Skip Ribbon Commands
Skip to main content



Date 18/03/2019-18:32:00 PM
ທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV DTA) ຄັ້ງທີ 12 ແລະ ກອງປະຊຸມປິ່ນອ້ອມຕ່າງໆ ໃນວັນທີ 10 ມີນາ 2019 ທີ່ ແຂວງກະແຈະ, ປະເທດກຳປູເຈຍ.

ໃນວັນທີ 10 ມີນາ 2019, ທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມ ຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12 ທີ່ ແຂວງກະແຈະ, ປະເທດກຳປູເຈຍ ພາຍໃຕ້ການເປັນປະທານ ຂອງ ທ່ານ ປານ ໂສຣະສັກ (PAN Sorasak), ລັດຖະມົນຕີ ກະຊວງການຄ້າ, ປະທານຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ເຊິ່ງກໍມີ ທ່ານ ຫງວຽນ ຈິ ຢຸງ (Nguyen Chi Dung), ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມ ເຂດສາມ ຫຼ່ຽມພັດທະນາ ແຫ່ງ ສສ ຫວຽດນາມ ເຂົ້າຮ່ວມ. ນອກຈາກ ຄະນະຜູ້ແທນຈາກກະຊວງຂະແໜງການຕ່າງໆ ຂອງສາມປະເທດ ແລ້ວ, ຍັງມີ ຄະນະຜູ້ແທນຂັ້ນສູງຈາກ 13 ແຂວງ ຂອງ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ, ໃນນັ້ນ ລວມມີບັນດາການນຳຂອງ ແຂວງສາລະວັນ, ແຂວງເຊກອງ, ແຂວງອັດຕະປື ແລະ ແຂວງຈໍາປາສັກ ຂອງ ສປປ ລາວ ກໍ່ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ໃນວັນທີ 10 ມີນາ 2019, ທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຂອງ ສປປ ລາວ ພ້ອມດ້ວຍຄະນະ ​ໄດ້ສໍາ​ເລັດການເຂົ້າ​ຮ່ວມກອງປະຊຸມ ຄະນະກຳມະການປະສານງານຮ່ວມ ເຂດສາມ​ຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12 ທີ່ ແຂວງກະແຈະ, ປະເທດກຳປູເຈຍ ພາຍ​ໃຕ້​ການ​ເປັນ​ປະທານ ຂອງ ທ່ານ ປານ ​ໂສຣະສັກ (PAN Sorasak), ລັດຖະມົນຕີ ກະຊວງ​ການ​ຄ້າ, ປະທານ​ຄະນະ​ກຳມະການ​ປະສານ​ງານ​ຮ່ວມເຂດ​ສາມຫຼ່ຽມພັດທະນາ ​ແຫ່ງ ຣາຊະ​ອານາຈັກ ກຳປູ​ເຈຍ, ​ເຊິ່ງກໍມີ​ ທ່ານ ຫງວຽນ ຈິ ຢຸງ (Nguyen Chi Dung), ລັດຖະມົນຕີ ກະຊວງ​ແຜນການ ​ແລະ ການ​ລົງ​ທຶນ, ປະທານ​ຄະນະ​ກຳມະການ​ປະສານ​ງານ​ຮ່ວມ ​ເຂດ​ສາມ ຫຼ່ຽມພັດທະນາ ​ແຫ່ງ ສສ ຫວຽດນາມ ເຂົ້າຮ່ວມ. ນອກຈາ​ກ ຄະນະ​ຜູ້​ແທນ​ຈາກ​ກະຊວງ​ຂະ​ແໜງ​ການ​ຕ່າງໆ ຂອງສາມ​ປະ​ເທດ​ ​ແລ້ວ, ຍັງ​ມີ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຈາກ 13 ​ແຂວງ ຂອງ ​ເຂດສາມຫຼ່ຽມພັດທະນາ ກຳປູ​ເຈຍ-ລາວ-ຫວຽດນາມ, ​ໃນ​ນັ້ນ ລວມມີບັນດາການນຳຂອງ ​ແຂວງສາລະ​ວັນ, ​ແຂວງ​ເຊ​ກອງ, ​ແຂວງອັດ​ຕະປື ​ແລະ ​ແຂວງ​ຈໍາປາ​ສັກ ຂອງ ສປປ ລາວ ກໍ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ.

