Skip Ribbon Commands
Skip to main content



Date 27/07/2018-10:32:00 AM
ງານວາງສະແດງສິນຄ້າ ລາວ-ຫວຽດນາມ ຈະຈັດຂຶ້ນທ້າຍ ເດືອນມິຖຸນາ ນີ້

ຂປລ. ກົມ​ສົ່ງ​ເສີມ​ການ​ຄ້າ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຮ່ວມ​ກັບ ກົມ​ເສດຖະກິດ ກະຊວງ​ປ້ອງ​ກັນ​ປະ​ເທດ ​ແຫ່ງ ສສ ຫວຽດນາມ ​ສົມທົບ​ກັບ ກະຊວງ​ປ້ອງ​ກັນ​ປະ​ເທດ ​ແຫ່ງ ສປປ ລາວ ​ແລະ ກະຊວງ​ອຸດ​ສາ​ຫະກຳ ​ແລະ ການ​ຄ້າ ສສ ຫວຽດນາມ ຈະ​​​ຈັດ​ງານ​ວາງສະ​ແດງ​ສິນຄ້າ ລາວ-ຫວຽດນາມ ​ໃນ​ລະຫວ່າງ ​ວັນ​ທີ 28 ມິຖຸນາ ຫາ ວັນ​ທີ 2 ກໍລະກົດ 2018 ນີ້, ​ຢູ່​ສູນ​ການ​ຄ້າ ລາວ-​ໄອ​ເຕັກ (ຕຶກ​ເກົ່າ) ນະຄອນຫລວງວຽງຈັນ, ເຊິ່ງຈະ​ນຳ​ເອົາ​ສິນຄ້າ​ເຄື່ອງ​ອຸປະ​ໂພ​ກ-ບໍລິ​ໂພ​ກ, ​ເຄື່ອງ​ເອ​ເລັກ​ໂທ​ນິກ ​ແລະ ອື່ນໆ ມາ​ວາງສະ​ແດງ ຫລາຍ​ກວ່າ 320 ຫ້ອງ.

ທ່ານ ​ໄຊ​ສົມ​ເພັດ ນໍຣະສິງ ຮັກສາ​ການ​ຫົວໜ້າ​ກົມ​ສົ່ງ​ເສີມ​ການ​ຄ້າ ກະຊວງອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ລາຍ​ງານ​ໃຫ້​ຮູ້ ​ໃນ​ພິທີ​ຖະ​ແຫລ​ງຂ່າວ ​ໃນ​ວັນ​ທີ 25 ມິຖຸນາ 2018 ນີ້​ວ່າ: ງານ​ວາງສະ​ແດງ​ສິນຄ້າ​ໃນ​ຄັ້ງ​ນີ້,ມີ​ຫ້ອງ​ວາງສະ​ແດງ​ທັງ​ໝົດ 320ຫ້ອງ ​ໃນ​ນັ້ນ ​ມີນັກທຸລະກິດ ຈາກ ສສ ຫວຽດນາມ ນຳ​ເອົາ​ສິນຄ້າ​ມາ​ວາງສະ​ແດງ 120 ຫ້ອງ ​ແລະ ພາກ​ທຸລະ​ກິດ​ຂອງ​ລາວ 200 ຫ້ອງ​ຈາກ​ທົ່ວ​ປະ​ເທດ. ພິ​ເສດ ນອກຈາກ​ສິນຄ້າ​ຈາກ​ຫົວໜ່ວຍ​ທຸລະ​ກິດ​ຂອງ​ພາກ​ເອກະ​ຊົນ ຂອງສອງ​ປະ​ເທດ ທີ່​ມາ​ວາງສະ​ແດງ​ພາຍ​ໃນ​ງານ​ແລ້ວ ຍັງ​ຈະ​ມີ​ສິນຄ້າ​ຂອງ​ລັດ​ວິ​ສາ​ຫະກິດ​ ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ຈຳນວນ 10 ຫົວໜ່ວຍ ຈະ​ນຳ​ເອົາ​ຜົນງານ ​ແລະ ສິນຄ້າ ທີ່​ເປັນ​ນະ​ວັດຕະ​ກຳ​ໃໝ່ໆ​ ມາ​ວາງສະ​ແດງ ​ແລະ ​ໂຄສະນາ​ເຜີຍ​ແຜ່​ ໃຫ້​ສັງຄົມ​ໄດ້​ຮັບ​ຮູ້​ຕື່ມ​ອີກ. ພ້ອມ​ນັ້ນ, ຍັງ​ມີ​ຫ້ອງ​ວາງສະ​ແດງ​ການ​ເມືອງ ​ຂອງ​ສອງ​ຊາດ ລາວ-ຫວຽດນາມ ​ເພື່ອ​ນຳ​ສະ​ເໜີ​ຜົນງານ ​ແລະ ການ​ເຄື່ອນ​ໄຫວ​ທາງ​ດ້ານ​ການ​ເມືອງ​ຂອງ​ການ​ນຳ​ພັກ-ລັດ ລວມທັງ​ຜົນງານ​ດ້ານ​ເສດຖະກິດ-ສັງ​ຄົມ ​ແລະ ການ​ຄ້າ. ນອກ​ນັ້ນ ຍັງຈະ​ມີ​ການສະ​ແດງ​ສິລະ​ປະຂອງ​ສອງ​ຊາດ ລາວ-ຫວຽດນາມ ​ແລະ ການ​ແຂ່ງຂັນ​ຮ້ອງ​ເພັງ​ ລາວ-ຫວຽດນາມ ຂອງ​ນ້ອງ​ນັກຮຽນ ​ແລະ ​ໄວ​ໜຸ່ມ ​ຕະຫລອດ​ການຈັດ​ງານ.

