Skip Ribbon Commands
Skip to main content



Date 09/12/2020-00:15:00 AM
ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ CLV ຄັ້ງທີ 11 ໃນວັນທີ 9 ທັນວາ 2020 ໃນຮູບແບບກອງປະຊຸມທາງໄກ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ໃນຕອນເຊົ້າຂອງ ວັນທີ 9 ທັນວາ 2020, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານ ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 11, ຊຶ່ງໄດ້ມີ ທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ສາທາລະນະລັັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກ (ກໍາປູເຈຍ, ສປປ ລາວ ແລະ ຫວຽດນາມ) ເຂົ້າຮ່ວມ ຢ່າງພ້ອມພຽງ.

ກອງປະຊຸມ ໄດ້ທົບທວນຄືນໝາກຜົນການຮ່ວມມື ໃນໄລຍະຜ່ານມາ ໂດຍສະເພາະ ຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ ຄັ້ງທີ 10, ແຜນພັດທະນາເສດຖະກິດ-ສັງຄົມ ສໍາລັບ ເຂດສາມຫຼ່ຽມພັດທະນາ CLV, ແຜນປະຕິບັດງານການເຊື່ອມຈອດເສດຖະກິດ CLV ຮອດປີ 2030 ແລະ ສັນຍາ ວ່າດ້ວຍ ການສົ່ງເສີມ ແລະ ອໍານວຍຄວາມສະດວກທາງດ້ານການຄ້າ ສໍາລັບ ເຂດສາມຫຼ່ຽມພັດທະນາ CLV, ຊຶ່ງກອງປະຊຸມ ໄດ້ຕີລາຄາວ່າ ການຮ່ວມມືເຂດສາມຫຼ່ຽມພັດທະນາ CLV ໄດ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ ບົນພື້ນຖານສາຍພົວພັນມິດຕະພາບ, ຄວາມສາມັກຄີ, ເພື່ອນບ້ານໃກ້ຄຽງທີ່ດີ, ມີຄວາມເຂົ້າອົກເຂົ້າໃຈກັນ, ມີຄວາມໄວ້ເນື້ອເຊື່ອໃຈກັນ ແລະ ມີການຮ່ວມມືຮອບດ້ານທີ່ມີມາຍາວນານ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ, ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະ ສົ່ງເສີມການເຊື່ອມຈອດກັບພາກພື້ນ ລວມທັງໄດ້ສົ່ງເສີມການໄປມາຫາສູ່ກັນ ລະຫວ່າງ ພາກລັດຖະສະພາ, ພາກລັດຖະບານ, ພາກເອກະຊົນ, ປະຊາຊົນ ແລະ ຊາວໜຸ່ມ ທັງຂັ້ນສູນກາງ ແລະ ທ້ອງຖິ່ນຂອງ 3 ປະເທດ ໂດຍກວມເອົາການຮ່ວມມືຮອບດ້ານ ຄື: ຄົມມະນາຄົມຂົນສົ່ງ, ໂທລະຄົມມະນາຄົມ, ພະລັງງານ, ການຄ້າ, ການລົງທຶນ, ອຸດສາຫະກໍາ, ການເງິນ-ທະນາຄານ, ກະສິກໍາ, ທ່ອງທ່ຽວ, ສາທາລະນະສຸກ, ວັດທະນະທໍາ, ແຮງງານ, ສຶກສາທິການ, ສິ່ງແວດລ້ອມ ແລະ ວິທະຍາສາດ ແລະ ເຕັກໂນໂລຊີ. ພ້ອມດຽວກັນນີ້, ກອງປະຊຸມ ໄດ້ຮັບຮອງເອົາຖະແຫລງການຮ່ວມ ຂອງກອງປະຊຸມສຸດຍອດ CLV ຄັ້ງທີ 11 ເພື່ອເປັນເອກະສານພື້ນຖານໃຫ້ແກ່ການສ້າງແຜນພັດທະນາເສດຖະກິດ-ສັງຄົມ ສໍາລັບເຂດສາມຫຼ່ຽມພັດທະນາ CLV ຮອດປີ 2030, ແຜນພັດທະນາທ່ອງທ່ຽວ ສໍາລັບ ເຂດສາມຫລ່ຽມພັດທະນາ CLV ແລະ ແຜນພັດທະນາອຸດສາຫະກໍາຢາງພາລາແບບຍືນຍົງ ຢູ່ເຂດສາມຫລ່ຽມພັດທະນາ CLV ເພື່ອສືບຕໍ່ຊຸກຍູ້ການພັດທະນາຂະແໜງການທ່ອງທ່ຽວ ແລະ ອຸດສາຫະກໍາຢາງພາລາ ໃນເຂດສາມຫຼ່ຽມພັດທະນາ ໃຫ້ມີຄວາມຍືນຍົງ ແລະ ປະກອບສ່ວນເຂົ້າໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ນໍາຜົນປະໂຫຍດຕົວຈິງ ມາສູ່ເຂດດັ່ງກ່າວ. ກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ CLV ຄັ້ງຕໍ່ໄປ ຈະຈັດຂຶ້ນ ໃນປີ 2022 ພາຍໃຕ້ການເປັນປະທານຂອງ ຣາຊະອານາຈັກ ກຳປູເຈຍ.