Skip Ribbon Commands
Skip to main content



Date 01/08/2017-10:03:00 AM
ກົມສື່ມວນຊົນ ຮ່ວມກັບ ອົງການອຸຍນີແຊັບ ຈັດກອງປະຊຸມແນະນຳວຽກງານສົ່ງເສີມການລ້ຽງລູກດ້ວຍນົມແມ່
ເດັກຄືອະນາຄົດຂອງຊາດ ດັ່ງນັ້ນ ການສ້າງສຸຂະພາບກາຍ-ສຸຂະພາບໃຈທີ່ດີໃຫ້ແກ່ເດັກນ້ອຍກໍຈະຊ່ອຍສ້າງກ້ອນກຳລັງທີ່ແຂງແຮງ ທັງນີ້ ການລ້ຽງລູກດ້ວຍນົມແມ່ຍັງຊ່ອຍສົ່ງເສີມເສດຖະກິດຂອງປະເທດ ແລະ ມີປະໂຫຍດທັງຕໍ່ເດັກ ແລະແມ່ ເຊິ່ງຖືເປັນພື້ນຖານໃນການປັບປຸງຄວາມໝັ້ນຄົງຂອງປະເທດຊາດ ໂດຍການຫຼຸດຜ່ອນຄ່າໃຊ້ຈ່າຍດ້ານປິ່ນປົວສຸຂະພາບ ແລະ ປະກອບສ່ວນສຳຄັນເຂົ້າໃນການສ້າງຂີດຄວາມສາມາດດ້ານການຕອບສະໜອງກຳລັງແຮງງານທີ່ເຂັ້ມແຂງ.
ເດັກຄືອະນາຄົດຂອງຊາດ ດັ່ງນັ້ນ ການສ້າງສຸຂະພາບກາຍ-ສຸຂະພາບໃຈທີ່ດີໃຫ້ແກ່ເດັກນ້ອຍກໍຈະຊ່ອຍສ້າງກ້ອນກຳລັງທີ່ແຂງແຮງ ທັງນີ້ ການລ້ຽງລູກດ້ວຍນົມແມ່ຍັງຊ່ອຍສົ່ງເສີມເສດຖະກິດຂອງປະເທດ ແລະ ມີປະໂຫຍດທັງຕໍ່ເດັກ ແລະແມ່

ເມື່ອວັນທີ 28 ກໍລະກົດ 2017 ໄດ້ມີການຈັດກອງປະຊຸມແນະນຳວຽກງານສົ່ງເສີມການລ້ຽງລູກດ້ວຍນົມແມ່ ວາລະດັ່ງກ່າວຈັດຂຶ້ນຢູ່ຫ້ອງປະຊຸມສູນເຝິກອົບຮົມແນວລາວສ້າງຊາດ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສົມສະຫວາດ ພົງສາ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ທ່ານ ເຮັນດຣີກາຊ

ຣາສມາກເກີ ຫົວໜ້າສາທາລະນະສຸກ ແລະໂພຊະນາການ ອົງການອຸຍນິເເຊັບ ປະຈຳລາວ ທ່ານ ດຣ. ນາງ ຄຳເສັງ ພິລາວົງ ຮອງຫົວໜ້າສູນໂພຊະນາການ ກະຊວງສາທາລະນະສຸກ ມີພະນັກງານ ວິຊາການ ແລະ ສື່ມວນຊົນເຂົ້າຮ່ວມ.