ພ້ອມ​ດຽວ​ກັນ​ນັ້ນ ຄະນະ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ສິນຄ້າ ຮ່ວມ​ກັບ​ບັນດາ​ວິ​ສາ​ຫະກິດ ຈາກ ສສ ຫວຽດນາມ ຈະ​ໄດ້​ມອບ​ຂອງຂວັນ ​ໃຫ້​ແກ່​ຄອບຄົວ​ຂອງ​ນັກ​ປະຕິວັດ​ວລາວ ຈຳນວນ 20 ຄອບ ຄົວ ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ປະຕິວັດ. ​ໃນ​ລະຫວ່າງ​ຈັດ​ງານ​ວາງສະ​ແດງ ສະມາຄົມ​ນັກທຸລະກິດ​ຍິງ ນະຄອນຫລວງ​ວຽງ​ຈັນ ​ແລະ ສະມາຄົມ​ນັກທຸລະກິດ​ຍິງ​ ນະຄອນຫລວງ​ຮ່າ​ໂນ່ຍ ຈະ​ຈັດກອງ​ປະຊຸມ​ກ່ຽວ​ກັບ​ການ​ແລກປ່ຽນ​ການ​ຄ້າ​ຂອງ​ບັນດາ​ວິ​ສາ​ຫະກິດ ​ລາວ-ຫວຽດນາມ ຕື່ມ​ອີກ.

ທ່ານ ​ໄຊ​ສົມ​ເພັດ ນໍຣະສິງ ​ໃຫ້​ຮູ້​ອີກ​ວ່າ: ຈຸດປະສົງ​ຂອງ​ການຈັດ​ງານ​ໃນ​ຄັ້ງ​ນີ້,​​ແນ​ໃສ່​ເປີດ​ໂອກາດ​ໃຫ້​ນັກທຸລະ​ກິດ, ຜູ້​ປະກອບ​ການ​ຄ້າຂາຍ ຂອງ 2 ປະ​ເທດ ​ໄດ້​ມີ​ໂອກາດ​ແລກປ່ຽນ​ບົດຮຽນ ​ແນະນຳ​ຄຸນ​ນະພາ​ບສິນ​ຄ້າ ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ກ້າວ​ໄປ​ເຖິງ​ການ​ຂະຫຍາຍ​ການ​ຊື້​ສິນຄ້າ​ໃຫ້​ຫລາຍ​ຂຶ້ນ​ກວ່າ​ເກົ່າແລະຍັງ​ເປັນ​ການ​ສ້າງ​ຂະ​ບວນການ​ຕ້ອນຮັບ​ປີ​ທ່ອງ​ທ່ຽວ​ລາວ 2018 ​ໃຫ້​ມີ​ບັນ ຍາກາດ​ອັນ​ຄຶກຄື້ນ​ມ່ວນ​ຊື່ນ ທັງ​ເປັນ​ການ​ກະ​ຕຸ້ນ​ການ​ຄ້າ​ສອງ​ຝ່າຍ ​ໃນ​ແຕ່ລະ​ໄລຍະ ​ເພື່ອ​ຜັນ​ຂະ ຫຍາຍ​ສົນທິສັນຍາ​ການ​ຄ້າ​ຂອງ​ສອງ​ລັດຖະບານ ໄດ້​ກຳ​ນົດມູນ​ຄ່າ​ການ​ຄ້າ​ຂອງ​ສອງ​ປະ​ເທດ ​​ໃຫ້​ບັນລຸ 5 ຕື້​ໂດ​ລາ​ສະຫະລັດ ​ໃນ​ປີ 2020.

ຂ່າວປະເທດລາວ
http://kpl.gov.la/detail.aspx?id=35728

    Viewed: 669
  •  
ຂ່າວອື່ນໆ

Đánh giá

(Di chuột vào ngôi sao để chọn điểm)
  

ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la