ກອງປະຊຸມ ໄດ້ທົບທວນຄືນໝາກຜົນການຮ່ວມມື ໃນໄລຍະຜ່ານມາ ໂດຍສະເພາະ ຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ ຄັ້ງທີ 10, ແຜນພັດທະນາເສດຖະກິດ-ສັງຄົມ ສໍາລັບ ເຂດສາມຫຼ່ຽມພັດທະນາ CLV, ແຜນປະຕິບັດງານການເຊື່ອມຈອດເສດຖະກິດ CLV ຮອດປີ 2030 ແລະ ສັນຍາ ວ່າດ້ວຍ ການສົ່ງເສີມ ແລະ ອໍານວຍຄວາມສະດວກທາງດ້ານການຄ້າ ສໍາລັບ ເຂດສາມຫຼ່ຽມພັດທະນາ CLV, ຊຶ່ງກອງປະຊຸມ ໄດ້ຕີລາຄາວ່າ ການຮ່ວມມືເຂດສາມຫຼ່ຽມພັດທະນາ CLV ໄດ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ ບົນພື້ນຖານສາຍພົວພັນມິດຕະພາບ, ຄວາມສາມັກຄີ, ເພື່ອນບ້ານໃກ້ຄຽງທີ່ດີ, ມີຄວາມເຂົ້າອົກເຂົ້າໃຈກັນ, ມີຄວາມໄວ້ເນື້ອເຊື່ອໃຈກັນ ແລະ ມີການຮ່ວມມືຮອບດ້ານທີ່ມີມາຍາວນານ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ, ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະ ສົ່ງເສີມການເຊື່ອມຈອດກັບພາກພື້ນ ລວມທັງໄດ້ສົ່ງເສີມການໄປມາຫາສູ່ກັນ ລະຫວ່າງ ພາກລັດຖະສະພາ, ພາກລັດຖະບານ, ພາກເອກະຊົນ, ປະຊາຊົນ ແລະ ຊາວໜຸ່ມ ທັງຂັ້ນສູນກາງ ແລະ ທ້ອງຖິ່ນຂອງ 3 ປະເທດ ໂດຍກວມເອົາການຮ່ວມມືຮອບດ້ານ ຄື: ຄົມມະນາຄົມຂົນສົ່ງ, ໂທລະຄົມມະນາຄົມ, ພະລັງງານ, ການຄ້າ, ການລົງທຶນ, ອຸດສາຫະກໍາ, ການເງິນ-ທະນາຄານ, ກະສິກໍາ, ທ່ອງທ່ຽວ, ສາທາລະນະສຸກ, ວັດທະນະທໍາ, ແຮງງານ, ສຶກສາທິການ, ສິ່ງແວດລ້ອມ ແລະ ວິທະຍາສາດ ແລະ ເຕັກໂນໂລຊີ. ພ້ອມດຽວກັນນີ້, ກອງປະຊຸມ ໄດ້ຮັບຮອງເອົາຖະແຫລງການຮ່ວມ ຂອງກອງປະຊຸມສຸດຍອດ CLV ຄັ້ງທີ 11 ເພື່ອເປັນເອກະສານພື້ນຖານໃຫ້ແກ່ການສ້າງແຜນພັດທະນາເສດຖະກິດ-ສັງຄົມ ສໍາລັບເຂດສາມຫຼ່ຽມພັດທະນາ CLV ຮອດປີ 2030, ແຜນພັດທະນາທ່ອງທ່ຽວ ສໍາລັບ ເຂດສາມຫລ່ຽມພັດທະນາ CLV ແລະ ແຜນພັດທະນາອຸດສາຫະກໍາຢາງພາລາແບບຍືນຍົງ ຢູ່ເຂດສາມຫລ່ຽມພັດທະນາ CLV ເພື່ອສືບຕໍ່ຊຸກຍູ້ການພັດທະນາຂະແໜງການທ່ອງທ່ຽວ ແລະ ອຸດສາຫະກໍາຢາງພາລາ ໃນເຂດສາມຫຼ່ຽມພັດທະນາ ໃຫ້ມີຄວາມຍືນຍົງ ແລະ ປະກອບສ່ວນເຂົ້າໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ນໍາຜົນປະໂຫຍດຕົວຈິງ ມາສູ່ເຂດດັ່ງກ່າວ. ກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ CLV ຄັ້ງຕໍ່ໄປ ຈະຈັດຂຶ້ນ ໃນປີ 2022 ພາຍໃຕ້ການເປັນປະທານຂອງ ຣາຊະອານາຈັກ ກຳປູເຈຍ.


File đính kèm:
CLV_JD_for_11th_Summit-Final.pdf
ຖະແຫຼງການ_CLV_ສະບັບພາສາລາວ_(ສະບັບສຸດທ້າຍ)_10_Dec_2020.pdf
ພະແນກຮ່ວມມືເສດຖະກິດພາກພື້ນ
ກົມເສດຖະກິດ

    Viewed: 1505
  •  

Đánh giá

(Di chuột vào ngôi sao để chọn điểm)
  

ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la