ກອງ​ປະຊຸມ​ຄັ້ງນີ້ ​ໄດ້ທົບທວນຄືນ ຄວາມຄືບໜ້າການຈັດຕັ້ງປະຕິບັດ ຜົນຂອງກອງປະຊຸມຄະນະກຳມະການ ປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC) ຄັ້ງທີ 11 ໃນເດືອນ ທັນວາ 2017 ທີ່ ແຂວງບິງເຟືອກ, ສສ ຫວຽດນາມ ແລະ ກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 ໃນເດືອນມີນາ 2018 ທີ່ ຮ່າໂນ້ຍ, ສສ ຫວຽດນາມ ​ແລະ ພ້ອມ​ກັນ​ປຶກສາ​ຫາລື ກ່ຽວ​ກັບ ທິດ​ທາງ​ການ​ຮ່ວມ​ມື​ໃນ​ຕໍ່ໜ້າ. ໃນ​ໂອກາດກອງ​ປະຊຸມດັ່ງກ່າວ, ທ່ານ ລັດຖະ​ມົນຕີ ຂອງ 3 ​ປະ​ເທດ ​ໄດ້​ເຫັນ​ດີຮັບຮອງ ​ແລະ ລົງ​ນາມບົດ​ບັນທຶກ ຂອງ ກອງ​ປະຊຸມ​ຄະນະ​ກຳ​ມະ​ການປະສານ​ງານ​ຮ່ວມ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງ​ທີ 12 ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ສືບ​ຕໍ່ຈັດ​ຕັ້ງປະຕິ​ບັດ ວຽກ​ງານ​ການ​ຮ່ວມ​ມື​ໃນ​ຕໍ່ໜ້າ ລະຫວ່າງ ສາມ​ປະ​ເທດ ກໍ​ຄື 13 ​ແຂວງ​ ໃນ​ເຂດ​ສາມຫຼ່ຽມ​ພັດທະນາ ທັງ​ນີ້​ກໍ​ເພື່ອ​ຈະລາ​ຍງານ ​ຕໍ່ກອງ​ປະຊຸມ​ສຸດຍອດ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11, ​ເຊິ່ງ ສປປ ລາວ ຈະເປັນເຈົ້າພາບ ​ໃນ​ຕົ້ນປີ 2020 ທີ່ຈະມາເຖິງນີ້.

​​​ກອງ​ປະຊຸມ​ໄດ້​ຮັບ​ຊາບ​ ຄວາມຄືບຫນ້າ ຂອງການເຄື່ອນໄຫວວຽກງານດ້ານຕ່າງໆ ລະຫວ່າງ 3 ປະເທດ ກໍຄືບັນດາແຂວງ ໃນເຂດສາມຫລ່ຽມພັດທະນາ ຈາກໝາກຜົນ​ຂອງກອງ​ປະຊຸມລະດັບຕ່າງໆ ​ແລະ ກິດຈະກຳປິ່ນ​ອ້ອມ​ ທີ່​​ໄດ້ຈັດ​ຂຶ້ນ​ໃນ​ໂອກາດ​ກອງ​ປະຊຸ​ມຄັ້ງ​ນີ້, ຊື່ງລວມມີ​ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸ​ໂສ, ​​ກອງ​ປະຊຸມອະນຸ​ກໍາມະການ​ດ້ານ​ເສດຖະກິດ ຄັ້ງທີ 11, ກອງ​ປະຊຸມ​ອະນຸ​ກໍາມະການດ້ານຄວາມຫມັ້ນຄົງ ​ແລະ ວຽກ​ງານ​ການ​ຕ່າງປະ​ເທດ ຄັ້ງທີ 11, ກອງ​ປະຊຸມ​ອະນຸ​ກໍາມະການ​ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ ຄັ້ງ​ທີ 9 ​ແລະ ກອງ​ປະຊຸມ​ອະນຸ​ກໍາມະການ​ປະສານ​ງານ​ລະດັບ​ແຂວງ ຄັ້ງທີ 10 ລວມທັງ​ຜົນ​ການຈັດ​ງານ​ວາງສະ​ແດງ​ການ​ຄ້າ ​ແລະ ການທ່ອງທ່ຽວ, ​ເວທີ​ປຶກສາ​ຫາລື​ຊາວ​ໜຸ່ມ ຄັ້ງທີ 8 ​ແລະ ກອງ​ປະຊຸມ​ສໍາ​ມະ​ນາ ວ່າ​ດ້ວຍ​ການ​ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ ​ແລະ ການທ່ອງທ່ຽວ ຄັ້ງທີ 12.

ກອງປະຊຸມລັດຖະມົນຕີ ຄະນະກຳມະການປະສານງານຮ່ວມ ເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງຕໍ່ໄປ ຄັ້ງທີ 13 ແມ່ນ ສປປ ລາວ ຈະເປັນເຈົ້າພາບ.

​​

ພະແນກຮ່ວມມືເສດຖະກິດພາກພື້ນ
ກົມເສດຖະກິດ, ກະຊວງການຕ່າງປະເທດ

  • Viewed: 1340
  •  
ĐÁNH GIÁ
0
Tổng số: 0 lượt
        
ຂ່າວອື່ນໆ

Đánh giá

(Di chuột vào ngôi sao để chọn điểm)
  

ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la