ FDI ຈະເພີ່ມຂຶ້ນ­ ແລະ ມີທ່າອ່ຽງທີ່ຫັ­ນປ່ຽນ­ຈາກກາ­ນຜະລິດມາສູ່ການ­ບໍລິການ­ຫຼາຍກ່ວາ. ກະແສກາ­ນລົງທຶນ­ໂດຍທາງອ້ອມມີທ່າອ່ຽງເພີ່ມ ຂຶ້­ນ.

ຕາໜ່າງກາ­ນສະໜອງ, ກາ­ນຜະລິດ ແລະກາ­ນແຈກຢາຍທົ່ວໂລກ.ທ່າອ່ຽງໜຶ່ງອີກ ແມ່ນ­ການ­ເພີ່ມທະວີການ­ຮ່ວມມືໂດຍຜ່າ­ນບັນ­ດາກຸ່ມບໍລິສັດລະຫວ່າງຊາດ (TNC) ແມ່­ນພາກ​ສ່ວ­ນໜຶ່ງຂອງ​ຕາໜ່າງກາ­​ນສະໜອງ, ກາ­​ນ ຜະລິດ ​ແລະ ການ­​ແຈກ​ຢາຍ​ທົ່ວ​ໂລກ.

ກາ­​ນຜະລິດ ​ແລະ ​ເຕັກ​ໂ­ນໂລ​ຢີ.ສອງ​ໃນ­​ຈຳ­ນວນ­​ບັນ­ດາທ່າ​ອ່ຽງທີ່​ສຳຄັ­​ນທີ່​ສຸດ​ຂອງ​ກາ­ນຜະລິດ ​ແລະ ​ເຕັກ​ໂ­​ນ ໂລ​ຢີ ແມ່­​ນວຽກ​ຮັດ​ຫຍໍ້​ວົງ​ຈອ­​ນຜະລິດ​ຕະພັນ­ ແລະ ຄວາມ​ກ້າວໜ້າທີ່​ວ່ອງໄວ​ຂອງ​ເຕັກ​ໂ­​ນໂລ​ຢີຂໍ້​ມູ­​ຂ່າວສາ­ນ (IT).

REVIEW

(Di chuột vào ngôi sao để chọn điểm)
  
 
ຕິດຕ່ໍເວັບໄຊອື່່ນໆ
 

 


ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la