ເນື້ອໃນການປະຊຸມໄດ້ເນັ້ນໃສ່ນະໂຍບາຍປົກປ້ອງ ສົ່ງເສີມ ແລະ ສະໜັບສະໜູນການລ້ຽງລູກດ້ວຍນ້ຳນົມແມ່ ເຊິ່ງໃນໂອກາດຄົບຮອບສັບປະດາຂອງການລ້ຽງລູກດ້ວຍນ້ຳນົມແມ່ 01-07 ສິງຫາ 2017 ນີ້ ອົງການອຸຍນິເເຊັບ ໄດ້ຮ່ວມມືກັບເພື່ອນຮ່ວມງານໃນກຸ່ມການລ້ຽງລູກດ້ວຍນ້ຳນົມແມ່ຂອງໂລກ ເພື່ອຍົກໃຫ້ເຫັນຄວາມສຳຄັນຂອງການລ້ຽງລູກດ້ວຍນ້ຳນົມແມ່ທີ່ເປັນປະໂຫຍດສຳລັບສຳລັບເດັກນ້ອຍ ແລະ ປະເທດຊາດ ໂດຍໄດ້ຮ່ວມກັບພາກສະຖາບັນ ໜ່ວຍງານທີ່ບໍ່ແມ່ນລັດຖະບານ ແລະ ຜູ້ໃຫ້ທຶນ ພາຍໃຕ້ການເປັນຜູ້ນຳຮ່ວມຂອງອົງການອະນາໄມໂລກ ເຊິ່ງກຸ່ມສົ່ງເສີມການລ້ຽງລູກດ້ວຍນ້ຳນົມແມ່ສ້າງຂຶ້ນມາເພື່ອຊຸກຍູ້ ແລະ ເລັ່ງລັດ ຄວາມຄືບໜ້າຂອງວຽກງານລ້ຽງລູກດ້ວນ້ຳນົມແມ່ໄປສູ່ເປົ້າໝາຍ ເຊິ່ງກຳນົດໂດຍສະພາສຸຂະພາບໂລກ ໃຫ້ໄດ້ຢ່າງໜ້ອຍ 50% ໃນການລ້ຽງລູກດ້ວຍນ້ຳນົມແມ່ພຽງຢ່າງດຽວແຕ່ມື້ເກີດຈົນຮອດ 6 ເດືອນ ໃນປີ 2025.

ຢ່າງໃດກໍຕາມ ທ່າມກາງສະພາບເສດຖະກິດ-ສັງຄົມຍຸກປັດຈຸບັນ ກໍຮຽກຮ້ອງເຖິງຫຼາຍປັດໄຈເພື່ອເຮັດໃຫ້ວຽກງານດັ່ງກ່າວປະສົບຜົນສຳເລັດ ເນື່ອງຈາກວ່າການລ້ຽງລູກດ້ວຍນ້ຳນົມແມ່ບໍ່ແມ່ນວຽກງານຂອງແມ່ຍິງຄົນດຽວ ມັນຕ້ອງໄດ້ຮັບການຊຸກຍູ້ ແລະ ການສະໜັບສະໜູນຈາກຫຼາຍພາກສ່ວນເຊັ່ນ ນະໂຍບາຍຂອງການນຳ ກໍຄືລັດຖະບານ ຜູ້ໃຫ້ຄຳປຶກສາທີ່ຊຳນານການ ສະມາຊິກໃນຄອບຄົວ ຜູ້ໃຫ້ບໍລິການສຸຂະພາບ ພະນັກງານກ່ຽວຂ້ອງ ແລະອື່ນໆ ທັງນີ້ ລັດຖະບານ ສປປ ລາວ ໄດ້ມີນະໂຍບາຍປົກປ້ອງ ສົ່ງເສີມ ແລະ ສະໜັບສະໜູນການລ້ຽງລູກດ້ວຍນ້ຳນົມແມ່ ໂດຍໄດ້ກຳນົດໃນນະໂຍບາຍ ຍຸດທະສາດ ແລະ ແຜນປະຕິບັດງານໂພຊະນາການແຫ່ງຊາດ ແລະ ຍຸດທະສາດ ຮວມເຖິງແຜນປະຕິບັດງານແຫ່ງຊາດຂອງການຮັກສາສຸຂະພາບແມ່ ແລະເດັກ ລັດຖະບານໄດ້ສະໜອງງົບປະມານໃນການເຄື່ອນໄຫວວຽກງານກ່ຽວກັບໂຄງການສົ່ງເສີມການລ້ຽງລູກດ້ວຍນ້ຳນົມແມ່ ແລະ ການລ້ຽງດູເດັກອ່ອນ ແລະເດັກນ້ອຍ ເພື່ອຫຼຸດຜ່ອນການຂາດສານອາຫານໃນເດັກ ແລະ ປັບປຸງສະພາບໂພຊະນາການເດັກໃຫ້ດີຂຶ້ນ.

