Skip Ribbon Commands
Skip to main content



Date 01/08/2017-11:05:00 AM
ບໍລິສັດທີ່ກ່ຽວຂ້ອງກັບທຸລະກຳທາງການເງິນ ຮ່ວມຈັດງານເປີດໂລກແຫ່ງການລົງທຶນ ປະຈຳປີ 2017

ພາຍໃຕ້ຫົວຂໍ້ “ທຸລະກິດຍືນຍົງ ສ້າງຖານະໝັ້ນຄົງໃນຕະຫຼາດທຶນ” ເຊິ່ງຖືເປັນວິໄສທັດຂອງ ຕະຫຼາດຫຼັກຊັບລາວ ພາຍໃຕ້ບັນຍາກາດດັ່ງກ່າວໄດ້ກໍ່ໃຫ້ເກີດການໂຮມໂຕຂອງບັນດາບໍລິສັດທີ່ກ່ຽວຂ້ອງກັບທຸລະກຳທາງການເງິນທີ່ຮ່ວມຈັດສະແດງຜົນງານການບໍລິຫານຈັດການ ທັງໃຫ້ຄຳປຶກສາດ້ານການເງິນ-ການລົງທຶນ ແລະ ອື່ນໆ ຮວມເຖິງມີການວາງສະແດງ-ຂາຍສິນຄ້າ ເຄື່ອງອຸປະໂພກ ບໍລິໂພກຢ່າງຫຼວງຫຼາຍ ອັນໄດ້ເຮັດໃຫ້ງານເປີດໂລກແຫ່ງການລົງທຶນ ປະຈຳປີ 2017 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ມີສີສັນ ແລະ ຄວາມໝາຍ.

ກິດຈະກຳສຳຄັນນີ້ຈັດຂຶ້ນໃນລະຫວ່າງວັນທີ 22-23 ກໍລະກົດ 2017 ແລະ ນັບເປັນຄັ້ງທີ 5 ໂດຍການຮ່ວມມືລະຫວ່າງ ຕະຫຼາດຫຼັກຊັບລາວ (ຕລຊລ) ທະນາຄານ ແຫ່ງ ສປປ ລາວ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ບໍລິສັດຈົດທະບຽນ ບໍລິສັດຫຼັກຊັບ ບໍລິສັດກວດສອບ ບໍລິສັດທີ່ປຶກສາທາງດ້ານກົດໝາຍ ແລະ ບັນດາບໍລິສັດເປົ້າໝາຍກຽມເຂົ້າຈົດທະບຽນ ຫຼາຍກວ່າ 30 ບໍລິສັດ ເປັນກຽດກ່າວໄຂພິທີຢ່າງເປັນທາງການໂດຍທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ ແລະ ໃຫ້ກຽດຂຶ້ນມີຄຳເຫັນໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ ມີທ່ານ ນາງ ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານ ຄຄຊ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການທະນາຄານ ແຫ່ງ ສປປ ລາວ ປະທານສະພາບໍລິຫານ ຕລຊລ ທ່ານ ດຣ. ອາຄົມ ປຣະເສີດ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທະນາຄານ ແຫ່ງ ສປປ ລາວ ສະມາຊິກສະພາບໍລິຫານ ຄຊຕລ ທ່ານ ດຣ. ສົມໄຊ ໄທສະຫງວນວໍລະກຸນ ກຳມະການຕະຫຼາດຫຼັກຊັບແຫ່ງປະເທດໄທ ປະທານສະພາບໍລິຫານບໍລິສັດເອັສເອັນຊີ ຟອມເມີ ຈຳກັດ (ມະຫາຊົນ) ແລະ ທ່ານ ດ໋ອກ ຢຸນລີ ຮອງຜູຸ້ອຳນວຍການໃຫຍ່ ຕລຊລ.

