Skip Ribbon Commands
Skip to main content



Date 01/08/2017-14:16:00 PM
ໄຂງານເປີດໂລກແຫ່ງການລົງທຶນ ປະຈຳປີ 2017 ພາຍໃຕ້ຫົວຂໍ້ ທຸລະກິດຍືນຍົງສ້າງຖານະໝັ້ນຄົງໃນຕະຫລາດທຶນ
ງານເປີດໂລກແຫ່ງການລົງທຶນປະຈຳປີ 2017 ຄັ້ງທີ 5 ພາຍໃຕ້ຫົວຂໍ້: ທຸລະກິດຍືນຍົງສ້າງຖານະໝັ້ນຄົງໃນຕະຫຼາດທຶນ ໄດ້ຖືກຈັດຂຶ້ນໃນວັນທີ 22 ກໍລະກົດນີ້ ທີ່ສູນການຄ້າລາວ- ໄອເຕັກ, ພາຍໃຕ້ການຮ່ວມມືລະຫວ່າງຕະຫຼາດຫຼັກຊັບລາວ (ຕລຊລ), ທະນາຄານແຫ່ງ ສປປ ລາວ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ບໍລິສັດຈົດທະບຽນ, ບໍລິສັດຫຼັກຊັບ, ບໍລິສັດກວດສອບ, ບໍລິສັດທີ່ປຶກສາທາງດ້ານກົດໝາຍແລະບັນດາບໍລິສັດເປົ້າໝາຍກຽມເຂົ້າຈົດທະບຽນຫຼາຍກວ່າ 30 ບໍລິສັດ.
ງານເປີດໂລກແຫ່ງການລົງທຶນ

ຈຸດປະສົງຂອງງານໃນຄັ້ງນີ້ ແມ່ນເພື່ອສ້າງໂອກາດໃຫ້ແກ່ມວນຊົນ ບໍ່ວ່າຈະເປັນນັກລົງທຶນທີ່ມີຄວາມສົນໃຈໃນການລົງທຶນຜ່ານຕະຫຼາດທຶນ ຫຼື ວິສາຫະກິດຜູ້ປະກອບການຕ່າງໆ ທີ່ມີຄວາມສົນໃຈລະດົມທຶນຜ່ານຕະຫຼາດທຶນ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຍິ່ງ ຂຶ້ນກ່ຽວກັບວຽກງານຕະຫຼາດທຶນ. ໃນງານດັ່ງກ່າວ ໄດ້ກ່າວ ເປີດງານໂດຍທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ ແລະ ເປັນກຽດເຂົ້າຮ່ວມໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ.

ໃນພິທີ, ທ່ານ ສົມໄຊ ໄທສະຫງວນວໍຣະກຸນ ກຳມະການຕະຫຼາດຫຼັກຊັບ ແຫ່ງ ປະເທດໄທ ປະທານສະພາບໍລິຫານ ບໍລິສັດ ເອັສເອັນຊີຟອມເມີ ຈຳກັດ (ມະຫາຊົນ) ໄດ້ບັນຍາຍຜ່ານທັງຸມຸມມອງຂອງຜູ້ບໍລິຫານຕະຫຼາດຫຼັກຊັບ ແລະ ໃນມຸມມອງຂອງຜູ້ ປະກອບການ. ນອກນີ້ ພາຍໃນງານໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມງານ ໄດ້ໂອ້ລົມແລກປ່ຽນສົນທະນາກັບຜູ້ບໍລິຫານຈາກ 5 ບໍລິສັດຈົດທະບຽນ, ຮັບຟັງການບັນຍາຍຈາກບັນດາຜູ້ບໍລິການບໍລິສັດຫຼັກຊັບໃນຫົວຂໍ້ຕ່າງໆ, ປຶກສາກ່ຽວກັບການລົງທຶນໃນຫຼັກຊັບ, ພ້ອມທັງທ່ຽວຊົມຫ້ອງວາງສະແດງຈາກພາກສ່ວນຕ່າງໆ ແລະ ຮ່ວມຫຼິ້ນກິດຈະກຳ ເພື່ອຮັບຂອງລາງວັນ ຊຶ່ງສ້າງຄວາມສົນໃຈ ແລະ ຄວາມມ່ວນຊື່ນ ໃຫ້ແກ່ຜູ້ເຂົ້າຮ່ວມງານເປັນຈຳນວນຫຼາຍ. ງານເປີດໂລກແຫ່ງການລົງທຶນເປັນງານໜຶ່ງທີ່ຍິ່ງໃຫຍ່ຂອງ ຕລຊລ ທີ່ຖືກຈັດຂຶ້ນທຸກໆປີ ເພື່ອສົ່ງເສີມໃຫ້ປະຊາຊົນລາວ ເຫັນໄດ້ເຖິງຄວາມໝາຍຄວາມສຳຄັນຂອງຕະຫຼາດທຶນ.

ປະຊາຊົນ
https://laopost.com/2017/07/25/92808

    Viewed: 983
  •  
ຂ່າວອື່ນໆ

Đánh giá

(Di chuột vào ngôi sao để chọn điểm)
  

ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la