Skip Ribbon Commands
Skip to main content



Date 01/03/2019-17:26:00 PM
ກອງປະຊຸມ ເຜີຍແຜ່ ແລະ ຜັນຂະຫຍາຍ ຜົນກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ( CLV ) ຄັ້ງທີ 10 ແລະ ການກະກຽມແຜນວຽກທີ່ສຳຄັນ ສຳລັບປີ 2019 – 2020 ໃນວັນທີ 27 ກຸມພາ 2019, ທີ່ ແຂວງສາລະວັນ

ໃນວັນທີ 27 ກຸມພາ 2019, ກະຊວງການຕ່າງປະເທດ ໂດຍປະສານສົມທົບກັບ ແຂວງສາ ລະວັນ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ຜັນຂະຫຍາຍຜົນກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 10 ແລະ ກະກຽມແຜນວຽກທີ່ສໍາຄັນ ສໍາລັບສົກປີ 2019-2020 ທີ່ສະໂມສອນ ຫ້ອງວ່າການປົກຄອງແຂວງສາລະວັນ

ໃນວັນທີ 27 ກຸມພາ 2019, ກະຊວງການຕ່າງປະເທດ ໂດຍປະສານສົມທົບກັບ ແຂວງສາລະວັນ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ຜັນຂະຫຍາຍຜົນກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 10 ແລະ ກະກຽມແຜນວຽກທີ່ສໍາຄັນ ສໍາລັບສົກປີ 2019 – 2020 ທີ່ ສະໂມສອນ ຂອງ ຫ້ອງວ່າການປົກຄອງແຂວງສາລະວັນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ພູທົງ ຄຳມະນີວົງ, ຮອງເຈົ້າແຂວງສາລະວັນ, ໂດຍມີຜູ້ເຂົ້າຮ່ວມຈາກບັນດາຂະແໜງການທີ່ກ່ຽວຂ້ອງ ຂອງ 4 ແຂວງພາກໃຕ້ ຄື: ແຂວງສາລະວັນ, ແຂວງຈໍາປາສັກ, ແຂວງເຊກອງ ແລະ ແຂວງອັດຕະປື ຈໍານວນ 100 ກ່ວາ ທ່ານ.

ຈຸດປະສົງ ຂອງ ກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່, ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບ ການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 ໂດຍສະເພາະ ບັນດາເອກະສານທີ່ຖືກຮັບຮອງເອົາແລ້ວ ເປັນຕົ້ນ: ຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ ກຳປູເຈຍ-ລາວ-ຫວຽດນາມ CLV ຄັ້ງທີ 10 ແລະ ແຜນປະຕິບັດງານວ່າດ້ວຍການເຊື່ອມຈອດເສດຖະກິດ CLV ເຖິງປີ 2030 ລວມທັງ ສັນຍາ ວ່າດ້ວຍການສົ່ງເສີມ ແລະ ອໍານວຍຄວາມສະດວກທາງດ້ານການຄ້າຢູ່ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV DTA) ທີ່ໄດ້ຮັບການລົງນາມລະຫວ່າງລັດຖະບານຂອງ 3 ປະເທດ ໃນໂອກາດຂອງກອງປະຊຸມສຸດຍອດ CLV ຄັ້ງທີ 9 ໃນເດືອນພະຈິກ 2016 ທີ່ ສຽມລຽບ ທັງນີ້ກໍ່ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເຮົາ ກໍຄືບັນດາແຂວງຢູ່ໃນເຂດສາມຫຼ່ຽມພັດທະນາ ລວມທັງຊຸກຍູ້ການເຊື່ອມໂຍງເສດຖະກິດ ກັບ ພາກພື້ນ ແລະ ສາກົນ ຂຶ້ນເທື່ອລະກ້າວ. ນອກຈາກນີ້, ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບ ການກະກຽມຄວາມພ້ອມໃນດ້ານຕ່າງໆ ຂອງ ສປປ ລາວ ເຮົາ ທີ່ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11 ໃນປີ 2020 ແລະ ແຜນວຽກທີ່ສໍາຄັນຕ່າງໆ ແຕ່ປີ 2019-2020. ພ້ອມດຽວກັນນີ້, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານໃນກົນໄກການຮ່ວມມື CLV ຈາກ 4 ແຂວງພາກໃຕ້ ໃນໄລຍະຜ່ານມາ ລວມມີຜົນໄດ້ຮັບ, ຂໍ້ຄົງຄ້າງ, ຂໍ້ສະເໜີ ແລະ ທິດທາງແກ້ໄຂວຽກງານໃນຕໍ່ໜ້າ.

ໃນວັນທີ 26 ກຸມພາ 2019, ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ໄປທັດສະນະສຶກສາ ແລະ ຢ້ຽມຢາມ ບັນດາໂຄງການ ຢູ່ ແຂວງສາລະວັນ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ລັດຖະບານຍີ່ປຸ່ນ ໂດຍຜ່ານກົນໄກການຮ່ວມມືເຂດສາມຫຼ່ຽມພັດທະນາ CLV ໃນໄລຍະຜ່ານມາ ແລະ ໄດ້ໄປຢ້ຽມຢາມ ພື້ນຖານການຜະລິດ ແລະ ສະຖານທີ່ທີ່ເປັນທ່າແຮງທາງດ້ານເສດຖະກິດ ຈຳນວນໜຶ່ງ ຂອງ ແຂວງສາລະວັນ.

ກອງປະຊຸມຄັ້ງນີ້ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ແລະ ບັນລຸໄດ້ຈຸດປະສົງເປົ້າໝາຍທີ່ວາງໄວ້ ໂດຍສາມາດກໍາໄດ້ບັນດາທ່າແຮງ, ກາລະໂອກາດ ແລະ ບັນດາສິ່ງທ້າທາຍຂອງ 4 ແຂວງພາກໃຕ້ ໃນກົນໄກການຮ່ວມມື CLV ແລະ ໄດ້ປຶກສາຫາລື ແລະ ເປັນເອກະພາບກັນ ກ່ຽວກັບ ການກຳນົດພາລະໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງ ບັນດາຂະແໜງການກ່ຽວຂ້ອງ ເພື່ອກະກຽມຈັດຕັ້ງຜັນຂະຫຍາຍແຜນວຽກໃນຕໍ່ໜ້າ ກໍຄື ບັນດາຄຳຕົກລົງເຫັນດີຂອງຜູ້ນຳ 3 ປະເທດ.

ພະແນກຮ່ວມມືເສດຖະກິດພາກພື້ນ
ກົມເສດຖະກິດ, ກະຊວງການຕ່າງປະເທດ

    Viewed: 1408
  •  
ຂ່າວອື່ນໆ

Đánh giá

(Di chuột vào ngôi sao để chọn điểm)
  

ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ • ໂທລະສັບ:(856-21)415479; 454218 • Fax: +856 21 414009 • Email: ict@mofa.gov.la