Skip Ribbon Commands
Skip to main content



Date 20/10/2019-09:13:00 AM
20th CLV Anniversary

ສານອວຍພອນ ຄົບຮອບ 20 ປີ ການສ້າງຕັ້ງຂອບການຮ່ວມມື CLV

ສານອວຍພອນ

ຂອງພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ໃນໂອກາດຄົບຮອບ 20 ປີ ແຫ່ງການສ້າງຕັ້ງຂອບການຮ່ວມມື

ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ

ພີ່ນ້ອງຮ່ວມຊາດທີ່ເຄົາລົບ, ຮັກແພງທັງຫຼາຍ!

ເນື່ອງໃນໂອກາດ ຄົບຮອບ 20 ປີ ແຫ່ງການສ້າງຕັ້ງ ຂອບການຮ່ວມມືເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (ວັນທີ 20 ຕຸລາ 1999 – 20 ຕຸລາ 2019) ໃນນາມ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ສົ່ງພອນໄຊ ອັນປະເສີດ ມາຍັງ ລັດຖະບານ ແລະ ປະຊາຊົນ ກໍາປູເຈຍ-ລາວ-ຫວຽດນາມ (CLV) ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສົ່ງເສີມ ແລະ ຮັດແໜ້ນ ການຮ່ວມມື ລະຫວ່າງສາມປະເທດຂອງພວກເຮົາ ຕະຫຼອດໄລຍະ 20 ປີ ຜ່ານມາ.

ຂອບການຮ່ວມມືເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1999 ໂດຍການພົບປະ ແລະ ປຶກສາຫາລືກັນ ລະຫວ່າງນາຍົກລັດຖະມົນຕີ ຂອງສາມປະເທດ ທີ່ ນະຄອນຫຼວງວຽງຈັນ, ເຊິ່ງໃນເບື້ອງຕົ້ນ ​​ໄດ້​​​ກວມເອົາ 7 ​ແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ສາມປະເທດ, ຕໍ່ມາ ໃນ​ປີ 2004 ໄດ້ຂະຫຍາຍອອກ​ເປັນ 10 ​ແຂວງ ​ ​ແລະ ​ໃນປີ​ 2010 ​ໄດ້ຂະຫຍາຍອອກຕື່ມເປັນ 13 ​ແຂວງ ຈົນເຖິງປັດຈຸບັນ.ໃນນັ້ນ, ສປປ ລາວ ມີ 4 ແຂວງ (​ແຂວງ ອັດ​ຕະປື, ​ແຂວງ ເຊ​ກອງ, ແຂວງ ສາລະ​ວັນ ​ແລະ ແຂວງ ຈຳປາ​ສັກ), ກຳປູເຈຍ ມີ 4 ແຂວງ (​ແຂວງ ຊຽງ​ແຕງ, ແຂວງ ຣັດຕະນະ​ຄີຣີ, ​ແຂວງ ມົນທົນ​ຄີຣີ ​ແລະ ​ແຂວງ ກະ​ແຈະ) ແລະ ຫວຽດນາມ ມີ 5 ແຂວງ (ແຂວງ ດັກ​ລັກ, ແຂວງ ຢາ​ລາຍ, ແຂວງ ກວນ​ຕູມ, ແຂວງ ດັກ​ນົງ ​ແລະ ແຂວງ ບິງ​ເຟືອ​ກ), ລວມເນື້ອທີ່ ທັງໝົດ 144.600 ກິໂລຕາແມັດ.

ຂອບການຮ່ວມມືດັ່ງກ່າວ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ ແລະ ກາຍເປັນເວທີ ທີ່ສຳຄັນພິເສດ ສຳລັບ ຜູ້ນໍາຂອງສາມປະເທດ, ບັນດາລັດຖະມົນຕີ ແລະ ພະນັກງານ ທີ່ກ່ຽວຂ້ອງ ໃນລະດັບສູນກາງ ແລະ ທ້ອງຖິ່ນ ຂອງ 13 ​ແຂວງ ເພື່ອພົບປະ, ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ເພື່ອຮັດແໜ້ນຄວາມສາມັກຄີ, ມິດຕະພາບ ແລະ ສົ່ງເສີມການຮ່ວມມືທາງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ສັງຄົມ-ວັດທະນະທຳ ລະຫວ່າງສາມປະເທດ ໂດຍສະເພາະ ລະຫວ່າງບັນດາແຂວງ ໃນເຂດສາມຫຼ່ຽມພັດທະນາ ແລະ ​ເພີ່ມ​ທະ​ວີ​ການ ຊ່ວຍ​ເຫລືອ​ເຊິ່ງ​ກັນ ແລະ ກັນ ໃນການຂົນຂວາຍ ການສະໜັບສະໜູນ ທາງດ້ານ​ທຶນຮອນ, ​ເຕັກ​ນິກວິ​ຊາ​ການ ແລະ ໂຄງການພັດທະນາຕ່າງໆ​ ຈາກບັນດາຄູ່ຮ່ວມພັດທະນາ ແລະ ສະຖາບັນການເງິນສາກົນ ໂດຍນຳໃຊ້ ທ່າແຮງບົ່ມຊ້ອນທີ່ມີຢູ່ໃນປະຈຸບັນ ແນໃສ່ ນຳຄວາມຈະເລີນສີວິໄລ ແລະ ຄວາມສຸກສັນຕິມາສູ່ເຂດດັ່ງກ່າວ, ສ້າງເງື່ອນໄຂໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງສາມປະເທດໂດຍລວມ.

ໃນໄລຍະຜ່ານມາ, ສປປ ລາວ ໄດ້ປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນການສົ່ງເສີມຂອບການຮ່ວມມືດັ່ງກ່າວ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ ເວົ້າລວມ, ເວົ້າສະເພາະ, ບັນດາແຂວງຊາຍແດນທີ່ຍັງມີຄວາມທຸກຍາກຢູ່ນັ້ນ ໃຫ້ມີການພັດທະນາ ໃນລະດັບດີຂຶ້ນກ່ວາເກົ່າ ບໍ່ວ່າຈະເປັນທາງດ້ານພື້ນຖານໂຄງລ່າງ, ຂີດຄວາມສາມາດຂອງບຸກຄະລາກອນ ແລະ ອົງກອນຂອງລັດ ແລະ ພາກເອກະຊົນ ລວມທັງ ການອຳນວຍຄວາມສະດວກໃຫ້ແກ່ ປະຊາຊົນ ໃນການແລກປ່ຽນ ແລະ ການໄປມາຫາສູ່ກັນ ໄດ້ຢ່າງເປັນປົກກະຕິ ແນໃສ່ຫຼຸດຜ່ອນຄວາມແຕກໂຕນ ທາງດ້ານການພັດທະນາ ໃນຂອບເຂດທົ່ວປະເທດ ແລະ ສາມາດເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ໄດ້ຢ່າງເຂັ້ມແຂງ ແລະ ໝັ້ນທ່ຽງ. ພ້ອມນີ້, ກໍ່ຍັງໄດ້ເອົາໃຈໃສ່ຈັດຕັ້ງຜັນ​ຂະຫຍາຍ​ບັນດາຂໍ້ຕົກລົງ ທີ່ຜູ້ນຳສາມປະເທດໄດ້ເຫັນດີເປັນເອກະພາບກັນ ໃຫ້ເກີດເປັນຮູບປະທໍາ ຂຶ້ນເທື່ອລະກ້າວ.

ຕະຫຼອດໄລຍະ 20 ປີຜ່ານມາ ສປປ ລາວ ເຮົາສາມາດຍາດມາໄດ້ຜົນສຳເລັດເປັນກ້າວໆມາ ຍ້ອນພັກ ແລະ ລັດຖະບານ ມີແນວທາງນະໂຍບາຍ ທີ່ຖືກຕ້ອງ ແລະ ແທດເໝາະກັບ ສະພາບການຮ່ວມມືຕົວຈິງ ແລະ ຍ້ອນຄວາມເປັນເຈົ້າການຂອງພະນັກງານ/ລັດຖະກອນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ຕະຫຼອດຮອດ ການປະກອບສ່ວນອັນສຳຄັນ ຂອງປະຊາຊົນບັນດາເຜົ່າ. ນະໂອກາດນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ ລັດຖະບານ ສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງເລິກເຊິ່ງ ມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຕໍ່ການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານ ສົ່ງເສີມການສ້າງສາພັດທະນາໃນ ເຂດສາມຫຼ່ຽມພັດທະນາໃນໄລຍະຜ່ານມາ ກໍ່ຄືປະຈຸບັນ.

ໃນປີ 2020 ທີ່ຈະມາເຖິງນີ້, ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11, ຂ້າພະເຈົ້າ ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນກ່ຽວຂ້ອງ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ຕະຫຼອດຮອດ ປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນເອົາໃຈໃສ່ ກະກຽມການເປັນເຈົ້າພາບທີ່ດີ ແລະ ສືບຕໍ່ເປັນເຈົ້າການ ໃນການປະກອບສ່ວນ ເຂົ້າໃນການຜັນຂະຫຍາຍແນວທາງນະໂຍບາຍການພັດທະນາ ເສດຖະກິດ-ສັງຄົມ ກໍ່ຄື ການຕ່າງປະເທດ ຂອງ ພັກ ແລະ ລັດຖະບານເຮົາ, ລວມທັງ ວຽກງານການຮ່ວມມື ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ ເພື່ອນຳເອົາຜົນປະໂຫຍດສູງສຸດ ມາສູ່ປະເທດຊາດ ແລະ ປະຊາຊົນ ກໍ່ຄືປະກອບສ່ວນເຂົ້າໃນພາລະກິດລວມແຫ່ງການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນ ຂອງພາກພື້ນ ແລະ ສາກົນ.

ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງບັນດາຜູ້ນໍາ ກຳປູເຈຍ ແລະ ຫວຽດນາມ ກໍ່ຄືລັດຖະບານ ແລະ ປະຊາຊົນ ຂອງສອງປະເທດ ລວມທັງບັນດາຄູ່ຮ່ວມພັດທະນາ ແລະ ສະຖາບັນການເງິນສາກົນ ທີ່ໄດ້ໃຫ້ ການຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຢ່າງຕໍ່ເນື່ອງ ເວົ້າລວມ ໂດຍສະເພາະໃນການພັດທະນາໃນເຂດສາມຫຼ່ຽມ ຂອງ ລາວ ໃນຂອບການຮ່ວມມື CLV. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ, ຄວາມ​ສາມັກຄີ ອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມື ລະຫວ່າງ 3 ຊາດຂອງພວກເຮົາ ຈະຍິ່ງ​ນັບ​ມື້​ນັບ​ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ປວງຊົນລາວທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ໃນໜ້າທີ່ວຽກງານທຸກປະການ.

¨¨¨¨¨¨¨¨¨

    Viewed: 477
  •  
ຂ່າວອື່ນໆ

Đánh giá

(Di chuột vào ngôi sao để chọn điểm)
  

ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la