ວາລະການດຳເນີນກິດຈະກຳແມ່ນແນໃສ່ສ້າງໂອກາດໃຫ້ແກ່ມວນຊົນ ບໍ່ວ່າຈະເປັນນັກລົງທຶນທີ່ມີຄວາມສົນໃຈໃນການລົງທຶນຜ່ານຕະຫຼາດທຶນ ຫຼື ວິສາຫະກິດ ແລະ ຜູ້ປະກອບການຕ່າງໆທີ່ມີຄວາມສົນໃຈລະດົມທຶນຜ່ານຕະຫຼາດທຶນ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຍິ່ງຂຶ້ນກ່ຽວກັບວຽກງານຕະຫຼາດທຶນ ເຊິ່ງຈະໄດ້ຮັບຮູ້ລາຍລະອຽດຜ່ານມູມມອງຂອງບໍລິສັດຫຼັກຊັບ ບໍລິສັດຈົດທະບຽນ ໂດຍການສະເໜີຂອງນັກວິທະຍາກອນທີ່ມີຄວາມຮູ້ ແລະ ປະສົບການສູງ ພິເສດ ໃນປີນີ້ແມ່ນໄດ້ຮັບກຽດຈາກ ທ່ານ ດຣ. ສົມໄຊ ໄທສະຫງວນວໍລະກຸນ ກຳມະການຕະຫຼາດຫຼັກຊັບແຫ່ງປະເທດໄທ ປະທານສະພາບໍລິຫານບໍລິສັດເອັສເອັນຊີ ຟອມເມີ ຈຳກັດ (ມະຫາຊົນ) ທີ່ມາບັນລະຍາຍຜ່ານທາງມູມມອງຂອງຜູ້ບໍລິຫານຕະຫຼາດຫຼັກຊັບ ແລະ ໃນທັດສະນະຂອງຜູ້ປະກອບການ ນອກນີ້ ກໍໄດ້ໄຂໂອກາດໃຫ້ຜູ້ເຂົ້າຮ່ວມງານໄດ້ໂອ້ລົມແລກປ່ຽນສົນທະນາກັບຜູ້ບໍລິຫານຈາກ 5 ບໍລິສັດຈົດທະບຽນ ແລະ ຮັບຟັງການບັນລະຍາຍຈາກຜູ້ບໍລິການ ບໍລິສັດຫຼັກຊັບ ໃນຫົວຂໍ້ຕ່າງໆ ທັງຈັດໃຫ້ມີເວທີປຶກສາກ່ຽວກັບການລົງທຶນໃນຫຼັກຊັບ ພ້ອມທັງໃຫ້ມວນຊົນໄດ້ທ່ຽວຊົມຫ້ອງວາງສະແດງຈາກພາກສ່ວນຕ່າງໆ ແລະ ຮ່ວມຫຼິ້ນກິດຈະກຳເພື່ອຮັບຂອງລາງວັນ ເຊິ່ງສາມາດດຶງດູດຄວາມສົນໃຈ ແລະ ສ້າງຄວາມມ່ວນຊື່ນໃຫ້ແກ່ຜູ້ເຂົ້າຮ່ວມໄດ້ເປັນຢ່າງດີ ທັງນີ້ ງານເປີດໂລກແຫ່ງການລົງທຶນ ຖືເປັນງານໃຫຍ່ຂອງ ຕລຊລ ທີ່ຈັດຂຶ້ນເປັນປະຈຳທຸກໆປີ ຈຸດປະສົງກໍເພື່ອສົ່ງເສີມໃຫ້ປະຊາຊົນລາວເຫັນໄດ້ຄວາມໝາຍຄວາມສຳຄັນຂອງຕະຫຼາດທຶນ ເຊິ່ງເປັນໜຶ່ງໃນກົນໄກຂັບເຄື່ອນເສດຖະກິດໃນປັດຈຸບັນ ແລະ ອະນາຄົດ.

ສຸກໃຈ
http://www.vtetoday.la

    Viewed: 717
  •  
ຂ່າວອື່ນໆ

Đánh giá

(Di chuột vào ngôi sao để chọn điểm)
  

ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la