ເພື່ອປົກປ້ອງການລ້ຽງລູກດ້ວຍນ້ຳນົມແມ່ ກະຊວງສາທາລະນະສຸກ ໄດ້ມີຂໍ້ຕົກລົງກ່ຽວກັບການຄວບຄຸມການຈຳໜ່າຍຜະລິດຕະພັນທົດແທນນ້ຳນົມແມ່ ແນໃສ່ຄວບຄຸມການຈຳໜ່າຍຜະລິດຕະພັນອາຫານສຳລັບເດັກອ່ອນ ແລະເດັກນ້ອຍ ເຊິ່ງຄາດໝາຍວ່າຈະຖືກອະນຸມັດຮັບຮອງຈາກລັດຖະບານໃນທ້າຍປີນີ້ ແລະ ເພື່ອສະໜັບສະໜູນຊ່ອຍເຫຼືອແມ່ໃຫ້ໄດ້ລ້ຽງລູກດ້ວຍນ້ຳນົມແມ່ຢ່າງດຽວຮອດອາຍຸ 6 ເດືອນ ແລະ ສືບຕໍ່ລ້ຽງລູກດ້ວຍນ້ຳນົມແມ່ຈົນຮອດ 2 ປີ ຫຼື ຫຼາຍກວ່ານັ້ນ ພ້ອມນີ້ ກໍໄດ້ມີກົດໝາຍແຮງງານໃຫ້ແມ່ຍິງທັງພາກລັດ ແລະ ເອກະຊົນ ລາພັກເກີດລູກໄດ້ເພີ່ມຂຶ້ນເປັນ 105 ວັນ ພ້ອມເງິນເດືອນເຕັມ ຈາກແຕ່ກ່ອນມີພຽງ 90 ວັນ ແລະ ແມ່ລູກອ່ອນສາມາດພັກການໄດ້ວັນລະ 1 ຊົ່ວໂມງເພື່ອໃຫ້ລູກກິນນົມແມ່ ແລະ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ເປັນແມ່ຕື່ມ ທາງພາກລັດກໍໄດ້ມີກົດໝາຍລັດຖະກອນທີ່ອະນຸຍາດໃຫ້ແມ່ຍິງລາພັກເກີດລູກໄດ້ຮອດ 5 ເດືອນເຕັມ ພ້ອມທັງໄດ້ເງິນເດືອນເຕັມ ນອກຈາກນັ້ນບາງສຳນັກງານອົງການກໍໄດ້ຈັດຫ້ອງນ້ຳນົມແມ່ສຳລັບແມ່ລູກອ່ອນທີ່ສາມາດເອົາລູກກິນນົມແມ່ ຫຼື ບີບນ້ຳນົມແມ່ໄວ້ໃຫ້ລູກກິນ.

ຄຽງຄູ່ກັນນັ້ນ ລັດຖະບານຍັງອຳນວຍຄວາມສະດວກໃຫ້ມີການຈັດສະເຫຼີມສະຫຼອງສັບປະດາສາກົນການລ້ຽງລູກດ້ວຍນ້ຳນົມແມ່ໃນທຸກໆປີ ແລະ ເຄື່ອນໄຫວໂຄສະນາເພີ່ມຄວາມຮູ້ ແລະ ຄວາມເຂົ້າໃຈໃຫ້ພະນັກງານ ແລະ ປະຊາຊົນທຸກຂົງເຂດ ໂດຍສະເພາະແມ່ນຂັ້ນບ້ານ ເຊິ່ງປັດຈຸບັນພວມເຮັດການອົບຮົມໃຫ້ຜູ້ໂຄສະນາຂັ້ນບ້ານ ທີ່ມີສະຫະພັນແມ່ຍິງ ອາສາສະໝັກ ຂັ້ນບ້ານ ແລະ ຄະນະບ້ານ ຮວມ 1.200 ຄົນໃນ 400 ບ້ານຂອງ 4 ແຂວງພາກເໜືອ ແລະ ຈະສືບຕໍ່ອີກໃນຫຼາຍໆແຂວງໃນທົ່ວປະເທດ.

ໂຊກໄຊ
http://www.vtetoday.la

    Viewed: 662
  •  
ຂ່າວອື່ນໆ

Đánh giá

(Di chuột vào ngôi sao để chọn điểm)
  

ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la