Skip Ribbon Commands
Skip to main content



Date 09/04/2021-14:46:00 PM
ກອງປະຊຸມປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດຜົນຂອງກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 11, ກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 9 ແລະ ກະກຽມໃຫ້ແກ່ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ໃນວັນທີ 1 ເມສາ 2021

ຮູບພາບ
ໃນວັນທີ 1 ເມສາ 2021, ກະຊວງການຕ່າງປະເທດ ໂດຍປະສານສົມທົບກັບ ຫ້ອງວ່າການແຂວງອັດຕະປື ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດ ຜົນຂອງກອງປະຊຸມສຸດຍອດ CLV ຄັ້ງທີ 11, ກອງປະຊຸມສຸດຍອດ CLMV ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ແລະ ການກະກຽມໃຫ້ແກ່ກອງປະຊຸມ ຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 13 (The 13th JCC CLV DTA Meeting) ທີ່ ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທະນູໄຊ ບັນຊາລິດ, ຮອງເຈົ້າແຂວງອັດຕະປື, ໂດຍມີຜູ້ເຂົ້າຮ່ວມຈາກບັນດາຂະແໜງການທີ່ກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ກໍ່ຄື ແຂວງອັດຕະປື, ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງຈໍາປາສັກ ລວມທັງໝົດປະມານ 80 ທ່ານ.

ຈຸດປະສົງ ຂອງ ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການຜັນຂະຫຍາຍ ຜົນຂອງກອງປະຊຸມສຸດຍອດ CLV ຄັ້ງທີ 11, ກອງປະຊຸມສຸດຍອດ CLMV ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ໂດຍສະເພາະ ບັນດາເອກະສານທີ່ຜູ້ນຳໄດ້ຮັບຮອງເອົາ ເປັນຕົ້ນ: ບັນດາຖະແຫຼງການຮ່ວມ ແລະ ບັນດາແຜນພັດທະນາໃນຂະແໜງການບູລິມະສິດ ທັງນີ້ກໍ່ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄືບັນດາແຂວງຢູ່ໃນເຂດສາມຫຼ່ຽມພັດທະນາ ແນໃສ່ການສົ່ງເສີມການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາ ກົນ ຂຶ້ນເທື່ອລະກ້າວ. ນອກຈາກນີ້, ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການກະກຽມຄວາມພ້ອມໃນດ້ານຕ່າງໆ ຂອງ ສປປ ລາວ ທີ່ຈະເປັນເຈົ້າພາບ ຈັດກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 13 ໃນປີ 2021 ແລະ ແຜນວຽກສໍາຄັນຕ່າງໆ ແຕ່ປີ 2021-2022. ພ້ອມດຽວກັນນີ້, ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການລາຍງານຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດວຽກງານ ໃນກົນໄກການຮ່ວມມືດັ່ງກ່າວ ໃນໄລຍະຜ່ານມາ ລວມທັງການຕີລາຄາຜົນໄດ້ຮັບ, ຂໍ້ຄົງຄ້າງ, ຂໍ້ສະເໜີ ແລະ ທິດທາງແກ້ໄຂວຽກງານໃນຕໍ່ໜ້າ.

ກອງປະຊຸມຄັ້ງນີ້ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ແລະ ບັນລຸໄດ້ຈຸດປະສົງເປົ້າໝາຍທີ່ວາງໄວ້ ໂດຍສາ ມາດກໍາໄດ້ບັນດາທ່າແຮງ, ກາລະໂອກາດ ແລະ ບັນດາສິ່ງທ້າທາຍຂອງ 4 ແຂວງພາກໃຕ້ ໃນການປະກອບສ່ວນ ເຂົ້າໃນກົນໄກການຮ່ວມມື ຂອງສາມຂອບດັ່ງກ່າວ ແລະ ໄດ້ເປັນເອກະພາບກັນ ກ່ຽວກັບ ການກຳນົດພາລະໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງ ບັນດາຂະແໜງການກ່ຽວຂ້ອງຂັ້ນແຂວງ ເພື່ອກະກຽມຈັດຕັ້ງຜັນຂະຫຍາຍແຜນວຽກໃນຕໍ່ໜ້າ ກໍຄືການຕົກລົງເຫັນດີຂອງບັນດາຜູ້ນຳ ຂອງບັນດາປະເທດສະມາຊິກໃນສາມຂອບການຮ່ວມມືດັ່ງກ່າວ.

ພະແນກຮ່ວມມືເສດຖະກິດພາກພື້ນ
ກົມເສດຖະກິດ

    Viewed: 1337
  •  

Đánh giá

(Di chuột vào ngôi sao để chọn điểm)
  

ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la